ພົບໃໝ່ຜູ້ຕິດເຊື້ອໂຄວິດ 19 ໃນນະຄອນຫຼວງວຽງຈັນ 500 ຄົນ ຈາກທົ່ວປະເທດ 962 ຄົນ

119

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ປະຈໍາວັນທີ 28 ທັນວາ 2021 ວ່າ ມາຮອດວັນທີ 27 ທັນວາ, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.790 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 962 ຄົນ (ຕິດເຊື້ອພາຍໃນ ມີ 962 ຄົນ ແລະ ຕິດເຊື້ອນໍາເຂົ້າ 00 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 962 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 500 ຄົນ, ຫຼວງນໍ້າທາ 20 ຄົນ, ສາລະວັນ 7 ຄົນ, ບໍ່ແກ້ວ 51 ຄົນ, ຫຼວງພະບາງ 57 ຄົນ, ວຽງຈັນ 47 ຄົນ, ຈໍາປາສັກ 3 ຄົນ, ຄໍາມ່ວນ 12 ຄົນ, ສະຫັວນນະເຂດ 6 ຄົນ


ອຸດົມໄຊ 84 ຄົນ, ຊຽງຂວາງ 48 ຄົນ, ໄຊຍະບູລີ 32 ຄົນ, ບໍລິຄໍາໄຊ 19 ຄົນ, ຫົວພັນ 11 ຄົນ, ໄຊສົມບູນ 12 ຄົນ, ອັດຕະປື 9 ຄົນ, ຜົ້ງສາລີ 39 ຄົນ ແລະ ເຊກອງ 5 ຄົນ
ສ່ວນກໍລະນີນຳເຂົ້າແມ່ນບໍ່ມີ.


ຮອດປັດຈຸບັນວັນທີ 28 ຕຸລາ 2021 ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 107.740 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 342 ຄົນ (ເສຍຊີວິດໃໝ່ 14 ຄົນ).