Yearly Archives: 2021

ອິນໂດເນເຊຍ ຈະປົດລ໊ອກລ້າງແຄ້ນທີມຊາດໄທ ໃນຮອບຊີງໄດ້ຫຼືບໍ? ຫຼັງເຄີຍຜິດຫວັງມາ 3 ຄັ້ງ

ເປັນການຫວນຄືນມາພົບກັນຄັ້ງທີ 4 ສໍາລັບ ທີມຊາດອິນໂດເນເຊຍ ຈະໄດ້ພົບກັບ ທີມຊາດໄທ ໃນຮອບຊີງຊະນະເລີດຂອງການແຂ່ງຂັນບານເຕະ AFF SUZUKI CUP ເຊິ່ງ ອິນໂດເນເຊຍ ຜ່ານເຂົ້າຮອບຊີງຊະນະເລີດໄດ້ເຖິງ 5 ຄັ້ງ, ແຕ່ກັບໄດ້ພຽງອັນດັບ 2 ເຖິງ 5 ຄັ້ງໃນນັ້ນເສຍໃຫ້ກັບ ທີມຊາດໄທ ເຖິງ 3 ຄັ້ງໃນຮອບຊີງຊະນະເລີດລາຍການນີ້...

ໂອໄມຄຣອນ ລະບາດໜັກຢູ່ເອີຣົບ ຫຼາຍປະເທດຕ້ອງກັບມາເຂັ້ມງວດຄືນຮອບໃໝ່

ສະພາບການລະບາດໂຄວິດ ຢູ່ທົ່ວໂລກແມ່ນຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດໃນທະວິບອາເມລິກາ ແລະ ເອີຣົບ ເນື່ອງຈາກສານພັນໂອມິກຣອນ ຊຶ່ງເຮັດໃຫ້ລັດຖະບານຫຼາຍປະເທດ ອອກມາປະກາດບາງມາດຕະການທີ່ເຂັ້ມງວດຄືນເພື່ອສະກັດກັ້ນການລະບາດໃນຄັ້ງນີ້ ເຊື້ອ omicron ສາມາດແຜ່ເຊື້ອ2-3ເທົ່າ ໄວກ່ວາສາຍພັນເດວຕ້າ, ເພາະເຫັນໄດ້ວ່າໂອໄມຄຣອນມາຮອດປະຈຸບັນສາມາດພົບເຫັນໃນຫຼາຍປະເທດທົ່ວໂລກ ແລະ ໃນເຂດທີ່ມີການລະບາດສາຍພັນກດັ່ງກ່າວແມ່ນກຳລັງຈະທົດແທນສາຍພັນກ່ອນໜ້າທີ່ດ້ວຍຄຸນລັກສະນະພິເສດ ຂອງເຊື້ອທີ່ສາມາດເຂົ້າຫາຮ່າງກາຍໄດ້ໄວ ແລະ ສາມາດແຜ່ເຊື້ອໄດ້ໄວກວ່າຫຼາຍເທົ່າເມື່ອເຂົ້າສູ່ຈຸລັງແລ້ວ. ຂ່າວລາຍງານວ່າໃນວັນທີ 28 ທັນວາ 2021 ປະເທດຝຣັ່ງ ພົບການຕິດເຊື້ອໂຄວິດສູງສຸດຕໍ່ມື້ດ້ວຍຈຳນວນຫຼາຍກວ່າ 170.000 ຄົນ. ມີຂໍ້ມູນພົບເຫັນວ່າ...

ກຳລັງມາແຮງ ປີ້ລົດໄຟຂາຍນອກປ່ອງ ບໍລິສັດເຕືອນຢ່າຫຼົງເຊື່ອ

ເລີ່ມແຕ່ມື້ເປີດນຳໃຊ້ລົດໄຟຄວາມໄວສູງ ລາວ-ຈີນ ຢ່າງເປັນທາງການແຕ່ຕົ້ນເດືອນທັນວາເປັນຕົ້ນມາ ທີ່ເປັນປະກົດການໃໝ່ທີ່ເກີດຂຶ້ນໃນສັງຄົມລາວ, ຄົນລາວໃຫ້ຄວາມສຳຄັນຫຼາຍ ສັງເກດໄດ້ຈາກຈຳນວນປະຊາຊົນທີ່ໄປຄອຍຖ້າຊື້ປີ້ລົດໄຟເປັນຈຳນວນຫຼາຍໃນແຕ່ລະວັນ ເຊິ່ງຖືວ່ານັ້ນເປັນນິມິດໝາຍອັນໃໝ່ໃນສັງຄົມລາວ. ແຕ່ເຖິງຢ່າງໃດກໍ່ຕາມ ໃນການຊື້ປີ້ລົດໄຟຄວາມໄວສູງນັ້ນ ປະຈຸບັນແມ່ນບໍລິສັດຍັງບໍທັນໄດ້ເປີດຂາຍທາງອອນລາຍເທື່ອ ມີພຽງຢູ່ບັນດາສະຖານີທີ່ເປີດຂາຍຕາມໂມງເວລາທີ່ທຸກຄົນອາດຈະຮັບຮູ້ແລ້ວແລະຫວ່າງມໍ່ໆມານີ້ກໍ່ມີຂ່າວເລື່ອງປີ້ລົດໄຟນອກປ່ອງບໍລິການກໍ່ຄື ມີຄົນຊື້ມາເພື່ອຂາຍຕໍ່ເອົາກຳໄລ ແຕ່ວິທີການນີ້ຜູ້ຈະຊື້ຕ້ອງມີສະຕິເພາະຫ່ວງວ່າຈະເສຍເງິນແຕ່ຂຶ້ນລົດໄຟບໍໄດ້ນັ້ນເອງ. ຫຼ້າສຸດ, ທາງສະຖານີລົດໄຟກໍ່ໄດ້ອອກປະກາດເຖິງຜູ້ໂດຍສານທຸກທ່ານ ເພື່ອໃຫ້ປະຊາຊົນມີສະພາບແວດລ້ອມທີ່ດີໃນການຊື້ປີ້ລົດໄຟນັ້ນ ກະລຸນາຊື້ປີ້ລົດໄຟຈາກຊ່ອງທາງທີ່ເປັນທາງການ ເຊິ່ງວ່າໃນປັດຈຸບັນນີ້ມີແຕ່ປ່ອງຂາຍປີ້ຂອງສະຖານີລົດໄຟຕ່າງໆເຊັ່ນວ່າ: ນະຄອນຫຼວງວຽງຈັນ, ໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ ແລະ ບໍ່ເຕັນ. ທີ່ເປັນຊ່ອງທາງໃນການຊື້ປີ້ຢ່າງເປັນທາງການ...

ປກສ ແຂວງບໍລິຄຳໄຊ ກຳຈັດສວນກັນຊາ 135 ກວ່າເຮັກຕາ

ຂຶ້ນຊື່ວ່າສິ່ງທີ່ຜິດກົດໝາຍ ຕ້ອງໄດ້ກຳຈັດໃຫ້ໝົດກ້ຽງ ເພື່ອຄວາມສະຫງົບສຸກຂອງສັງຄົມ ປາສະຈາກສິ່ງທີ່ສ້າງຄວາມຫຍໍ້ທໍ້ໃຫ້ກັບສັງຄົມ, ກອງບັນຊາການ ປກສ ແຂວງບໍລິຄຳໄຊ ນຳກຳລັງສົມທົບກັບພາກສ່ວນກ່ຽວຂ້ອງເຂົ້າທຳລາຍສວນກັນຊາ ທີ່ມີພໍ່ແມ່ປະຊາຊົນ ລັກລອບປູກ ໃນເຂດຫ່າງໄກສອກຫຼີກໄດ້ ຈຳນວນ 140 ຕອນ ປະມານ 135 ກວ່າເຮັກຕາ. ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ເປີດເຜີຍວ່າ: ພາຍຫຼັງມີການສືບຮູ້...

ອຸຕຸເຕືອນ ຈະໜາວຂຶ້ນອີກໃນອາທິດນີ້ຕ້ອນຮັບປີໃໝ່ຢ່າລືມສຸຂະພາບເດີ້ທຸກຄົນ

ໜາວຂ້າມປີ, ອຸຕຸເຕືອນສະພາບອາກາດຕະຫຼອດອາທິດນີ້ ອຸນຫະພູມຈະໜາວເຢັນລົງຕື່ມ 1-3 ອົງສາ ໃນແຕ່ລະພາກ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາດກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1435/ກອຕທ, ລົງວັນທີ 27 ທັນວາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 27 ທັນວາ...

ການປັບປຸງຕົວຊີ້ວັດການດໍາເນີນທຸລະກິດຂອງ ສປປ ລາວ ຍັງບໍ່ທັນອໍານວຍເທົ່າທີ່ຄວນ

5 ປີຜ່ານມາ ເຫັນວ່າສະພາບແວດລ້ອມໃນການດໍາເນີນທຸລະກິດຂອງ ສປປ ລາວ ແມ່ນບໍ່ທັນອໍານວຍເທົ່າທີ່ຄວນ ອັນດັບຂອງ ສປປ ລາວ ແມ່ນມີທ່າອ່ຽງຫຼຸດລົງເລື້ອຍມາ, ຈາກອັນດັບທີ 139 ໃນປີ 2015 ມາຢູ່ອັນດັບທີ 154 ໃນປີ 2019 ເຖິງວ່າການຂຶ້ນທະບຽນວິສາກິດສາມາດຫຼຸດລົງຈາກ 9 ຂັ້ນຕອນ ໃຊ້ເວລາ ສະເລ່ຍ 173...

ບໍລິສັດອາລິອັນສ໌ ປະກັນໄພລາວຈັບມື ກັບ ທະນາຄານ ເອຊີລີດາລາວ ໃຫ້ບໍລິການລູກຄ້າ

ບໍລິສັດອາລິອັນສ໌ ປະກັນໄພລາວ ຈໍາກັດໄດ້ເຊັນສັນຍາ ຮ່ວມມື ກັບ ທະນາຄານ ເອຊີລີດາລາວ ຈໍາກັດ ເພື່ອເປີດໂອກາດໃຫ້ລູກຄ້າທັງສອງພາກສ່ວນສາມາດເຂົ້າເຖິງການບໍລິການຂອງຕົນໄດ້ຢ່າງເຕັມທີ່ ເຮັດໃຫ້ຖານບໍລິການໃນປີໜ້າເພີ່ມຂຶ້ນ. ພິທີເຊັນສັນຍາມີຂຶ້ນວັນທີ 28 ທັນວາ 2021 ທີ່ ສໍານັກງານ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ ລະຫວ່າງ ທ່ານ ກີ ອາໂປວີ ຜູ້ອໍານວຍການໃຫຍ່ບໍລິສັດ...

ກຸ່ມບໍລິສັດ ພົງສະຫວັນ ມອບລົດນໍາສົ່ງຄົນເຈັບ 6 ຄັນ ຊ່ວຍເຫຼືອລັດຖະບານ

ໃນຕອນບ່າຍວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບລົດຊ່ວຍເຫຼືອ ເປັນລົດນໍາສົ່ງຄົນເຈັບ (Ambulance) ຈໍານວນ 6 ຄັນ ລວມມູນຄ່າ 294.000 ໂດລາສະຫະລັດ ຈາກກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໃຫ້ແກ່ລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ທີ່ກ່ຽວຂ້ອງ ກໍຄືວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ໂດຍການເຂົ້າຮ່ວມພິທີຂອງທ່ານ...

ພົບໃໝ່ຜູ້ຕິດເຊື້ອໂຄວິດ 19 ໃນນະຄອນຫຼວງວຽງຈັນ 500 ຄົນ ຈາກທົ່ວປະເທດ 962 ຄົນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນທີ 28 ທັນວາ 2021 ວ່າ ມາຮອດວັນທີ 27 ທັນວາ, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.790 ຕົວຢ່າງ ໃນຂອບເຂດທົ່ວປະເທດ...

ນີ້ຄືຜົນງານຂອງຜູ້ຫຼົງຜິດ ລະຫວ່າງປະຕິບັດໂທດຢູ່ຄ້າຍຄຸມຂັງ

ເຫັນແບບນີ້ແລ້ວຍິ່ງເຊື່ອເລີຍວ່າ ການປະຕິບັດໂທດກັບນັກໂທດ ບໍ່ແມ່ນການທໍລະມານ ແຕ່ເປັນການສ້າງຄົນໃຫ້ເປັນຄົນດີຂອງສັງຄົມ ເນື່ອງຈາກນັກໂທດທຸກຄົນແມ່ນໄດ້ຮັບສິ່ງໃໝ່ໆ ແລະ ເທົ່ານັ້ນຍັງບໍ່ພໍ ຍັງມີຫົວຄິດປະດິດສ້າງສິ່ງທີ່ເປັນປະໂຫຍດສົ່ງມາໃຫ້ສັງຄົມໄດ້ຊົມໃຊ້ຢ່າງຕໍ່ເນື່ອງ. ຕາມການໃຫ້ສຳພາດຂອງທ່ານ ພັນໂທ ສີນະຄອນ ນາມມະລາດ ຫົວໜ້າຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ທີ່ເມືອງເຊໂປນ ໃນໂອກາດຈັດພິທີ ປະກາດອະໄພຍະໂທດ ປ່ອຍຕົວ ແລະ ຫຼຸດຜ່ອນໂທດ ແກ່ນັກໂທດປະຈຳປີ 2021 ພ້ອມນີ້, ຍັງໄດ້ມີການສຶກສາອົມຮົມ ທາງດ້ານການເມືອງ-ແນວຄິດ,ເລື່ອງບາບບຸນຄຸນໂທດ ເພື່ອໃຫ້ນັກໂທດໄດ້ເຊື່ອມຊຶມ. ຫຼັງຈາກໄດ້ຮັບການປ່ອຍໂຕ...
- Advertisment -
Slide
Slide

Most Read

error: Content is protected !!