ຕິດເຊື້ອຫຼາຍສຸດໃນນະຄອນຫຼວງ ກຸ່ມທຳອິດຄືຄອບຄົວ

191

ການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໂຕເລກລາຍງານຢູ່ຫຼາຍແຂວງຍັງສືບຕໍ່ມີການລະບາດ ເຫັນໄດ້ວ່າຫຼາຍແຂວງບາງມື້ໂຕເລກຫຼຸດລົງແຕ່ກໍ່ມີລາຍງານເພີ່ມຂື້ນສູງໃນບາງວັນ, ສຳລັບນະຄອນຫຼວງວຽງຈັນ ການລະບາດຍັງເປັນວົງກ້ວາງ ແລະ ຍັງເປັນທີ່ບໍ່ໄວ້ວາງໃຈ ລາຍງານວັນທີ 29 ທັນວາ ນະຄອນຫຼວງ 419 ຄົນ ໃນນີ້ ກຸ່ມຄົນທີ່ຕິດເຊື້ອຫຼາຍກໍ່ຍັງແມ່ນ ຄົນໃນຄອບຄົວ, ສຳນັກງານອົງການ, ສະຖານທີ່ຄຸມຂັງ, ແລະ ສະຖານທີ່ສາທາລະນະຕ່າງໆ .

ດັ່ງນັ້ນ, ສະພາບການລະບາດໃນປະເທດເຮົາ ກໍ່ຍັງໜ້າເປັນຫ່ວງ ແລະ ຈະຕ້ອງໄດ້ ຕິດຕາມເຝົ້າລະວັງ ຢ່າງໃກ້ຊິດ ໃນແຕ່ລະວັນ ໂດຍສະເພາະ ໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ທີ່ຈະມາເຖິງນີ້ ຢາກຂໍໃຫ້ທຸກຄົນຈົ່ງປະຕິບັດຕາມແຈ້ງການ ເລກທີ 1684/ຫສນຍ, ລົງວັນທີ 23 ທັນວາ 2021 ຢ່າງເຂັ້ມງວດ ໂດຍສະເພາະ ຫ້າມຈັດງານສະເຫຼີມສະຫຼອງ ແລະ ຊຸມແຊວ ທຸກຮູບແບບ ຢູ່ຕາມສຳນັກງານອົງການ ຫຼື ນິຕິບຸກຄົນ.


ໃນປັດຈຸບັນ ພັກ ແລະ ລັດຖະບານໄດ້ອະນຸຍາດ ໃຫ້ຜູ້ທີ່ຕິດເຊື້ອມີອາການເບົາບາງ ຫຼື ບໍ່ມີອາການສາມາດປີ່ນປົວໄດ້ຢູ່ເຮືອນ ເຮັດໃຫ້ປະຊາຊົນຈຳນວນໜື່ງທີ່ມີຄວາມສ່ຽງ ແລະ ມີອາການບໍ່ຍອມໄປກວດຫາເຊື້ອ ແຕ່ຈະຊື້ເຄື່ອງກວດຕາມທ້ອງຕະຫຼາດມາກວດເອງ ຕໍ່ກັບບັນຫານີ້ ຂ້າພະເຈົ້າຂໍຊີ້ແຈງໃຫ້ບັນດາທ່ານຮັບຊາບທົ່ວເຖີງກັນວ່າ ການເກັບຕົວຢ່າງກວດຫາເຊື້ອເອງ ແມ່ນບໍ່ມີຄວາມຊັດເຈນແມ່ນຢໍາ ເນື່ອງຈາກ ເຄື່ອງກວດແບບໄວຈະກວດພົບສະເພາະຜູ້ທີ່ມີອາການສະແດງອອກເທົ່ານັ້ນ ຈີ່ງເຮັດໃຫ້ຫຼາຍຄົນເກີດຂໍ້ຜິດພາດໄດ້ ເນື່ອງຈາກກວດຫາເຊື້ອບໍ່ພົບແລ້ວ ຄິດວ່າຕົນເອງບໍ່ຕິດເຊື້ອແລ້ວໄປດຳລົງຊີວິດປົກກະຕິ ເຮັດໃຫ້ການຕິດເຊື້ອໄປສູ່ຄົນໃນຄອບຄົວ ແລະ ຄົນອ້ອມຂ້າງ ແລະ ຮ້າຍແຮງໄປກວ່ານັ້ນ ເຮັດໃຫ້ຄົນໃນຄອບຄົວມີອາການໜັກ ຫຼື ເຖີງຂັ້ນເສຍຊີວິດໄດ້.

ສຳລັບຄົນເຈັບຕິດເຊື້ອຜູ້ທີ່ມີອາການເບົາບາງ ທີ່ປີ່ນປົວຕົນເອງຢູ່ບ້ານກໍ່ຂໍໃຫ້ປະຕິບັດການປີ່ນປົວຢ່າງເຄັ່ງຄັດ ໃຫ້ຄົບກຳນົດ 14 ວັນ, ຖ້າທ່ານມີອາການໜັກຜິດປົກກະຕິກໍ່ໃຫ້ຕິດຕໍ່ຫາສາຍດ່ວນ 164 ຢ່າງຮີບດ່ວນ ເພື່ອໄປປີ່ນປົວຢູ່ໂຮງໝໍ ພ້ອມນີ້ໃຫ້ເປັນເຈົ້າການນຳກັນໃນການປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ ຖ້າພົບໃຜຄົນໜື່ງໃນຄອບຄົວກວດພົບເຊື້ອ ເຖິງວ່າຈະກວດເຄື່ອງກວດແບບໄວດ້ວຍຕົນເອງບໍ່ຂື້ນເປັນ 2 ຂີດ ແຕ່ກໍ່ຂໍໃຫ້ທຸກຄົນໃນຄອບຄົວຈົ່ງພ້ອມກັນໄປເກັບຕົວຢ່າງໃນສະຖານທີ່ກວດຫາເຊື້ອໂດຍໄວ ເພາະຖ້າທ່ານກວດພົບເຊື້ອໄວ ກໍ່ຈະປີ່ນປົວໄດ້ໄວ ແລະ ຫຼີກລ້ຽງການສູນເສຍຊີວິດ.