ລູກສາວຫຼ້າ ຊ່ວຍວຽກແມ່ແຕ່ນ້ອຍ ເກັບກ່ຽວປະສົບການກ່ອນເປັນຜູ້ບໍລິຫານກິດຈະການ

9

ຫຼາຍຄົນມັກຈະເຂົ້າໃຈວ່າ ເປັນລູກຫຼ້າ ຈະສະບາຍ ພໍ່ກໍຮັກ ແມ່ກໍຮັກ ຢາກໄດ້ອັນໃດພໍ່-ແມ່ ກໍຈະຕອບສະໜອງໃຫ້ ເພາະບໍ່ຢາກໃຫ້ລູກຕ້ອງລໍາບາກ ແຕ່ຍິງຄົນນີ້ຖືກຫຼໍ່ລ້ຽງໃນແບບ “ ຍິ່ງຮັກ ຍິ່ງຕ້ອງໃຫ້ຮຽນຮູ້ ”

อาจเป็นรูปภาพของ ลูกกวาด, ตาราง และ ข้อความ

ຕາມການໃຫ້ສໍາພາດຂອງ ທ່ານ ນາງ ໝ້ວຍນ້ອຍ ນາມສົມສຸກ ຫຼື ນ້ອຍ ເກີດປີ 1990 ກໍາເນີດໃນນະຄອນຫຼວງວຽງຈັນ ເປັນລູກສາວຫຼ້າໃນຈໍານວນອ້າຍນ້ອງ 3 ຄົນ (ມີອ້າຍ 2 ຄົນ) ດ້ວຍທີ່ວ່າພໍ່ເປັນຄົນເຊື້ອສາຍຈີນ ແລະ ມີກິດຈະການຂາຍຢາພື້ນເມືອງ ກໍຢາກໃຫ້ລູກໆໄດ້ຮູ້ພາສາຈີນ ແລະ ສາມາດຕໍ່ຍອດກິດຈະການໃນອະນາຄົດ. ດັ່ງນັ້ນ, ລູກໆທັງ 3 ຈິ່ງຖືກສົ່ງໃຫ້ຮຽນຢູ່ໂຮງຮຽນລ້ຽວໂຕ ຝຶກຝົນພາສາຈີນມາຕັ້ງແຕ່ອາຍຸ 3-4 ປີ.

อาจเป็นรูปภาพของ 5 คน, ผู้คนกำลังฝึกศิลปะการป้องกันตัว และ ข้อความ

ທ່ານ ນາງ ໝ້ວຍນ້ອຍ ເປັນລູກສາວດຽວ ແຕ່ພໍ່-ແມ່ ກໍບໍ່ໄດ້ເອົາໃຈເຖິງຂະໜາດເຮັດໃຫ້ລູກບໍ່ຕ້ອງເຮັດຫຍັງ ແຕ່ກົງກັນຂ້າມ ພໍ່-ແມ່ມັກຈະຝຶກສອນໃຫ້ເຮັດນັ້ນເຮັດນີ້ຢູ່ຕະຫຼອດ ໂດຍສະເພາະວຽກງານການຂາຍແມ່ນໄດ້ຊ່ອຍແມ່ມາແຕ່ນ້ອຍ ເປັນຕົ້ນ: ຫຼັງເລີກຮຽນ ແລະ ວັນເສົາ-ອາທິດ.

ຍ້ອນພໍ່-ແມ່ ມີທຸລະກິດຄອບຄົວ ຈິ່ງກາຍເປັນຄວາມໂຊກດີຂອງລູກໆບໍ່ຄ່ອຍໄດ້ປະເຊີນກັບບັນຫາຄວາມເດືອດຮ້ອນດ້ານການເງິນ ທັງສົ່ງຜົນສະດວກຕໍ່ການສຶກສາຫາຄວາມຮູ້ປູທາງສູ່ອະນາຄົດ ເຊິ່ງທ່ານ ນາງ ໝ້ວຍນ້ອຍ ເອງກໍຕັ້ງໃຈຮຽນຕະຫຼອດ ແລະ ຈົບ ມ6 ເມື່ອອາຍຸ 18 ປີ ດ້ວຍຄະແນນໃນລະດັບສູງ ພ້ອມໄດ້ທຶນໄປຮຽນຢູ່ ສປ ຈີນ.

อาจเป็นรูปภาพของ ข้อความ

ທ່າມກາງຄວາມໂຊກດີນັ້ນ ມັນເໝືອນມີແນວຈອງດຶງ ເຊິ່ງໄລຍະນັ້ນ ພໍ່ ມີບັນຫາດ້ານສຸຂະພາບ  ເຊິ່ງກໍຕ້ອງໄດ້ຕິດຕາມອາການຂອງພໍ່ ກໍເລີຍເສຍໂອກາດໄປຮຽນຈີນ. ດັ່ງນັ້ນ, ຈິ່ງໄດ້ຮຽນພາສາອັງກິດ ທີ່ວິທະຍາໄລລາວ-ອາເມລິກາ ສາຂາບໍລິຫານ-ທຸລະກິດ.

ໄລຍະທີ່ພໍ່ບໍ່ສະບາຍນັ້ນ ຄອບຄົວກໍພົບບັນຫາຫຍຸ້ງຍາກຫຼາຍຢ່າງ ທັງການບໍລິຫານທຸລະກິດ ແລະ ບັນຫາການເງິນ ເຖິງຕ້ອງໄດ້ຂາຍດິນຕອນໜຶ່ງເພື່ອປິ່ນປົວພໍ່ ແຕ່ກໍບໍ່ສາມາດຊ່ວຍຫຍັງໄດ້ ໃນທີ່ສຸດ ພໍ່ກໍເສຍຊີວິດ.

ຫຼັງຈາກສູນເສຍ ພໍ່ ທີ່ເຄົາລົບຮັກ ທຸກຄົນເສົ້າເສຍໃຈທີ່ສຸດ ເຊິ່ງແມ່ກໍພາລູກໆສູ້ຕໍ່ໄປຢ່າງເຂັ້ມແຂງ ລວມທັງ ທ່ານ ນາງ ໝ້ວຍນ້ອຍ ເອງ ພາຍຫຼັງຈົບຈາກ ວິທະຍາໄລລາວ-ອາເມລິກາ ກໍໄດ້ໄປເຮັດວຽກຢູ່ບໍລິສັດແຫ່ງໜຶ່ງ ໃນສາຍງານບໍລິຫານ ເຊິ່ງໄດ້ເກັບກ່ຽວປະສົບການຫຼາຍໆຢ່າງ. ແຕ່ດ້ວຍທີ່ແມ່ກໍອາຍຸຫຼາຍແລ້ວ, ທຸລະກິດທີ່ ພໍ່ ສ້າງໄວ້ກໍຕ້ອງການຜູ້ບໍລິຫານພັດທະນາຕາມຍຸກສະໄໝ ທ່ານ ນາງ ໝ້ວຍນ້ອຍ ຈິ່ງໄດ້ຂໍລາອອກຈາກບໍລິສັດທີ່ຕົນເອງເຮັດວຽກຫາກໍໄດ້ 1 ປີ ເພື່ອໄປຮຽນຕໍ່ດ້ານຢາພື້ນເມືອງ ຢູ່ປະເທດເພື່ອນບ້ານ ເພື່ອກັບມາຕໍ່ຍອດທຸລະກິດຄອບຄົວທີ່ພໍ່ແມ່ໄດ້ປູທາງສ້າງໄວ້.

 

ປັດຈຸບັນ ທ່ານ ນາງ ໝ້ວຍນ້ອຍ ນາມສົມສຸກ ຫຼື ນ້ອຍ ເປັນຜູ້ບໍລິຫານ ຫ້ອງປຸງແຕ່ງ ຢາພື້ນ ເມືອງ ກາເສືອ 1 ໂຕ; ຕັ້ງຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

“ ສຳລັບເຮົາຄິດວ່າໃນທຸລະກິດດ້ານຢາພື້ນເມືອງນີ້ເປັນທາງເລືອກທີ່ດີຕໍ່ສຸຂະພາບຂອງຄົນເຮົາທີ່ສຸດ ເຖິງແມ່ນວ່າໃນປັດຈຸບັນສັງຄົມຍັງບໍ່ຍອມຮັບປານໃດກໍຕາມ ແຕ່ທາງເຮົາກໍບໍ່ເຄີຍທໍ້ຕໍ່ອຸປະສັກຕ່າງໆໃນທຸກໆປີທາງເຮົາມີການປັບປຸງ ແລະ ພັດທະນາເພີ່ມຜະລິດຕະພັນໃໝ່ໆ ເພື່ອຕອບໂຈດແກ່ສັງຄົມ ໂດຍຢຶດຫຼັກວ່າ: ສູ້ຊົນ+ອົດທົນ+ພັດທະນາ=ສຳເລັດ “, ທ່ານ ນາງ ໝ້ວຍນ້ອຍ ນາມສົມສຸກ ກ່າວ.

ທຸກມື້ນີ້ ທ່ານ ນາງ ໝ້ວຍນ້ອຍ ຕື່ມນອນແຕ່ເຊົ້າເພື່ອເຮັດວຽກເຮືອນ, ຮອດໂມງວຽກກໍປະຈໍາການ, ກວດເບິ່ງວຽກມື້ຜ່ານມາ ແລະ ວາງແຜນວຽກມື້ຕໍ່ໄປ ເຮັດແບບນີ້ຊໍ້າໆຈົນລືມຄວາມອິດເມື່ອຍ ແລະ ກາຍເປັນຄວາມເຄີຍຊິນໄປແລ້ວ ເພາະເປົ້າໝາຍທີ່ຢູ່ຂ້າງໜ້າ ສໍາຄັນກວ່າສະເໝີ. ສິ່ງສໍາຄັນອີກຢ່າງ ທີ່ໃສ່ໃຈໃນການບໍລິຫານ ແລະ ດໍາລົງຊີວິດນັ້ນກໍຄືຄໍາວ່າ “ຄົນເຮົາເຮັດດີກໍຈະໄດ້ດີ” ໂດຍປັດຈຸບັນ ຫ້ອງປຸງແຕ່ງ ຢາພື້ນ ເມືອງ ກາເສືອ 1 ໂຕມີຜະລິດຕະພັນປະມານ 30 ລາຍການສິນຄ້າ ເຊິ່ງມີການປັບປຸງຜະລິດຕະພັນໃຫ້ມີຮູບແບບທີ່ງົດງາມເພື່ອກຽມສູ່ການຈໍາໜ່າຍໃນຕະຫຼາດຕ່າງປະເທດ.