ອຸຕຸເຕືອນ ຈະໜາວຂຶ້ນອີກໃນອາທິດນີ້ຕ້ອນຮັບປີໃໝ່ຢ່າລືມສຸຂະພາບເດີ້ທຸກຄົນ

360

ໜາວຂ້າມປີ, ອຸຕຸເຕືອນສະພາບອາກາດຕະຫຼອດອາທິດນີ້ ອຸນຫະພູມຈະໜາວເຢັນລົງຕື່ມ 1-3 ອົງສາ ໃນແຕ່ລະພາກ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາດກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1435/ກອຕທ, ລົງວັນທີ 27 ທັນວາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 27 ທັນວາ 2021 ຫາ 2 ມັງກອນ 2022 ວ່າ: ໃນໄລຍະໜຶ່ງອາທິດຕໍ່ໜ້າມວນອາກາດໜາວເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງຕື່ມອີກ 1 ຫາ 3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກເລັກນ້ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.

ສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ພ້ອມດຽວກັນນີ້, ໄດ້ມີຄຳເຕືອນເຝົ້າລະວັງ ສະພາບອາກາດໜາວໃນໄລຍະດັ່ງກ່າວ ສະເພາະຢູ່ແຂວງພາກເໜືອ, ເຂດພູດອຍ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ, ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດຈະໜາວເຢັນຫຼາຍ, ຊຶ່ງອາດຈະເຮັດໃຫ້ມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ.


.