ທີມຊາດໄທ ສ້າງສະຖິຕິໃໝ່ຊະນະຄູ່ແຂ່ງຂາດລອຍທີ່ສຸດ ໃນຮອບຊີງຊະນະເລີດ AFF SUZUKI CUP

257

ທີມຊາດໄທ ສ້າງສະຖິຕິເອົາຊະນະຄູ່ແຂ່ງຂາດລອຍທີ່ສຸດໃນປະຫວັດສາດຮອບຊີງຊະນະເລີດຂອງການແຂ່ງຂັນບານເຕະ AFF SUZUKI CUP ຫຼັງຈາກທີ່ຖະຫຼົ່ມ ອິນໂດເນເຊຍ ໄປຂາດລອຍ 4-0 ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ນັດຊີງຊະນະເລີດນັດທໍາອິດປະຈໍາວັນທີ 29 ທັນວາ 2021 ພ້ອມເຮັດໃຫ້ ທີມຊາດໄທ ມີໂອກາດຄວ້າແຊັມສະໄໝທີ 6 ເປັນທີ່ສຸດ.

ນັດດັ່ງກ່າວ ທີມຊາດໄທ ຄຸມເກມໄດ້ທັງໝົດ ກ່ອນເອົາຊະນະໄປຂາດລອຍ 4-0 ຈາກການຍິງຂອງ ຊະນາທິບ ສົງກຣະສິນ 2 ປະຕູ, ສ່ວນອີກ 2 ປະຕູໄດ້ຈາກ ສຸກໂຊກ ສາຣະຊາດ ແລະ ບະດິນ ຜາລາ.

ຈາກຄະແນນດັ່ງກ່າວເຮັດໃຫ້ ເປັນສະຖິຕິໃໝ່ຂອງລາຍການ AFF SUZUKI CUP ທີ່ມີຜົນຄະແນນຊະນະຄູ່ແຂ່ງຫຼາຍທີ່ສຸດເຖິງ 4-0 ທໍາລາຍສະຖິຕິກ່ອນໜ້ານີ້ ທີ່ທີມຊາດໄທ ຖະຫຼົ່ມ ອິນໂດເນເຊຍ 4-1 ໃນການແຂ່ງຂັນບານເຕະ AFF SUZUKI CUP 2000.

ສໍາລັບ ນັດທີ 2 ທີມຊາດໄທ ພົບ ອິນໂດເນເຊຍ ໃນວັນທີ 1 ມັງກອນ 2022 ເວລາ 19:30 ໂມງ ເຊິ່ງເປັນງານໜັກຂອງ ອິນໂດເນເຊຍ ຕ້ອງຊະນະ 4 ໜ່ວຍຂຶ້ນໄປຈິ່ງມີລຸ້ນຕໍ່ ເພາະຖ້າເຮັດບໍ່ໄດ້ ທີມຊາດໄທ ກໍຈະຄວ້າແຊັມລາຍການນີ້ເປັນສະໄໝທີ 6 ທັນທີ.
ຮູບຈາກ: changsuek