ກຸ່ມບໍລິສັດ ພົງສະຫວັນ ມອບລົດນໍາສົ່ງຄົນເຈັບ 6 ຄັນ ຊ່ວຍເຫຼືອລັດຖະບານ

120

ໃນຕອນບ່າຍວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບລົດຊ່ວຍເຫຼືອ ເປັນລົດນໍາສົ່ງຄົນເຈັບ (Ambulance) ຈໍານວນ 6 ຄັນ ລວມມູນຄ່າ 294.000 ໂດລາສະຫະລັດ ຈາກກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໃຫ້ແກ່ລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ທີ່ກ່ຽວຂ້ອງ ກໍຄືວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ໂດຍການເຂົ້າຮ່ວມພິທີຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບໍລິສັດ ເຂົ້າຮ່ວມ.


ໃນໂອກາດກ່າວມອບລົດຄັ້ງນີ້, ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມ ບໍລິສັດ ພົງສະຫວັນ ຈຳກັດ ໄດ້ກ່າວວ່າ: ຈຸດປະສົງ ຂອງການມອບລົດນໍາສົ່ງຄົນເຈັບ ຊ່ວຍລັດຖະບານ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນ ຊ່ວຍພັກ-ລັດຖະບານ ກໍ່ຄືຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-ບໍລິການຮັບໃຊ້ສັງຄົມ ລວມທັງການຂົນສົ່ງຄົນເຈັບສຸກເສີນ ແລະ ຄົນເຈັບທົ່ວໄປ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ທັນການ. ນອກຈາກນີ້ ໃນໄລຍະຜ່ານມາ ກຸ່ມບໍລິສັດ ພົງສະຫວັນ ໄດ້ປະກອບສ່ວນມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດຕ່າງໆ ແລະ ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ລັດຖະບານ ກໍຄືຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມມູນຄ່າ ປະມານ 1 ລ້ານໂດລາສະຫະລັດ.


ໃນໂອກາດດຽວກັນ, ທ່ານ ຄຳເຈນ ວົງໂພສີ ຕາງໜ້າລັດຖະບານ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ບໍລິສັດ ທີ່ໄດ້ປະກອບສ່ວນ ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ໃນຄັ້ງນີ້, ຊຶ່ງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງວຽກງານການບໍລິການຮັບໃຊສັງຄົມ, ທັງສະແດງເຖິງ ຄວາມເປັນຫ່ວງເປັນໃຍ, ເສຍສະຫຼະ ແລະ ສະໜັບສະໜູນ ການປະຕິບັດໜ້າທີ່ວຽກງານ ຂອງລັດຖະບານ ກໍຄືຂອງຄະນະສະເພາະກິດ. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈະສົມທົບກັບກະຊວງສາທາລະນະສຸກ ເພື່ອແຈກຢາຍລົດນຳສົ່ງຄົນເຈັບດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງຕາມນຳໃຊ້ຖືກຕາມເປົ້າໝາຍ.

ພ້ອມກັນນີ້ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍັງໄດ້ມອບໃບຍ້ອງຍໍ ໃຫ້ບໍລິສັດດັ່ງກ່າວ ເພື່ອສະແດງຄວາມຂອບໃຈ ແລະ ຈາລຶກຜົນງານການຊ່ວຍເຫຼືອຄັ້ງນີ້.