ຄວ້າສອງລາງວັນຈາກເວທີແຫ່ງກຽດຕິຍົດຂອງແມ່ຍິງລາວໄປຄອງ ເບບີ້ ເມກຂະຫຼາ

190

ອາຍຸນ້ອຍບໍ່ໄດ້ເປັນຕົວຊີ້ວັດຄວາມສໍາເລັດ ເພາະອາຍຸນ້ອຍແຕ່ຄວາມສາມາດແມ່ນບໍ່ໄດ້ນ້ອຍເລີຍ ສໍາລັບສາວຫນ້າຫວານ, ຮອຍຍິ້ມສົດໃສຄົນນີ້ ຄວ້າໄດ້ເຖິງ 2ລາງວັນໃຫຍ່ ຈາກເວທີແຫ່ງກຽດຕິຍົດຂອງແມ່ຍິງລາວ ໃນເວທີປະກວດນາງສາວລາວ 2021 ໄດ້ຕໍາແຫນ່ງຮອງອັນດັບສອງ ແລະ ລາງວັນ ນາງສາວຂວັນໃຈຊ່າງພາບໄປຄອງຢ່າງສົມກຽດ ແລະ ເຫມາະສົມເປັນທີ່ສຸດ.

ແລະສໍາລັບແມ່ຍິງລາວຄົນເກັ່ງທີ່ກໍາລັງເວົ້າເຖິງຢູ່ນີ້ກໍ່ຄື ເມກຂະຫຼາ ຈະເລີນໄຊ ຫລື ເບບີ້ ML13 ປັດຈຸບັນອາຍຸ 19ປີ ຕົວແທນຈາກນະຄອນຫຼວງວຽງຈັນ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນ ຮັຕະນະບໍລິຫານທຸລະກິດ ປີ2 ສາຂາ ການເງິນ-ການທະນາຄານ.

ໃນມື້ນີ້ທີມຂ່າວບັນເທີງຈະພາມາສ່ອງ ແລະ ທໍາຄວາມຮູ້ຈັກສາວຍິ້ມຫວານຄົນນີ້ໃຫ້ຫລາຍຂຶ້ນ ໂດຍຜ່ານ 5ຢ່າງທີຄວນຮູ້ກ່ຽວກັບໂຕນ້ອງນາງງາມຄົນນີ້ເຊັ່ນ: ທີ່ຜ່ານມາບາບີ້ແມ່ນເຄີຍລົງປະກວດ ມີສຢູນີເວີສລາວ2019 ເຂົ້າເຖິງທ໋ອບ 5ຄົນສຸດທ້າຍ ແລະ ຢາກສານຕໍ່ຄວາມໃຝ່ຝັນຂອງຕົນເອງຄືການເປັນນາງສາວລາວໃນປີ2021ນີ້ ແລະ ຢາກມີໂອກາດໄດ້ຢູ່ໃນວົງການບັນເທີງ ເພາະເປັນຄວາມຝັນຂອງນ້ອງຕັ້ງແຕ່ນ້ອຍໆ ມັກເບິ່ງຂ່າວເລື່ອງນາງງາມ ແລະ ດາລາໃນວົງການບັນເທີງ ບາບີ້ເຄີຍຝັນ ແລະ ບອກກັບຕົນເອງວ່າມື້ຫນຶ່ງຈະພັດທະນາຕົນເອງໃຫ້ພ້ອມ ຈະພະຍາຍາມໄປຢູ່ຈຸດນັ້ນຄືເອື້ອຍໆທຸກຄົນໃຫ້ໄດ້ ເຊິ່ງໃນມື້ນີ້ສາວນ້ອຍຄົນນີ້ກໍ່ເຮັດຄວາມຝັນຕົນເອງເປັນຈິງຈົນໄດ້ ຫນ້າຊື່ນຊົມອີຫລີ.

ຄະຕິປະຈໍາໃຈ ‘’ ທຸກໆຄວາມສຳເລັດ ຖ້າຢາກສຳເລັດຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ ‘’ ເຫດຜົນທີ່ເລືອກໃນການເຂົ້າປະກວດເວທີນາງສາວລາປີນີ້ຄື ຢາກມາເພື່ອທຳລາຍກຳແພງທີ່ເຄີຍປິດຕົວເອງ ເພາະຄວາມຢ້ານ, ຂີ້ອາຍ, ບໍ່ກ້າ, ກັງວົນວ່າຕົນເອງຈະເຮັດບໍ່ໄດ້ ມັນເປັນຄວາມຮູ້ສຶກທີ່ຢ້ານໄປຫມົດ ເລີຍຢາກມາເວທີນີ້ ເພື່ອຢາກເອົາຊະນະໃຈໂຕເອງ ແລະ ເຖິງບໍ່ຊະນະໃຜກໍໄດ້ ແຕ່ຂໍຊະນະໃຈຕົນເອງກໍພໍ.

ຈຸດເດັ່ນຂອງບາບີ້ເລີຍແມ່ນ ຮອຍຍິ້ມ ແລະ ກິລິຍາມາລະຍາດ, ການເວົ້າ ຫຼື ສົນທະນາ, ຄວາມອ່ອນນ້ອມຖ່ອມຕົນ, ບຸກຄະລິກກະພາບທີ່ດີ ແລະ ການຍ່າງ ທີ່ສຳຄັນໄປກວ່ານັ້ນກໍຄື ເປັນຄົນມັກໃນການຮຽນຮູ້ ຫຼື ປະສົບການໃຫມ່ໆຢູ່ສະເຫມີ.

ເປົ້າຫມາຍສໍາຄັນເມື່ອນ້ອງໄດ້ຮັບຕໍາແຫນ່ງ ແມ່ນການຢາກປະກອບສ່ວນຊ່ວຍເຫຼືອຜູ້ເຖົ້າ ແລະ ເດັກນ້ອຍ ເພາະຕົນເອງເປັນຄົນມັກອີ່ຕົນຜູ້ເຖົ້າ ແລະ ຮັກເດັກນ້ອຍ ທີ່ຜ່ານມາໄດ້ມີໂອກາດຊ່ວຍເຫຼືອແຕ່ຕາມເພຈເຟສບຸກ ບໍ່ມີໂອກາດໄດ້ລົງໄປຊ່ວຍຕົວຈິງ ສະນັ້ນ, ຈຶ່ງຢາກທີ່ຈະປະກອບສ່ວນລົງໄປຊ່ວຍເຫຼືອດ້ວຍຕົວເອງ.

ກິດຈະກຳຍາມວ່າງແມ່ນຫລິ້ນກິລາເຊັ່ນ ບານສົ່ງ ສໍາລັບ ຊ່ອງທາງການຕິດຕາມ Fb: Bebie Chaleunxay ແລະ  IG:bbie_mekkhala.

ຮູບ: Bebie Chaleunxay, The icons studio,miss laos