Yearly Archives: 2021

ທີມຊາດໄທ ສ້າງສະຖິຕິໃໝ່ຊະນະຄູ່ແຂ່ງຂາດລອຍທີ່ສຸດ ໃນຮອບຊີງຊະນະເລີດ AFF SUZUKI CUP

ທີມຊາດໄທ ສ້າງສະຖິຕິເອົາຊະນະຄູ່ແຂ່ງຂາດລອຍທີ່ສຸດໃນປະຫວັດສາດຮອບຊີງຊະນະເລີດຂອງການແຂ່ງຂັນບານເຕະ AFF SUZUKI CUP ຫຼັງຈາກທີ່ຖະຫຼົ່ມ ອິນໂດເນເຊຍ ໄປຂາດລອຍ 4-0 ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ນັດຊີງຊະນະເລີດນັດທໍາອິດປະຈໍາວັນທີ 29 ທັນວາ 2021 ພ້ອມເຮັດໃຫ້ ທີມຊາດໄທ ມີໂອກາດຄວ້າແຊັມສະໄໝທີ 6 ເປັນທີ່ສຸດ. ...

ຮັບປີໃໝ່ 2022 ນ້ຳມັນຂຶ້ນລາຄາ ເລີ່ມວັນທີ 1 ມັງກອນ

ກະຊວງສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 1330/ອຄ ລົງວັນທີ 30ທັນວາ 2021 ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ຂາຍຍ່ອຍນ້ຳມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ ປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດ ຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 390 ກີບ/ລິດ, ນ້ຳມັນແອັດຟັງທໍາມະດາ...

30 ທັນວາ-3 ມັງກອນ 2022 ເພີ່ມພິເສດຖ້ຽວລົດໄຟ ສໍາລັບຊ່ວງພັກປີໃໝ່ 2022

ເຊື່ອວ່າຫຼາຍຄົນແມ່ນມີແຜນໄປທ່ຽວສຳລັບປີໃໝ່ນີ້ ເນື່ອງຈາກພັກຍາວຫຼາຍມື້ ຈຶ່ງເໝາະສົມແກ່ການເດີນທາງ ຂຶ້ນເໜືອລົງໃຕ້ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວ ທາງສະຖານີລົດໄຟຄວາມໄວສູງ ລາວ-ຈີນ ຈິ່ງເພີ່ມຖ້ຽວລົດໄຟຈາກ 2 ເປັນ 3 ຖ້ຽວຕໍ່ວັນເລີ່ມມີຜົນແຕ່ນີ້ຫາວັນທີ 3 ມັງກອນ 2022. ໂດຍທາງສະຖານີລົດໄຟ ແມ່ນໄດ້ແຈ້ງເຖິງຜູ້ໂດຍສານທຸກທ່ານກ່ຽວກັບການເພີ່ມຖ້ຽວລົດໄຟ C88/C87 ໃນຊ່ວງເທດສະການປີໃໝ່ສາກົນ 30/12/2021 – 3/1/2022, ເນື່ອງໄລຍະວັນທີ 30 ທັນວາ...

ເຕັກນິກການຕີກ໊ອຟ: ຫຼັກການໆຕີແບັກສະປິນ

ທີມຂ່າວເສດຖະກິດ-ການຄ້າ ຮ່ວມກັບ ສະໜາມກ໊ອຟ ລາວຄັນທຣີ ຄັບ ນໍາເອົາອີກໜຶ່ງເຕັກນິກໃນການຫຼິ້ນກ໊ອຟ ສໍາລັບມືນີ້ຈະນໍາສະເໜີ ຫຼັກການໆຕີເບັກສະປິນ ( back sprint ) ຫຼື ເອີ້ນຢ່າງໜຶ່ງຄືການຕີລູກກ໊ອຟໃຫ້ໝຸນຖອຍຫຼັງ ( ລູກສະກຸນຖອຍ ທີ່ເອີ້ນກັນໃນບາງຖ້ອງຖິ່ນນັ້ນເອງ ). ກ່ອນອື່ນເຮົາໄປຮູ້ກັບ ແບັກສະປິນ ໃນກີລາກ໊ອຟແມ່ນ ການທີ່ຕີລູກກ໊ອຟອອກໄປດ້ວຍການປັ່ນໝຸນຖອຍຫຼັງໄປຕະຫຼອດເວລາ...

ພົບຜູ້ຕິດເຊື້ອໂຄວິດໃໝ່ 1.272 ຄົນ, ເສຍຊີວິດໃໝ່ 5 ຄົນ

ທ່ານ ສີສະຫວາດ ສຸທານີລະໄຊ ລາຍງານຂ່າວກ່ຽວກັບ ການລະບາດຂອງພະຍາດໂຄວິດ 19 ປະຈໍາວັນທີ 30 ທັນວາ 2021 ວ່າ ມາຮອດວັນທີ 29 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.405 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.272...

ອອກມາແລ້ວ! ຢາຊຸດຜະລິດທຳອິດ ສຳລັບປິ່ນປົວຜູ້ຕິດເຊື້ອໂຄວິດ19

ກ່ອນໜ້ານີ້ ທາງຂ່າວເສດຖະກິດ-ການຄ້າ ໄດ້ລາຍງານໄປແລ້ວກ່ຽວກັບໂຮງງານຜະລິດຢາເລກ 3 ເຜີຍກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໂດຍໃສ່ຊື່ວ່າໂມລາໂຄເວຍ (Molacovir) ເພື່ອການກວດສອບດ້ານມາດຕະຖານ, ຄຸນນະພາບ ແລະ ປະສິດທິພາບ, ຫາກຜ່ານການຮັບຮອງ ຈິ່ງຈະຜະລິດເພື່ອໃຊ້ໃນກໍລະນີສຸກເສີນໃນການປິ່ວປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼ້າສຸດນີ້ ທາງບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ແມ່ນໄດ້ເປີດເຜີຍແລ້ວສຳລັບຢາຊຸດທີ່ໃຊ້ສຳລັບສະເພາະ ຜູ້ທີ່ຕິດເຊື້ອໂຄວີດ ແລະ ມີອາຍຸ 18ປີ ຂຶ້ນໄປເທົ່ານັ້ນ, ຫ້າມແມ່ຍິງຖືພາມານ...

7ຢ່າງ ທີ່ໂດດເດັ່ນຂອງຮອງອັນດັບຫນຶ່ງ ນາງສາວລາວ 2021 ກວາງ ກັນລະຍາ

ເວທີປະກວດແຫ່ງກຽດຕິຍົດຂອງແມ່ຍິງລາວ ແລະ ຕາມຫາຜູ້ທີ່ມີຄວາມພຽນພ້ອມທັງກິລິຍາມາລະຍາດ, ຄວາມຮູ້ຄວາມສາມາດ ແລະ ເປັນແມ່ຍິງສະໄຫມໃຫມ່ທີ່ໂດດເດັ່ນ,ກ້າຫານ ຫາກໍ່ຜ່ານພົ້ນໄປ ເມື່ອບໍ່ເທົ່າໃດມື້ຜ່ານມາ ກັບເວທີປະກວດ Miss Laos ຫລື ນາງສາວລາວ2021 ແລະ ຕ້ອງສະແດງຄວາມຍິນດີດ້ວຍກັບດີກີສາວແພດສຸດງາມ ກັນລະຍາ ໂຄດໂຍທາ ( ກວາງ ) ML8 ທີ່ສາມາດເຮັດຄວາມຝັນຂອງຕົນເອງໃຫ້ເປັນຈິງ ຄວ້າຕຳແຫນ່ງ ຮອງອັນຫນຶ່ງ...

ມ່ວນແນ່ນອນ! ນະຄອນຫຼວງ ກໍານົດ 10 ທີມຮ່ວມຊີງໄຊ ລາວລີກ 2 ເດືອນມີນາ 2022

ດັ່ງທີ່ຮູ້ ການແຂ່ງຂັນບານເຕະ ລາວລີກ 2 ທາງສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກໍານົດໃຫ້ຈັດໃນແຕ່ລະແຂວງຂອງ ສປປ ລາວ ໃນປີ 2021 ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນໄດ້ ຈົນຫຼ້າສຸດ ທາງສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະບໍລິການງານພາຍໃນສະຫະພັນ ກ່ອນກໍານົດການແຂ່ງຂັນລາວລີກ 2 ທີ່ນະຄອນຫຼວງວຽງຈັນ ໃນເດືອນມີນາ 2022. ...

ບູລະນະສ້ອມແປງ ເສັ້ນທາງເຂົ້າສູ່ ວັດປ່າພະບາດ ພູເຂົາຄວາຍ

ເສັ້ນທາງເປັນໂຄງລ່າງພື້ນຖານທີ່ສຳຄັນທີ່ສຸດໃນການເດີນທາງ ໄປມາຫາສູ່ ໂດຍສະເພາະໄປສະຖານທີ່ສຳຄັນ ຍິ່ງເປັນຊ່ວງແຫ່ງການກະກຽມເປີດຮັບນັກທ່ອງທ່ຽວ ແບບນີ້ເສັ້ນທາງຕ້ອງສະດວກໄວ້ກ່ອນ ເພື່ອຄວາມສະດວກສະບາຍທັງເປັນການສ້າງຄວາມຈະເລີນໃນພື້ນທີ່. ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ການສ້ອມແປງທາງເຂົ້າບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເລີ່ມຂຶ້ນໃນວັນທີ 26 ທັນວາ 2021 ນີ້, ຕາມແຜນການຈະໃຫ້ສໍາເລັດໃນວັນທີ 31 ທັນວາ ໂດຍແມ່ນທຶນສົມທົບຂອງອົງການປົກຄອງບ້ານ, ວັດປ່າພະບາດພູເຂົາຄວາຍ ແລະ ຟາມລ້ຽງໝູ...

ຕິດເຊື້ອຫຼາຍສຸດໃນນະຄອນຫຼວງ ກຸ່ມທຳອິດຄືຄອບຄົວ

ການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໂຕເລກລາຍງານຢູ່ຫຼາຍແຂວງຍັງສືບຕໍ່ມີການລະບາດ ເຫັນໄດ້ວ່າຫຼາຍແຂວງບາງມື້ໂຕເລກຫຼຸດລົງແຕ່ກໍ່ມີລາຍງານເພີ່ມຂື້ນສູງໃນບາງວັນ, ສຳລັບນະຄອນຫຼວງວຽງຈັນ ການລະບາດຍັງເປັນວົງກ້ວາງ ແລະ ຍັງເປັນທີ່ບໍ່ໄວ້ວາງໃຈ ລາຍງານວັນທີ 29 ທັນວາ ນະຄອນຫຼວງ 419 ຄົນ ໃນນີ້ ກຸ່ມຄົນທີ່ຕິດເຊື້ອຫຼາຍກໍ່ຍັງແມ່ນ ຄົນໃນຄອບຄົວ, ສຳນັກງານອົງການ, ສະຖານທີ່ຄຸມຂັງ, ແລະ ສະຖານທີ່ສາທາລະນະຕ່າງໆ...
- Advertisment -
Slide
Slide

Most Read

error: Content is protected !!