ນີ້ຄືຜົນງານຂອງຜູ້ຫຼົງຜິດ ລະຫວ່າງປະຕິບັດໂທດຢູ່ຄ້າຍຄຸມຂັງ

100

ເຫັນແບບນີ້ແລ້ວຍິ່ງເຊື່ອເລີຍວ່າ ການປະຕິບັດໂທດກັບນັກໂທດ ບໍ່ແມ່ນການທໍລະມານ ແຕ່ເປັນການສ້າງຄົນໃຫ້ເປັນຄົນດີຂອງສັງຄົມ ເນື່ອງຈາກນັກໂທດທຸກຄົນແມ່ນໄດ້ຮັບສິ່ງໃໝ່ໆ ແລະ ເທົ່ານັ້ນຍັງບໍ່ພໍ ຍັງມີຫົວຄິດປະດິດສ້າງສິ່ງທີ່ເປັນປະໂຫຍດສົ່ງມາໃຫ້ສັງຄົມໄດ້ຊົມໃຊ້ຢ່າງຕໍ່ເນື່ອງ.

ຕາມການໃຫ້ສຳພາດຂອງທ່ານ ພັນໂທ ສີນະຄອນ ນາມມະລາດ ຫົວໜ້າຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ທີ່ເມືອງເຊໂປນ ໃນໂອກາດຈັດພິທີ ປະກາດອະໄພຍະໂທດ ປ່ອຍຕົວ ແລະ ຫຼຸດຜ່ອນໂທດ ແກ່ນັກໂທດປະຈຳປີ 2021 ພ້ອມນີ້, ຍັງໄດ້ມີການສຶກສາອົມຮົມ ທາງດ້ານການເມືອງ-ແນວຄິດ,ເລື່ອງບາບບຸນຄຸນໂທດ ເພື່ອໃຫ້ນັກໂທດໄດ້ເຊື່ອມຊຶມ.

ຫຼັງຈາກໄດ້ຮັບການປ່ອຍໂຕ ກໍ່ໃຫ້ກາຍມາເປັນພົນລະເມືອງດີ, ກັບຄືນເມືອຢູ່ກັບຄອບຄົວຢ່າງອົບອຸ່ນແລະສ້າງສາພັດທະນາຄອບຄົວ, ດໍາລົງຊີວິດຢູ່ໃນສັງຄົມຢ່າງປອດໃສ , ໃຫ້ຜູ້ທີ່ໄດ້ຮັບການປ່ອຍຕົວ ໄດ້ຫັນປ່ຽນແນວຄິດຈິດໃຈ ປະຖິ້ມໃນການກະທຳທີ່ບໍ່ດີ, ຫັນມາທໍາມາຫາກິນດ້ວຍຄວາມບໍລິສຸດສັດຊື່,ບໍ່ໃຫ້ກະທຳໃນສິ່ງທີ່ບໍ່ດີ ທີ່ເປັນການລະເມີດກົດໝາຍ,ຮີດຄອງປະເພນີອັນດີງາມຂອງຊາດ, ໃຫ້ເອົາໃຈໃສ່ສ້າງຜົນງານ,ປະຕິບັດລະບຽບກົດໝາຍ,ເປັນແບບຢ່າງໃນການອອກແຮງງານ,ນອກຈາກນັ້ນຍັງໄດ້ມີການຝຶກອົບຮົມວິຊາຊີບຫຼາຍຢ່າງ ເຊິ່ງມີຜະຫຼິດຕະພັນຕ່າງໆ ແມ່ນເປັນທີ່ຍອມຮັບແລະເປັນທີ່ສົນໃຈຂອງສັງຄົມ.

ທ່ານ ກ່າວຕື່ມວ່າ ປັດຈຸບັນກໍ່ໄດ້ມີການຮ່ວມມືກັບພາກທຸລະກິດ ເພື່ອນຳເອົາວັດຖຸດິບ ເຂົ້າມາໃຫ້ນັກໂທດໄດ້ຜະລິດ,ສຳລັບຜະລິດຕະພັນແມ່ນມີທັງຜະລິດຕາມລູກຄ້າສັ່ງ ແລະ ຜະລິດເພື່ອຈຳໜ່າຍ,ໂດຍສະເພາະເຄື່ອງຈັກສານ,ຜ້າແພ ແລະເຄື່ອງແກະສະຫຼັກ ປະເພດຕ່າງໆ..