ທ່ານ ສີສະຫວາດ ສຸທານີລະໄຊ ລາຍງານຂ່າວກ່ຽວກັບ ການລະບາດຂອງພະຍາດໂຄວິດ 19 ປະຈໍາວັນທີ 30 ທັນວາ 2021 ວ່າ ມາຮອດວັນທີ 29 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.405 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.272 ຄົນ (ຕິດເຊື້ອພາຍໃນ ມີ 1.272 ຄົນ ແລະ ຕິດເຊື້ອນໍາເຂົ້າ 00 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.272 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 458 ຄົນ, ອຸດົມໄຊ 169 ຄົນ, ຫຼວງນໍ້າທາ 96 ຄົນ, ວຽງຈັນ 83 ຄົນ, ຊຽງຂວາງ 65 ຄົນ, ບໍ່ແກ້ວ 64 ຄົນ, ຫຼວງພະບາງ 60 ຄົນ, ບໍລິຄໍາໄຊ 53 ຄົນ, ຜົ້ງສາລີ 52 ຄົນ, ເຊກອງ 35 ຄົນ, ໄຊສົມບູນ 34 ຄົນ, ໄຊຍະບູລີ 26 ຄົນ
ສະຫັວນນະເຂດ 25 ຄົນ, ຄໍາມ່ວນ 17 ຄົນ, ຫົວພັນ 14 ຄົນ, ຈໍາປາສັກ 10 ຄົນ, ສາລະວັນ 9 ຄົນ ແລະ ອັດຕະປື 2 ຄົນ
ສ່ວນກໍລະນີນຳເຂົ້າແມ່ນບໍ່ມີ
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 110.054 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 360 ຄົນ (ເສຍຊີວິດໃໝ່ 05 ຄົນ).