ອອກມາແລ້ວ! ຢາຊຸດຜະລິດທຳອິດ ສຳລັບປິ່ນປົວຜູ້ຕິດເຊື້ອໂຄວິດ19

218

ກ່ອນໜ້ານີ້ ທາງຂ່າວເສດຖະກິດ-ການຄ້າ ໄດ້ລາຍງານໄປແລ້ວກ່ຽວກັບໂຮງງານຜະລິດຢາເລກ 3 ເຜີຍກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໂດຍໃສ່ຊື່ວ່າໂມລາໂຄເວຍ (Molacovir) ເພື່ອການກວດສອບດ້ານມາດຕະຖານ, ຄຸນນະພາບ ແລະ ປະສິດທິພາບ, ຫາກຜ່ານການຮັບຮອງ ຈິ່ງຈະຜະລິດເພື່ອໃຊ້ໃນກໍລະນີສຸກເສີນໃນການປິ່ວປົວຜູ້ຕິດເຊື້ອພະຍາດໂຄວິດ-19

ຫຼ້າສຸດນີ້ ທາງບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ແມ່ນໄດ້ເປີດເຜີຍແລ້ວສຳລັບຢາຊຸດທີ່ໃຊ້ສຳລັບສະເພາະ ຜູ້ທີ່ຕິດເຊື້ອໂຄວີດ ແລະ ມີອາຍຸ 18ປີ ຂຶ້ນໄປເທົ່ານັ້ນ, ຫ້າມແມ່ຍິງຖືພາມານ ແລະ ລ້ຽງລູກດ້ວຍນົມແມ່ກິນ.

ໂມລາໂກເວຍ (Molacovir) ຢາປິ່ນປົວໂຄວີດ 19 ແມ່ນຜະລິດຕະພັນພາຍໃນ ຜະລິດໂດຍ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ເຊິ່ງວ່າທາງ ຄະນະກໍາມະການອາຫານ ແລະ ຢາຂອງສະຫະລັດອາເມລິກາ (FDA/Food & Drug s Administration)ອະນຸຍາດໃຫ້ນຳໃຊ້ຢາ ໂມນນູພິຣາເວຍ ເປັນກໍລະນີສຸກເສີນພາຍໃຕ້ເງື່ອນໄຂ ທີ່ກ່າວມາ. ນອກຈາກນີ້, ຍີ່ປຸ່ນ ກໍໄດ້ຮັບຮອງເອົາຢາດັ່ງກ່າວເຊັ່ນກັນພາຍໃຕ້ເງື່ອນໄຂອັນດຽວກັນ.

ສຳລັບວິທີການນຳໃຊ້ຢາຕົວນີ້ແມ່ນ ກິນທັນທີເມື່ອຮູ້ວ່າຕົນເອງຕິດເຊື້ອ, ເຊິ່ງຜູ້ໃຫຍ່ແມ່ນກິນມື້ລະ 4 ແຄັບຊູນ 2 ຄັ້ງ/ມື້( ຫ່າງກັນ 12 ຊົ່ວໂມງ) ເປັນເວລາ 5 ວັນ. ສ່ວນຜົນຂ້າງຄຽງທີ່ຕາມມາແມ່ນ ຢານີ້ອາດເຮັດໃຫ້ມີອາການຖອກທ້ອງ, ປວດຮາກ, ວິນຫົວ, ເຈັບຫົວຮາກ ແລະ ມີຜື່ນຂຶ້ນຕາມຜິວໜັງ ແຕ່ບໍ່ຄວນໃຊ້ກັບຄົນທີ່ ແພ້ຢານີ້, ປຶກສາໝໍກ່ອນໃຊ້ຢາ, ບໍ່ໃຫ້ໃຊ້ກັບເດັກນ້ອຍ( ຕ້ອງຕາມເກນທີ່ລະບຸໄວ້)..