
ທີມຂ່າວເສດຖະກິດ-ການຄ້າ ຮ່ວມກັບ ສະໜາມກ໊ອຟ ລາວຄັນທຣີ ຄັບ ນໍາເອົາອີກໜຶ່ງເຕັກນິກໃນການຫຼິ້ນກ໊ອຟ ສໍາລັບມືນີ້ຈະນໍາສະເໜີ ຫຼັກການໆຕີເບັກສະປິນ ( back sprint ) ຫຼື ເອີ້ນຢ່າງໜຶ່ງຄືການຕີລູກກ໊ອຟໃຫ້ໝຸນຖອຍຫຼັງ ( ລູກສະກຸນຖອຍ ທີ່ເອີ້ນກັນໃນບາງຖ້ອງຖິ່ນນັ້ນເອງ ).
ກ່ອນອື່ນເຮົາໄປຮູ້ກັບ ແບັກສະປິນ ໃນກີລາກ໊ອຟແມ່ນ ການທີ່ຕີລູກກ໊ອຟອອກໄປດ້ວຍການປັ່ນໝຸນຖອຍຫຼັງໄປຕະຫຼອດເວລາ ເຊິ່ງມີຜົນເຮັດໃຫ້ລູກກ໊ອຟພຸ່ງອອກໄດ້ຢ່າງໝັ້ນຄົງ, ບໍ່ລ້ຽວໄປມາ, ລອຍຢູ່ໃນອາກາດດົນ ແລະ ຈຸດພິເສດຂອງການຕີແບບນີ້ຄື ຍິງຕີແບັກສະປິນຫຼາຍເທົ່າໃດລູກຍິ່ງໂດ່ງຂຶ້ນສູງເທົ່ານັ້ນ ເວລາລູກກ໊ອຟຕົກລົງພື້ນ ຫຼື ກຣີນຈະລົງຢ່າງນິ້ມນວນ ໂດຍຫຼັກການໆຕີແບບນີ້ມີດັ່ງນີ້:
1.ແບັກສະປິນມີຄວາມຈໍາເປັນຫຼາຍສໍາລັບລູກສັ້ນທີ່ຕ້ອງການຕີຂຶ້ນກຣີນ
2.ເຫຼັກກ໊ອຟຍິ່ງມີອົງສາໜ້າເຫຼັກຫຼາຍເຊັ່ນ ພິກທ໌ຊິງເວດຈ໌, 52, 56 ແລະ 60 ອົງສາ ເປັນຕົ້ນ ຈະເຮັດໃຫ້ແບັກສະປິນທີ່ສູງຂຶ້ນໄປຕາມລໍາດັບ.
3.ການຕີລູກສັ້ນຍິ່ງໄກຍິ່ງແບັກສະປິນຫຼາຍຂຶ້ນ ເນື່ອງຈາກແຮງສະວິງທີ່ຕ້ອງການເພື່ອທີ່ທ່ານຈະຕີລູກໃຫ້ໄດ້ແຄຣີ 100 ຫຼາ ຈະກໍໃຫ້ເກີດແບັກສະປິນກັບລູກກ໊ອຟສູງກວ່າການຕີໄລຍະສັ້ນໆ ຄືລູກນັ້ນຈະປັ່ນຫຼາຍກວ່າຫຼາຍ.
ອະທິບາຍສັບກ໊ອຟ
-ແຄຣີ: ໄລຍະທາງຈາກຈຸດທີ່ຕີລູກໄປຍັງຈຸດທີ່ຕົກລົງພື້ນ
-ກຣີນ ( Green ) ບໍລິເວນຂຸມທີ່ມີຫຍ້າລຽບທີ່ສຸດໃນສະໜາມ
ຄັດຈາກ: www.thaigolfguru.com