ນັກສຶກສາກຽມພ້ອມ! ປາກປ່າສັກ ຈະເປີດການຮຽນ-ສອນແລ້ວ

265

ໂຄວິດມາ ການສຶຶກສາກໍ່ຖືກຢຸດໄປພ້ອມໆກັບຂະແໜງການອື່ນໆ, ເນື່ອງຈາກແຕ່ຕົ້ນສົກຮຽນ ຫຼື ສົກສຶກສາ 2021-2022 ນັ້ນແມ່ນ ຕ້ອງໄດ້ຜັນປ່ຽນການຮຽນ ການສອນໃນຮູບແບບອອນລາຍ ເພື່ອໃຫ້ເຂົ້າກັບສະພາບການແຜ່ລະບາດຂອງໂຄວິດ-19, ແຕ່ອີກບໍ່ດົນຈາກນີ້ຈະໄດ້ໄປນັ່ງໃນຫ້ອງຢ່າງເຊິ່ງໜ້າຄືກັບບັນຍາກາດທີ່ເຄີຍເປັນມາ.

ຫຼ້າສຸດນີ້ ທາງວິທະຍາໄລປາກປ່າສັກ ກໍ່ໄດ້ອອກແຈ້ງການເລກທີ 4303/ວຕປສ ລົງວັນທີ 27 ທັນວາ 2021 ກ່ຽວກັບການຈັດຕັ້ງການຮຽນ-ສອນ ປະຈໍາສົກສຶກສາ 2021-2022 ແຕ່ຍັງຄົງປະຕິບັດຕໍ່ມາດຕະການຢ່າງເຂັ້ມງວດຕື່ມ.

ເຊິ່ງວ່າຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໄດ້ລະບຸວ່າ: ກ່ຽວກັບ ການຈັດຕັ້ງ ການຮຽນ-ການສອນ ແບບເຊິ່ງໜ້າ ໃຫ້ນັກສຶກສາປີສຸດທ້າຍທຸກລະດັບປະກາສະນິຍະບັດ ຄາດວ່າຈະໄດ້ເລີ່ມໃນວັນທີ 4 ມັງກອນ 2022 ເປັນຕົ້ນໄປ. ສຳລັບນັກສຶກສາປີ 1 ທຸກລະດັບປະກາສະນິຍະບັດນັກສຶກສາ ປີທີ 2 (9+3 ແລະ 12+3) ແລະ ນັກສຶກສາລະບົບຕໍ່ເນື່ອງຊັ້ນສູງ ຄາດວ່າຈະເລີ່ມ 17 ມັງກອນ 2022 ເປັນຕົ້ນໄປ.

ພ້ອມນີ້, ນັກສຶກສາຜູ້ທີ່ປະສົງເຂົ້າຫໍພັກ ແມ່ນຕ້ອງພົວພັນກັບພະແນກກິດຈະການນັກສຶກສາ ເພື່ອປະກອບຄຳຮ້ອງເຂົ້າຫໍພັກ ໃຫ້ສຳເລັດກ່ອນມື້ກຳນົດເຂົ້າຮຽນ 1-2 ອາທິດ ແລະ ນັກສຶກສາທຸກຄົນຕ້ອງ ຕ້ອງມາລົງທະບຽນພ້ອມດ້ວຍຈ່າຍຄ່າຮຽນ ແລະ ຄ່າບໍລິການຕ່າງໆ ໃຫ້ສຳເລັດຢ່າງຊ້າ 1-2 ອາທິດ ກ່ອນກຳນົດມື້ເຂົ້າຮຽນ.