ຮູ້ຈັກ! ທ່ານ ສົມໄຊ ຈັນທະລັງສີ ເລີ່ມຈາກຍູ້ລໍ້ເລາະຂາຍນໍ້າ ກາຍມາເປັນເຈົ້າຂອງວິສາຫະກິດ ມີຫຼາຍຜະລິດຕະພັນອອກສູ່ສັງຄົມ

40

ເມື່ອເວົ້າເຖິງການສູ້ຊິວິດຂອງນັກທຸລະກິດ ຫຼື ເຈົ້າຂອງກິດຈະການໃດໜຶ່ງ ຜ່ານມາຜູ້ຂຽນເຄີຍນໍາສະເໜີ ແລະ ເວົ້າເຖິງມາຫຼາຍທ່ານແລ້ວ ເຊິ່ງແຕ່ລະທ່ານກໍຈະໃຫ້ຂໍ້ຄິດ ຫຼື ບົດຮຽນຊີວິດທີ່ແຕກຕ່າງກັນ.

อาจเป็นรูปภาพของ 1 คน และ นาฬิกาข้อมือ

ມື້ນີ້ຂໍແນະນຳຮູ້ຈັກອີກໜຶ່ງຄົນ ເປັນນັກທຸລະກິດໜຸ່ມ ມາຈາກຊໍາເໜືອແດນງາມ ຜູ້ແບກຄວາມຝັນຄວາມຫວັງມາເຕັມບ່າ ເປົ້າໝາຍສ້າງທຸລະກິດເປັນຂອງຕົນເອງ ແລະ ກັບໄປພັດທະນາບ້ານເກີດ ນັ້ນຄື ທ່ານ ສົມໄຊ ຈັນທະລັງສີ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານວິສາຫະກິດຍອດຊໍາ ສ່ວນບຸກຄົນ.

ໃນໄວເດັກ ເສັ້ນທາງຊີວິດຂອງສົມໄຊ ກໍບໍ່ຕ່າງຫຍັງກັບເດັກນ້ອຍຕ່າງແຂວງ ທີ່ເກີດໃນທົດສະວັດ 80 ຕ້ອງໄດ້ດີ້ນຮົນສູ້ຊີວິດທີ່ສຸດ ເພື່ອໃຫ້ຕົນເອງໄດ້ສຶກສາຮໍ່າຮຽນ ເພາະເຊື່ອສະເໝີວ່າການຮຽນຈະນຳພາຕົນເອງອອກຈາກ ຄວາມທຸກຍາກ ສາມາດພັດທະນາຊີວີດຂອງຕົນເອງ, ຄອບຄົວ, ຊຸມຊົນໃຫ້ດີຂຶ້ນ.

ທ່ານ ສົມໄຊ ຈັນທະລັງສີ ກໍາເນີດຢູ່ເຂດຫ່າງໄກສອກຫຼີກ ໃນຄອບຄົວຊາວນາທີ່ພໍ່ແມ່ມີລູກຫຼາຍຄົນ ຕ້ອງດີ້ນຮົນມາແຕ່ນ້ອຍ, ເລີ່ມຈາກອາຍຸພຽງ 12 ປີ ກໍຕ້ອງຜັນຕົນເອງອອກຈາກບ້ານເກີດເມືອງນອນອາໄສບວດຮຽນພຽນຮູ້. ຫຼັງຈາກລາສິກຂາຍ້ອນຄວາມໃຝ່ຫາທາງໂລກ ແຕ່ກໍຍັງກັບໃຊ້ຊີວິດເປັນສັງກະລີວັດ ອາໄສວັດເປັນທີ່ເພິ່ງອາໄສຄືເກົ່າ ເອີ້ນໄດ້ວ່າຊ່ວງຊີວິດໄວຮຽນແມ່ນອາໄສວັດອາໄສທາງຄຸນພຸດທະສາສະໜາເປັນທີ່ເພິ່ງ.

ໄລຍະໄວຮຽນວິຊາຊີບ ນອກຈາກຮຽນ 2 ຄາບ ພາກເຊົ້າ – ພາກບ່າຍແລ້ວ ກໍຈະຊອກຮຽນຮູ້ການຄ້າຂາຍ ດ້ວຍການຍູ້ລໍ້ເອົານໍ້າດື່ມ, ນໍ້າເຢັນໄປເລາະຂາຍ ເພື່ອຫາປະສົບການໃນການຫາເງິນ, ການຄ້າຂາຍມາເປັນຄວາມຮູ້ເພີ່ມທັງເປັນການຫາລາຍໄດ້ໄປນໍາ.

อาจเป็นรูปภาพของ 4 คน และ ข้อความ

ເມື່ອຖາມເຖິງເຫດຜົນການເລີ່ມຕົ້ນຄວາມຄິດຫາເງິນດ້ວຍການຍູ້ລໍ້ນໍ້າດື່ມຂາຍນັ້ນ ທ່ານ ສົມໄຊ ຕອບວ່າ ຄວາມຈິງແລ້ວເວົ້າເລື່ອງປະກອບອາຊີບນັ້ນ ຕົນເອງກໍຍັງບໍ່ທັນຮູ້ເລື່ອງການເຮັດທຸລະກິດ ຫຼື ມາເປັນເຈົ້າຂອງທຸລະກິດ ແຕ່ເມື່ອເຮົາຮຽນໃນສາຍກ່ຽວຂ້ອງກໍຄືການບໍລິຫານທຸລະກິດ ກໍ່ໃຫ້ເກີດຄວາມມັກໃນຈຸດນີ້ຂຶ້ນມາ ເຮັດໃຫ້ເຫັນອະນາຄົດຂອງເຮົາເອງເລີຍວ່າ ການເປັນນັກທຸລະກິດຄືຊິເທ້ດີ ແລະ ໜ້າພູມໃຈຫຼາຍ. ເມື່ອຄິດໄດ້ແນວນັ້ນກໍເຮັດໃຫ້ຕົນເອງຢາກຕັ້ງໃຈທຸ່ມເທ ພ້ອມຮຽນຮູ້ ເພື່ອຈະໄປໃຫ້ຮອດເປົ້າໝາຍ.

ພາຍຫຼັງຮຽນຈົບ ທ່ານ ສົມໄຊ ກໍເລີ່ມຕົ້ນເດີນຕາມຄວາມຝັນດ້ວຍການເຂົ້າເຮັດວຽກໃນບໍລິສັດແຫ່ງໜຶ່ງ ແຕ່ຂະນະດຽວກັນກໍຍັງບໍ່ຖິ້ມຄວາມຝັນ. ເຮັດວຽກຫ້ອງການໄປນໍາ ແຕ່ກໍເລີ່ມສ້າງທຸລະກິດເປັນຂອງຕົວເອງໄປພ້ອມ ດ້ວຍການເປີດຮ້ານອັດເອກະສານ ແລະ ຮ້ານອິນເຕີເນັດ. ພາຍຫຼັງເຮັດວຽກໄປໄລຍະໜຶ່ງ ຂະນະດຽວກັນທຸລະກິດທີ່ເຮັດຢູ່ກໍເລີ່ມລົງຕົວ ແຕ່ກໍຍັງຕ້ອງການເວລາເພື່ອພັດທະນາທຸລະກິດໃຫ້ເຕັມທີ່ ຈຶ່ງຕ້ອງໄດ້ຄົ້ນຄິດຢ່າງໜັກ ພ້ອມປະເມີນຄວາມສ່ຽງຕ່າງໆ ກ່ອນຕັດສິນໃຈອອກຈາກວຽກ ແລ້ວຫັນມາຈິງຈັງໃສ່ສ້າງທຸລະກິດຂອງຕົນເອງ.

อาจเป็นรูปภาพของ 1 คน และ ข้อความ

ແນວໃດກໍຕາມ ຍ້ອນ ຄວາມຄິດຢາກກັບໄປພັດທະນາບ້ານເກີດ ຢາກສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນ. ບໍ່ດົນຕໍ່ມາ ທ່ານສົມໄຊ ກໍໄດ້ກັບໄປສ້າງທຸລະກິດນໍ້າດື່ມຢູ່ບ້ານເກີດ ຄວບຄູ່ໄປກັບການສ້າງຜະລິດຕະພັນຍອດຊໍາ ເຊິ່ງພາບລວມທຸລະກິດຍອດຊຳໃນປັດຈຸບັນນີ້ຖືວ່າໄດ້ຮັບຜົນຕອບຮັບທີ່ດີຈາກສັງຄົມ ແລະ ຍັງໄດ້ຮັບລາງວັນຕ່າງໆມາເປັນສິ່ງຢັ້ງຢືນ ຄວາມສໍາເລັດ ໂດຍສະເພາະລາງວັນທຸລະກິດອາຊຽນດີເດັ່ນ ປະຈຳປີ 2021 ສາຂາລາງວັນຜູ້ປະກອບການໜຸ່ມດີເດັ່ນ ອັນເຮັດໃຫ້ເຫັນໄດ້ຜົນສໍາເລັດຂອງການເຮັດວຽກໜັກຕະຫຼອດມາ.

อาจเป็นรูปภาพของ น้ำหอม, ผลิตภัณฑ์จัดแต่งทรงผม และ ข้อความ

ທ່ານ ສົມໄຊ ຍັງຝາກຖິ້ມທ້າຍອີກວ່າ: ການຈະເຮັດທຸລະກິດ ຫຼື ເປັນຜູ້ປະກອບການນັ້ນ ຄິດແບບໜຶ່ງກໍຄືກັບມັນເປັນເລື່ອງງ່າຍ ແລະ ຂ້ອນຂ້າງສວຍງາມຕາມທີ່ເຮົາວາດໄວ້ ແຕ່ວ່າອຸປະສັກ ສິ່ງທ້າທາຍຕ່າງໆນັ້ນກໍຂ້ອນຂ້າງສູງ ບໍ່ແມ່ນວ່າເຮົາມີທີມງານ, ມີທຶນແລ້ວຈະເຮັດໄດ້ທັນທີ ເພາະທຸລະກິດມັນລະອຽດກວ່ານັ້ນຫຼາຍ ແຕ່ສິ່ງໜຶ່ງທີ່ຢາກໃຫ້ຄໍານຶງເຖິງຕະຫຼອດຄືເລື່ອງຕະຫຼາດ ກ່ອນຈະລຸຍທຸລະກິດຕ້ອງສຶກສາເລື່ອງການຕະຫຼາດໃຫ້ດີ.