ມ່ວນແນ່ນອນ! ນະຄອນຫຼວງ ກໍານົດ 10 ທີມຮ່ວມຊີງໄຊ ລາວລີກ 2 ເດືອນມີນາ 2022

216

ດັ່ງທີ່ຮູ້ ການແຂ່ງຂັນບານເຕະ ລາວລີກ 2 ທາງສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກໍານົດໃຫ້ຈັດໃນແຕ່ລະແຂວງຂອງ ສປປ ລາວ ໃນປີ 2021 ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນໄດ້ ຈົນຫຼ້າສຸດ ທາງສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະບໍລິການງານພາຍໃນສະຫະພັນ ກ່ອນກໍານົດການແຂ່ງຂັນລາວລີກ 2 ທີ່ນະຄອນຫຼວງວຽງຈັນ ໃນເດືອນມີນາ 2022.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງການສະຫະພັນບານເຕະ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຄະນະບໍລິຫານງານພາຍໃນສະຫະພັນ ເພື່ອປຶກສາຫາລືການກະກຽມຄວາມພ້ອມຈະຈັດການແຂ່ງຂັນເຕະບານ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ລະດູການ ພາຍໃຕ້ການເປັນປະທານຂອງທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວທ່ານ ຄອນສະຫວັນ ສິດທິໄທ ເລຂາທິການສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ: ໃນກອງປະຊຸມກໍໄດ້ມີການປຶກສາຫາລືກັນການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນວຽກງານເຕັກນິກຈັດການແຂ່ງຂັນ ເຊິ່ງໄດ້ມີມະຕິຕົກລົງເປັນເອກກະພາບຈະກຳນົດເອົາ 10 ສະໂມສອນຮ່ວມແຂ່ງຂັນເທົ່ານັ້ນເຂົ້າຮ່ວມລາວລີກ 2 ທີ່ນະຄອນຫຼວງວຽງຈັນ.

ໂດຍເງື່ອນໄຂນັກກີລາຕ້ອງແມ່ນອາຍຸ 18 ປີ ສາມາດເຂົ້າຮ່ວມແຂ່ງຂັນໄດ້, ສ່ວນອາຍຸ 18 ຫາ 23 ປີ ຫຼື ຜູ້ທີ່ສາມາດຕິດທີມຊາດແຕ່ປີ 2021 ສາມາດລົງສະໜາມໄດ້ແບບບໍ່ມີກຳນົດ. ຂະນະທີ່ ອາຍຸກາຍ 23 ປີ ຂຶ້ນໄປ ຫຼື ຕີດທີມຊາດ ແຕ່ບໍ່ທັນລົງທະບຽນໃນລາວລີກ 1 ກຳນົດໃຫ້ໄດ້ພຽງ 3 ຄົນຕໍ່ໜຶ່ງທີມເທົ່າ ແລະ ນັກກິລາຕ່າງຊາດ ສາມາດລົງທະບຽນໄດ້ທີມລະ 6 ຄົນ ແລະ ລົງແຂ່ງຂັນຕົວຈິງໄດ້ພຽງ 3 ໂຄຕ້າ.

ສໍາລັບ ປະເພດລາງວັນ ກໍໄດ້ມີເຫັນດີພ້ອມກັນ ທີມຊະນະເລີດຈະໄດ້ 30 ລ້ານ ພ້ອມຂັນແຊັມ ແລະ ສິດເລື່ອນຂຶ້ນໄປຫຼິ້ນໃນ ລາວລີກ 1 ແບບອັດໂຕໂນມັດ, ສ່ວນທີ 2 ໄດ້ຮັບລາງວັນ 20 ລ້ານກີບ ພ້ອມໄປແຂ່ງຮອບເພລອ໊ອຟ ກັບທີມອັນດັບທີ 2 ຈາກແຂວງອື່ນໆ. ແນວໃດກໍຕາມ, ແຜນທັງໝົດນີ້ ໄດ້ຖືກບັນທຶກໄວ້ ແລະ ຍັງບໍ່ທັນໄດ້ມີການແຈ້ງການ ຫຼື ເຊັນຜ່ານຄະນະປະທານສະຫະພັນ ອາດຈະມີການປ່ຽນແປງບາງເນື້ອໃນ ແລະ ໄວໆນີ້ຈະຮູ້ຜົນຢາງຊັດເຈນ ແຕ່ການແຂ່ງຂັນໄດ້ກຳນົດໄວ້ແລ້ວ ໃນເດືອນມີນາ 2022 ຈະເປີດແຂ່ງຂັນຢ່າງເປັນທາງການ.
ຂ່າວ: ສົງການ; ຮຽບຮຽງ:​ ຫຼ້າ; ຮູບຈາກ: ສຕລ