ຮັບປີໃໝ່ 2022 ນ້ຳມັນຂຶ້ນລາຄາ ເລີ່ມວັນທີ 1 ມັງກອນ

295

ກະຊວງສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 1330/ອຄ ລົງວັນທີ 30ທັນວາ 2021 ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ຂາຍຍ່ອຍນ້ຳມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ ປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດ ຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 390 ກີບ/ລິດ, ນ້ຳມັນແອັດຟັງທໍາມະດາ ປັບຂຶ້ນ 60 ກີບລິດ ແລະ ນ້ຳມັນກາຊວນ ປັບຂຶ້ນ 50 ກີບ/ລິດ.


ເຊິ່ງລາຄາໃໝ່ນີ້ແມ່ນໃຫ້ເລີ່ມປະຕິບັດ ວັນທີ 01 ມັງກອນ 2022 ເວລາ 06.00 ໂມງ ເປັນຕົ້ນໄປໃນຂອບເຂດທົ່ວປະເທດ.

ຈາກການປັບລາຄາໃໝ່ນີ້ຈະເຮັດໃຫ້ ນ້ຳມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນຖືກລິດລະ 13.950 ກີບ, ແອັດຊັງທຳມະດາ 12.290 ກີບ, ກາຊວນ 10.470 ກີບຕໍ່ລິດ ແຂວງຜົ້ງສາລີ ແອັດຊັງພິເສດ 14.590 ກີບ, ແອັດຊັງທຳມະດາ 12.930 ກີບ, ກາຊວນ 11.110 ກີບ, ອຸດົມໄຊ ແອັດຊັງພິເສດ 14.430 ກີບ, ທຳມະດາ 12.770 ກີບ, ກາຊວນ 10.950 ກີບ.


ຫຼວງພະບາງແອັດຊັງພິເສດ 14.320 ກິບ, ແອັດຊັງທຳມະດາ 12.660ກີບ, ກາຊວນ 10.840 ກີບ, ແຂວງຫົວພັນ ແອັດຊັງພິເສດ 14.350 ກີບ, ແອັດຊັງທຳມະດາ 12.690 ກີບ ,ກາຊວນ 10.870 ກິບຕໍ່ລິດ, ຊຽງຂວາງ ແອັດຊັງພິເສດ 14.140 ກີບ, ແອັດຊັງທຳມະດາ 12.480 ກີບ, ກາຊວນ 10.660 ກີບ.12.320 ກີບ ແລະກາຊວນ 10.500 ກີບ.

ສະຫວັນນະເຂດ ແອັດຊັງພິເສດ 13.980 ກິບ, ແອັດຊັງທຳມະດາ 12.320 ກີບ, ກາຊວນ 10.500 ກີບຕໍ່ລິດ. ຈຳປາສັກ ແອັດຊັງພິເສດ 14.010 ກີບ ແອັດຊັງທຳມະດາ 12.350 ກີບກາຊວນ 10.350 ກີບ, ອັດຕະປື ແອັດຊັງພິເສດ 14.190 ກີບ, ແອັດຊັງທຳມະດາ 12.530ກີບ ແລະລາຄາກາຊວນແມ່ນລິດລະ 10.710 ກີບ.