ເຊື່ອວ່າຫຼາຍຄົນແມ່ນມີແຜນໄປທ່ຽວສຳລັບປີໃໝ່ນີ້ ເນື່ອງຈາກພັກຍາວຫຼາຍມື້ ຈຶ່ງເໝາະສົມແກ່ການເດີນທາງ ຂຶ້ນເໜືອລົງໃຕ້ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວ ທາງສະຖານີລົດໄຟຄວາມໄວສູງ ລາວ-ຈີນ ຈິ່ງເພີ່ມຖ້ຽວລົດໄຟຈາກ 2 ເປັນ 3 ຖ້ຽວຕໍ່ວັນເລີ່ມມີຜົນແຕ່ນີ້ຫາວັນທີ 3 ມັງກອນ 2022.
ໂດຍທາງສະຖານີລົດໄຟ ແມ່ນໄດ້ແຈ້ງເຖິງຜູ້ໂດຍສານທຸກທ່ານກ່ຽວກັບການເພີ່ມຖ້ຽວລົດໄຟ C88/C87 ໃນຊ່ວງເທດສະການປີໃໝ່ສາກົນ 30/12/2021 – 3/1/2022, ເນື່ອງໄລຍະວັນທີ 30 ທັນວາ 2021 ຫາ ວັນທີ 3 ມັງກອນ 2022 ເປັນຊ່ວງເທດສະການປີໃຫມ່ສາກົນ, ຜູ້ທີ່ສົນໃຈໄປເດີນທາງດ້ວຍລົດໄຟຈະເພີ່ມຂຶ້ນລົດໄຟຈະເພີ່ມຖ້ຽວດັ່ງນີ້
1. ຂະບວນລົດໄຟ C82/C81, ນະຄອນຫຼວງວຽງຈັນ-ໂພນໂຮງ-ວັງວຽງ-ຫຼວງພະບາງ-ເມືອງໄຊ-ບໍ່ເຕ່ນ, ຊຶ່ງຈະອອກຈາກນະຄອນຫລວງວຽງຈັນເວລາ 08:00 ໂມງ ແລະ ຈອດຕາມລຳດັບແຕ່ລະສະຖານີທີ່ກ່າວມາຂ້າງເທິງ ເປັນຖ້ຽວແລ່ນປົກກະຕິ.( ແລ່ນທຸກມື້ຢູ່ແລ້ວ)
2. ຂະບວນລົດໄຟ C84/C83, ນະຄອນຫຼວງວຽງຈັນ-ຫຼວງພະບາງ, ຊຶ່ງຈະອອກຈາກນະຄອນຫລວງວຽງຈັນ ເວລາ 16:00 ໂມງ ແລະ ຈອດຕາມລຳດັບຕາມສະຖານີກ່າວມາຂັ້ນເທິງ ເປັນຖ້ຽວແລ່ນປົກກະຕິ.( ແລ່ນສະເພາະວັນສຸກ, ເສົາ ແລະ ອາທິດ)
3. ຂະບວນລົດໄຟ C88/C87 ເຊິ່ງເປັນຖ້ຽວພິເສດ, ນະຄອນຫຼວງວຽງຈັນ-ໂພນໂຮງ-ວັງວຽງ-ຫຼວງພະບາງ-ເມືອງໄຊ-ບໍ່ເຕ່ນ, ຊຶ່ງຈະອອກຈາກນະຄອນຫລວງວຽງຈັນເວລາ 09:00 ໂມງ ແລະ ຈອດຕາມແຕ່ລະສະຖານີຕາມລຳດັບທີ່ກ່າວມາຂ້າງເທິງເປັນຖ້ຽວເພີ່ມ.
ເຊິ່ງວ່າຂະບວນລົດໄຟຂົນສົ່ງຜູ້ໂດຍສານ ໃນແຕ່ລະສະຖານີແມ່ນຈະຈອດປະມານ 3 ນາທີເທົ່ານັ້ນ ຂໍໃຫ້ທຸກທ່ານທ່ຽວປີໃໝ່ຢ່າງມ່ວນຊື່ນ ແລະປອດໄພ.