ການປັບປຸງຕົວຊີ້ວັດການດໍາເນີນທຸລະກິດຂອງ ສປປ ລາວ ຍັງບໍ່ທັນອໍານວຍເທົ່າທີ່ຄວນ

384

5 ປີຜ່ານມາ ເຫັນວ່າສະພາບແວດລ້ອມໃນການດໍາເນີນທຸລະກິດຂອງ ສປປ ລາວ ແມ່ນບໍ່ທັນອໍານວຍເທົ່າທີ່ຄວນ ອັນດັບຂອງ ສປປ ລາວ ແມ່ນມີທ່າອ່ຽງຫຼຸດລົງເລື້ອຍມາ, ຈາກອັນດັບທີ 139 ໃນປີ 2015 ມາຢູ່ອັນດັບທີ 154 ໃນປີ 2019 ເຖິງວ່າການຂຶ້ນທະບຽນວິສາກິດສາມາດຫຼຸດລົງຈາກ 9 ຂັ້ນຕອນ ໃຊ້ເວລາ ສະເລ່ຍ 173 ວັນ ເຫຼືອພຽງ 3 ຂັ້ນຕອນ ແລະ ໃຊ້ເວລາ ສະເລ່ຍ 17 ວັນ.

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານການເລີ່ມຕົ້ນທຸລະກິດ ຕາມຄໍາສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ ຂຶ້ນໃນວັນທີ 24 ທັນວາ 2021 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ, ມີ ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ,ຜູ້ຕາງໜ້າຈາກບັນດາຫົວໜ່ວຍທຸລະກິດ ແລະ ວິທະຍາກອນຈາກຂະແໜງການພາກລັດທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ທີ່ໄດ້ເລີ່ມແຕ່ປີ 2013 ເປັນຕົ້ນມາ ໂດຍໄດ້ຮັບການສະໜັບສະໜູນຈາກອົງການການເງິນສາກົນ ຂອງກຸ່ມທະນາຄານໂລກ ແນໃສ່ປັບປຸງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ແລະ ການລົງທຶນໃນ ສປປ ລາວ ໂດຍສະເພາະການສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃຫ້ທຸລະກິດຂະໜາດໃຫຍ່-ກາງ-ນ້ອຍໃນການແຂ່ງຂັນໄດ້, ຫຼຸດຜ່ອນຂັ້ນຕອນການອອກອະນຸຍາດຕ່າງໆໂດຍຂະແໜງການທີ່ກ່ຽວຂ້ອງຂອງພາກລັດໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການດຳເນີນກິດຈະການຂອງພາກທຸລະກິດ ເຮັດໃຫ້ສາມາດຫຼຸດອັນດັບຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດໃນ ສປປ ລາວ.


ທັງນີ້, ການປັບປຸງຕົວຊີ້ວັດໃນເບື້ອງຕົ້ນ ເຊິ່ງອົງການການເງິນສາກົນ ໄດ້ເຮັດການສຶກສາ ເພື່ອປັບປຸງສໍາລັບ 3 ຕົວຊີ້ວັດຄື: 1. ການເລີ່ມຕົ້ນທຸລະກິດ; 2. ການຂໍອະນຸຍາດປຸກສ້າງ ແລະ 3. ການຂໍອະນຸຍາດຕິດຕັ້ງໄຟຟ້າ, ພາຍຫຼັງການຈັດຕັ້ງປະຕິບັດໂຄງການເປັນເວລາ 5 ປີ ເຫັນວ່າສະພາບແວດລ້ອມໃນການດໍາເນີນທຸລະກິດຂອງ ສປປ ລາວ ແມ່ນບໍ່ທັນອໍານວຍເທົ່າທີ່ຄວນ ອັນດັບຂອງ ສປປ ລາວ ແມ່ນມີທ່າອ່ຽງຫຼຸດລົງເລື້ອຍມາ ຈາກອັນດັບທີ 139 ໃນປີ 2015 ມາເປັນ136 ໃນປີ 2016, ອັນດັບ139 ໃນປີ 2017, ອັຍດັບ141 ໃນປີ 2018 ແລະ ອັນດັບທີ 154 ໃນປີ 2019.

ທ່ານ ມະໂນທອງ ວົງໄຊ ກ່າວຕື່ມວ່າ: ຕໍ່ບົດລາຍງານດັ່ງກ່າວ ໄດ້ປຸກລະດົມໃຫ້ບັນດາປະເທດຕ່າງໆມີການແຂ່ງຂັນ ເພື່ອປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດໃຫ້ມີປະສິດທິພາບ. ສປປ ລາວເຮົາ ໄດ້ອອກຄໍາສັ່ງ ເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ໂດຍມອບໃຫ້ແຕ່ລະຂະແໜງການເອົາໃຈໃສ່ປັບປຸງຕົວຊີ້ວັດຕາມຂອບເຂດສິດ ແລະ ໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອສຸມໃສ່ປັບປຸງບັນຍາກາດໃນການດຳເນີນທຸລະກິດຢູ່ພາຍໃນປະເທດໃຫ້ດີຂຶ້ນ ແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ ພາຍໃຕ້ການປະສານງານກັບກະຊວງຂະແໜງການກ່ຽວຂ້ອງ ໂດຍສະເພາະກະຊວງການເງິນ (ກົມສ່ວຍສາອາກອນ ແລະ ກົມຊັບສິນ), ກະຊວງປ້ອງການຄວາມສະຫງົບ (ກົມ 203 ຂອງກົມໃຫຍ່ສັນຕິບານ), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ. ໃນປີ 2019 ກະຊວງ ອຄ ໄດ້ອອກຂໍ້ຕົກລົງສະບັບເລກທີ 0023/ອຄ.ກທຄວ ວ່າດ້ວຍການຂຶ້ນທະບຽນວິສາກິດ ຊຶ່ງໄດ້ປັບປຸງ, ແກ້ໄຂ, ລົບລ້າງບາງຂັ້ນຕອນ (ລວມທັງເອກະສານປະກອບ) ໃນການການເລີ່ມຕົ້ນທຸລະກິດ ເຮັດໃຫ້ສາມາດຫຼຸດລົງຈາກ 9 ຂັ້ນຕອນ ໃຊ້ເວລາ ສະເລ່ຍ 173 ວັນ ເຫຼືອພຽງ 3 ຂັ້ນຕອນ ແລະ ໃຊ້ເວລາ ສະເລ່ຍ 17 ວັນ ຄື:


1. ການແຈ້ງຂຶ້ນທະບຽນວິສາຫະກິດ (ຊ້າສຸດ 10 ວັນລັດຖະການ);
2. ການຄວັດຕາປະທັບ ແລະ ການອະນຸຍາດນໍາໃຊ້ຕາປະທັບ (ຊ້າສຸດ 5 ວັນລັດຖະການ);
3. ການຂຶ້ນທະບຽນປະກັນສັງຄົມ (ພາຍໃນ 2 ວັນລັດຖະການ).


ນອກຈາກນີ້, ໃນກອງປະຊຸມຍັງໄດ້ຮັບຟັງການລາຍງານຊີ້ແຈງບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຈາກພາກສ່ວນກ່ຽວຂ້ອງກັບການເລີ່ມຕົ້ນທຸລະກິດຄື: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມສ່ວຍສາອາກອນ, ກົມ 203 ແລະ ຫ້ອງການປະກັນສັງຄົມ ເພື່ອອະທິບາຍກ່ຽວກັບຂັ້ນຕອນຂອງການເລີ່ມຕົ້ນທຸລະກິດໃນປະຈຸບັນໃຫ້ພາາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດທີ່ເປັນເອກະພາບກັນ ເນື່ອງຈາກວ່າພາກລັດໄດ້ມີການລາຍງານວ່າຫຼາຍຂັ້ນຕອນໄດ້ຖືກຕັດອອກແລ້ວ, ແຕ່ໃນພາກປະຕິບັດຕົວຈິງ ທະນາຄານໂລກ ເຫັນວ່າຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ໄດ້ຮັບຮອງເອົາແຕ່ 2 ລາຍການປັບປຸງເທົ່ານັ້ນຄື: ຂັ້ນຕອນແຈ້ງຂຶ້ນທະບຽນວິສາຫະກິດ (ແມ່ນໃຊ້ເວລາຫຼຸດລົງ) ແລະ ຂັ້ນຕອນການຄວັດຕາປະທັບ ແລະ ຈົດທະບຽນນໍາໃຊ້ກາປະທັບ ໄດ້ລວມເຂົ້າເປັນຂັ້ນຕອນດຽວກັນ ໜາຍຄວາມວ່າ ການເລີ່ມຕົ້ນທຸລະກິດ ຂອງ ສປປ ລາວ ແມ່ນ ເຫຼືອຢູ່ 8 ຂັ້ນຕອນຄືເກົ່າ ຍັງບໍ່ມີການປ່ຽນແປງເປັນ 3 ຂັ້ນຕອນເທື່ອ.

ສະນັ້ນ, ກອງປະຊຸມລາຍງານຜົນການຈັດຕັ້ງປະຕິບັດວຽກງານການເລີ່ມຕົ້ນທຸລະກິດໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍເພິື່ອສ້າງຄວາມເຂົ້າໃຈ ແລະ ການປະຕິບັດເປັນເອກະພາບກັນ ລວມທັງພາກລັດ ແລະ ພາກທຸລະກິດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.