7ຢ່າງ ທີ່ໂດດເດັ່ນຂອງຮອງອັນດັບຫນຶ່ງ ນາງສາວລາວ 2021 ກວາງ ກັນລະຍາ

317

ເວທີປະກວດແຫ່ງກຽດຕິຍົດຂອງແມ່ຍິງລາວ ແລະ ຕາມຫາຜູ້ທີ່ມີຄວາມພຽນພ້ອມທັງກິລິຍາມາລະຍາດ, ຄວາມຮູ້ຄວາມສາມາດ ແລະ ເປັນແມ່ຍິງສະໄຫມໃຫມ່ທີ່ໂດດເດັ່ນ,ກ້າຫານ ຫາກໍ່ຜ່ານພົ້ນໄປ ເມື່ອບໍ່ເທົ່າໃດມື້ຜ່ານມາ ກັບເວທີປະກວດ Miss Laos ຫລື ນາງສາວລາວ2021 ແລະ ຕ້ອງສະແດງຄວາມຍິນດີດ້ວຍກັບດີກີສາວແພດສຸດງາມ ກັນລະຍາ ໂຄດໂຍທາ ( ກວາງ ) ML8 ທີ່ສາມາດເຮັດຄວາມຝັນຂອງຕົນເອງໃຫ້ເປັນຈິງ ຄວ້າຕຳແຫນ່ງ ຮອງອັນຫນຶ່ງ ຈາກເວທີອັນຊົງຄຸນຄ່ານີ້ໄປຄອງຢ່າງສົມກຽດ ແລະ ຫນ້າຊື່ນຊົມເປັນທີ່ສຸດ.

ໃນມື້ນີ້ທີມຂ່າວບັນເທີງ ຈະພາທຸກຄົນມາທຳຄວາມຮູ້ຈັກກັບສາວງາມ ທີ່ຫາກໍ່ໄດ້ຮັບຕໍາແຫນ່ງໄປໃຫມ່ໆຫມາດໆນີ້ໃຫ້ເລິກຂຶ້ນກວ່າເກົ່າ ໂດຍຜ່ານ 5ຄໍາຕອບນີ້ໄປພ້ອມກັນ:

ສາວ ກັນລະຍາ ໂຄດໂຍທາ ຫລື ກວາງ ອາຍຸ 23ປີ ມາຈາກແຂວງຈຳປາສັກ ແລະ ຈົບການສຶກສາ ຈາກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ ສາຍຜະດຸງຄັນ ເປັນສາວແພດທີ່ມີທັງຄວາມງາມ ແລະ ຄວາມສາມາດຄົບ, ພຽບພ້ອມ ແລະ ມີແຟນໆນາງງາມເຊຍມາຕັ້ງແຕ່ຕົ້ນເລີຍ.

ຜ່ານມາຍັງບໍ່ເຄີຍປະກວດເວທີໃດມາກ່ອນ, ເວທີນາງສາວລາວຖືວ່າເປັນເວທີທຳອິດທີ່ກວາງທີ່ລົງປະກວດ ເຊິ່ງມັນເປັນສີ່ງທີ່ທ້າທ້າຍຫລາຍສຳລັບຜູ້ທີ່ບໍທັນມີປະສົບການ ແຕ່ກໍພະຍາຍາມເຝິກຝົນຕົນເອງເພື່ອກຽມປະກວດເວທີນີ້ ເພື່ອຊ່ວຍເປັນກະບອກສຽງໃນດ້ານຕ່າງໆຢູ່ໃນສັງຄົມ ແລະ ໃນວົງການບັນເທີງເປັນອີກຫນຶ່ງສີ່ງທີ່ກວາງກໍມັກຖ້າມີໂອກາດເຂົ້າມາກໍ່ພ້ອມຈະຮັບເອົາໄວ້ .

ຄະຕິປະຈໍາໃຈ : “ຄວາມສໍາເລັດບໍ່ໄດ້ຕົກລົງມາຈາກຟ້າ ແຕ່ມັນຢູ່ກັບການສະແຫວງຫາ ແລະ ລົງມືທໍາ”.

ສໍາລັບການປະກວດນາງສາວລາວໃນປີນີ້ ມັນເປັນຄວາມຝັນ ແລະຢາກເຮັດໃຫ້ມັນສໍາເລັດມາດົນແລ້ວ ແຕ່ບໍ່ມີໂອກາດ ເຊິ່ງມື້ນີ້ໂອກາດ ແລະ ຄວາມພ້ອມມາແລ້ວ ຈຶ່ງຢາກຄວ້າມັນໄວ້ ແລະ ອີກເຫດຜົນຫນຶ່ງແມ່ນເວທີນີ້ເປັນເວທີ່ແຫ່ງຄວາມພາກພູມໃຈຂອງແມ່ຍິງລາວທຸກຄົນ ຕົນເອງກໍ່ເປັນອີກຄົນຫນື່ງທີ່ຢາກຈະໄປຢືນ ແລະ ໃສ່ມົງກຸດອັນຊົງກຽດເທິງເວທີດັ່ງກ່າວເຊັ່ນດຽວກັນ ແລະ ໃນມີນີ້ຄວາມຝັນກໍ່ເປັນຈິງ ກວາງໄດ້ເຮັດມັນສໍາເລັດແລ້ວ

ຄວາມສາມາດພິເສດ ກໍ່ມີຫລາຍໆຢ່າງເລີຍເຊັ່ນ: ການຮ້ອງເພງ, ການຟ້ອນຄວາມອ່ອນຊ້ອຍຂອງແມ່ຍິງ ຈຸດເດັ່ນອາດແມ່ນສະເໜ່ທີ່ເປັນໂຕຂອງໂຕເອງ, ຍິ້ມແຍ້ມເປັນມິດກັບທຸກຄົນ ແລະ ທີ່ສຳຄັນນ້ອງເປັນຄົນທີ່ເຕັມທີ່ກັບສີ່ງທີ່ຕົນເອງກຳລັງລົງມືເຮັດໂດຍບໍ່ຫວັ່ນກັບອຸປະສັກ ມີຄວາມມຸ້ງຫມັ້ນກັບສິ່ງທີ່ກໍາລັງເຮັດຢູ່ , ຄວາມອົດທົນ, ບຸກບືນ ໃຫ້ໂຕເອງກ້າວສູ່ໄຊຊະນະ ແລະ ຮ່ວມເຮັດວຽກນຳກອງປະກວດ ໄດ້ສົມບູນແບບ.

ເປົ້າຫມາຍຕໍ່ໄປຫລັງຈາກຮັບຕໍາແຫນ່ງແລ້ວ ແມ່ນຢາກຊ່ວຍເປັນກະບອກສຽງເພື່ອໃຫ້ນ້ອງໆ ໄວຫນຸ່ມທຸກຄົນ ແນມເຫັນ ແລະ ຫັນມາໃສ່ໃຈກ່ຽວກັບບັນຫາສັງຄົມຫລາຍຂຶ້ນ ແລະ ພ້ອມທີ່ຈະຊ່ວຍເຫລືອວຽກງານສາທາລະນະສຸກທີ່ເປັນບັນຫາອັນສຳຄັນໃນຕອນນີ້ ນອກນັ້ນ, ນ້ອງຍັງຢາກໄປຊ່ວຍເຜີຍແຜ່ເລື່ອງໂພຊະນາການກ່ຽວກັບແມ່ ແລະ ເດັກໃນເຂດຫ່າງໄກທີ່ຂໍ້ມູນຍັງເຂົ້າບໍ່ເຖິງໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ມີຊີວິດທີ່ດີຂຶ້ນ ເຊີ່ງຈະນຳຄວາມທີ່ໄດ້ຮຽນມາມາຊ່ວຍເຫລືອສັງຄົມໃຫ້ໄດ້ຫລາຍທີ່ສຸດ.

ກິດຈະກໍາໃນຍາມວ່າງຂອງນ້ອງແມ່ນ ຫລິ້ນກິລາຕີດອກປີກໄກ່, ອອກກໍາລັງກາຍ, ຊ້ອມຮ້ອງເພງ ແລະ ຫລາຍໆຢ່າງເລີຍ. ຊ່ອງທາງການຕິດຕາມ Facebook: Kuang Pien-Arom ແລະ Instagram: kuangkanlaya.

ຮູບ: Kuang Pien-Arom,Ang Phao  Phonemany