ບູລະນະສ້ອມແປງ ເສັ້ນທາງເຂົ້າສູ່ ວັດປ່າພະບາດ ພູເຂົາຄວາຍ

243

ເສັ້ນທາງເປັນໂຄງລ່າງພື້ນຖານທີ່ສຳຄັນທີ່ສຸດໃນການເດີນທາງ ໄປມາຫາສູ່ ໂດຍສະເພາະໄປສະຖານທີ່ສຳຄັນ ຍິ່ງເປັນຊ່ວງແຫ່ງການກະກຽມເປີດຮັບນັກທ່ອງທ່ຽວ ແບບນີ້ເສັ້ນທາງຕ້ອງສະດວກໄວ້ກ່ອນ ເພື່ອຄວາມສະດວກສະບາຍທັງເປັນການສ້າງຄວາມຈະເລີນໃນພື້ນທີ່.

ແຫລ່ງຂ່າວຈາກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ການສ້ອມແປງທາງເຂົ້າບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເລີ່ມຂຶ້ນໃນວັນທີ 26 ທັນວາ 2021 ນີ້, ຕາມແຜນການຈະໃຫ້ສໍາເລັດໃນວັນທີ 31 ທັນວາ ໂດຍແມ່ນທຶນສົມທົບຂອງອົງການປົກຄອງບ້ານ, ວັດປ່າພະບາດພູເຂົາຄວາຍ ແລະ ຟາມລ້ຽງໝູ ບໍລິສັດ ຊີພີລາວ ຈໍາກັດ ໃນມູນຄ່າການສ້ອມແປງ 180 ລ້ານກີບ, ຄວາມຍາວ 5 ກິໂລແມັດ ນັບແຕ່ທາງຫລວງແຫ່ງຊາດ ຈຸດທາງແຍກບ້ານນານົກຂຸ້ມ ເຂົ້າໄປເຖິງທາງໜ້າວັດປ່າພະບາດພູເຂົາຄວາຍ.

ທ່ານ ສອນໄຊ ເພັດທອງສິງ ນາຍບ້ານນາຍາງ ເມືອງທຸລະຄົມ ໃຫ້ຮູ້ວ່າ: ການສ້ອມແປງທາງຄັ້ງນີ້, ກໍເພື່ອອໍານວຍຄວາມສະດວກໃນການສັນຈອນໄປ-ມາ ຂອງລູກຫລານ, ພໍ່ແມ່ປະຊາຊົນ ກໍຄື ສາສະນິກະຊົນຊາວພຸດທີ່ເຫລື້ອມໃສໃນພຸດທະສາສະໜາ ໄດ້ເຂົ້າມາກາບໄຫ້ວ, ສັກກະລະບູຊາ, ໂມທະນາກິນທານ ແລະ ປະຕິບັດທໍາຢູ່ວັດປ່າພະບາດພູເຂົາຄວາຍ.

ເນື່ອງຈາກໃນທຸກໆປີ ພາຍຫລັງສິ້ນສຸດລະດູຝົນ ອຳນາດກາດປົກຄອງບ້ານໄດ້ມີຄວາມເອກະພາບກັບຄະນະພະສົງ, ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງສ້ອມ ແປງໃນແຕ່ລະປີ, ຍ້ອນຜົນກະທົບຈາກລະດູຝົນເຮັດໃຫ້ເສັ້ນທາງຊຸດໂຊມ, ເປ່ເພ, ເປັນຂຸມຫລາຍຈຸດ, ເຊິ່ງໜ້າວຽກຫລັກໃນການສ້ອມແປງ ແມ່ນການອະນາໄມຂອບທາງ, ປັບຮ່ອງລະບາຍນໍ້າ, ເອົາດິນມາຖົມ, ຫົດນໍ້າ ແລະ ນໍາໃຊ້ລົດໂລຢຽບໃຫ້ແໜ້ນ.