ອິນໂດເນເຊຍ ຈະປົດລ໊ອກລ້າງແຄ້ນທີມຊາດໄທ ໃນຮອບຊີງໄດ້ຫຼືບໍ? ຫຼັງເຄີຍຜິດຫວັງມາ 3 ຄັ້ງ

273

ເປັນການຫວນຄືນມາພົບກັນຄັ້ງທີ 4 ສໍາລັບ ທີມຊາດອິນໂດເນເຊຍ ຈະໄດ້ພົບກັບ ທີມຊາດໄທ ໃນຮອບຊີງຊະນະເລີດຂອງການແຂ່ງຂັນບານເຕະ AFF SUZUKI CUP ເຊິ່ງ ອິນໂດເນເຊຍ ຜ່ານເຂົ້າຮອບຊີງຊະນະເລີດໄດ້ເຖິງ 5 ຄັ້ງ, ແຕ່ກັບໄດ້ພຽງອັນດັບ 2 ເຖິງ 5 ຄັ້ງໃນນັ້ນເສຍໃຫ້ກັບ ທີມຊາດໄທ ເຖິງ 3 ຄັ້ງໃນຮອບຊີງຊະນະເລີດລາຍການນີ້ ແນ່ນອນປີນີ້ຈະເປັນໂອກາດທີ່ຈະລ້າງແຄ້ນຂອງ ອິນໂດເນເຊຍ.

ດັ່ງທີ່ຮູ້ວ່າການແຂ່ງຂັນ AFF SUZUKI CUP ຊື່ເກົ່າແມ່ນ Tiger Cup ເລີ່ມປ່ຽນຊື່ມາໃຊ້ SUZUKI CUP ນັບແຕ່ປີ 1996 ຈາກສະມາຊິກຜູ້ສ້າງຕັ້ງ 6 ສະຫະພັນອາຊຽນ ແຂ່ງຂັນກັບ 4 ປະເທດໃນໂຊນດຽວກັນທີ່ໄດ້ຮັບເຊີນ ໂດຍຈັດແຂ່ງຂັນມາແລ້ວ 12 ຄັ້ງ ປາກົດວ່າ: ທີມຊາດໄທ ກັບ ອິນໂດເນເຊຍ ແມ່ນສາມາດຜ່ານເຂົ້າຊີງຊະນະເລີດໄດ້ຫຼາຍທີ່ສຸດໃນລາຍການນີ້ ໂດຍ ໄທ ຜ່ານເຂົ້າເຖິງ8 ຄັ້ງ ສາມາດຍາດໄດ້ແຊັມ 5 ຄັ້ງຄື 1996, 2000, 2002, 2014 ແລະ 2016 , ສ່ວນ ອິນໂດເນເຊຍ ຜ່ານເຂົ້າຊີງເຖິງ 5 ຄັ້ງ ແຕ່ໄດ້ພຽງຮອງແຊັມທັງໝົດຄືປີ 2000, 2002, 2004, 2010 ແລະ 2016.

ແນ່ນອນໃນຄັ້ງຫຼ້າສຸດ AFF SUZUKI CUP 2020 ທີມຊາດໄທ ເຂົ້າຮອບຊີງຄັ້ງທີ 9 ພົບກັບ ອິນໂດເນເຊຍ ທີ່ເຂົ້າຮອບຊີງຄັ້ງທີ 6 ເຊິ່ງເປັນການໂຄຈອນມາພົບກັນເປັນຄັ້ງທີ 4 ໃນຮອບຊີງຊະເລີດ ໂດຍນັດທໍາອິດຮອບຊີງຊະນະເລີດ AFF SUZUKI CUP 2020 ຈະແຂ່ງຂັນໃນວັນທີ 29 ທັນວາ 2021 ເວລາ 19:30 ໂມງ, ສ່ວນນັດທີ 2 ຈະແຂ່ງຂັນໃນວັນທີ 1 ມັງກອນ 2022 ເວລາ 19:30 ຕາມເວລາໃນບ້ານເຮົາ.

ເຊິ່ງກ່ອນການແຂ່ງຂັນຈະເລີ່ມຂຶ້ນເຮົາໄປເບິ່ງການພົບກັນໃນຮອບຊີງ 3 ຄັ້ງທີ່ຜ່ານມາຂອງທັງສອງທີມກັນກ່ອນຄື:
-ຄັ້ງທໍາອິດເກິີດຂຶ້ນໃນ AFF SUZUKI CUP 2000 ນັດນັ້ນແຂ່ງຂັນພຽງ 1 ນັດຕັດສິນເກີດຂຶ້ນໃນວັນທີ 18 ທັນວາ 2000 ໄທເປັນເຈົ້າພາບ ແຂ່ງຂັນທີ່ສະໜາມຣາດມັງຄະລາ ປາກົດວ່າ: ທີມຊາດໄທ ເອົາຊະນະ ອິນໂດເນເຊຍ 4-1 ຄວ້າແຊັມໄປຄອງ (ເບິ່ງເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້)

-ຄັ້ງທີ 2 ເກີດໃນ AFF SUZUKI CUP 2002 ອິນໂດເນເຊຍ ເປັນເຈົ້າພາບແຂ່ງຂັນ 1 ນັດຕັດສິນເຊັ່ນກັນ ປາກົດວ່າ: ສະເໝີກັນ 2-2 ທັງໃນການຕໍ່ເວລາພິເສດ 120 ນາທີ ກ່ອນທີ່ຈະໄປຕັດສິນກັນດ້ວຍການດວນຈຸດໂທດ ແລະ ເປັນທີມຊາດໄທ ດີກວ່າເອົາຊະນະໄປ 4-2 ຄວ້າແຊັມໄປຄອງ.

-ຄັ້ງທີ 3 ເກີດຂຶ້ນໃນ AFF SUZUKI CUP 2016 ເຊິ່ງເປັນຄັ້ງຫຼ້າສຸດທີ່ ໄທ ພົບກັບ ອິນໂດເນເຊຍ ໃນຮອບຊີງຊະນະເລີດ ແລະ ປ່ຽນມາແຂ່ງຂັນລະບົບ 2 ນັດໃນບ້ານ ແລະ ນອກບ້ານປາກົດວ່າ: ນັດທໍາອິດ ອິນໂດເນເຊຍ ເປີດບ້ານເອົາຊະນະ ໄທ 2-1, ແຕ່ນັດທີ 2 ທີມຊາດໄທ ເປີດບ້ານເອົາຊະນະ 2-0 ເຮັດໃຫ້ລວມຜົນ 2 ນັດ ທີມຊາດໄທ ເອົາຊະນະໄປ 3-2 ຄວ້າແຊັມໄປຄອງ.

ຂະນະທີ່ ນັກເຕະທີ່ໜ້າຕິດຕາມໃນຮອບຊີງຊະນະເລີດເປັນ ທີຣະສິນ ແດງດາ ກອງໜ້າທີມຊາດໄທ ທີ່ຍິງໄດ້ 4 ປະຕູ ເທົ່າກັບ Safawi Rasid ຈາກມາເລເຊຍ ແລະ Bienvenido Maranon ຈາກທີມຊາດຟິລິບປິນ ແນ່ນອນ ຖ້າຫາກ ທີຣະສິນ ຍິງປະຕູໃນຮອບຊີງຊະນະເລີດທີ່ຈະແຂ່ງຂັນເຖິງ 2 ນັດກໍມີໂອກາດຈະເປັນດາວຍິງສູງສຸດປະຈໍາລາຍການນີ້, ສ່ວນ ນັກເຕະທີມຊາດອິນໂດເນເຊຍ ຜູ້ທີ່ຍິງປະຕູຫຼາຍທີ່ສຸດເປັນ Irfan Jaya ຍິງໄປແລ້ວ 3 ປະຕູຖ້າຫາກອີກ 2 ນັດໃນຮອບຊີງຊະນະເລີດຍິງປະຕູໄດ້ກໍມີລຸ້ນລາງວັນດາວຍິງສູງສຸດປະຈໍາລາຍການເຊັ່ນກັນ.
ຂ່າວ: ຫຼ້າ MKP