ປກສ ແຂວງບໍລິຄຳໄຊ ກຳຈັດສວນກັນຊາ 135 ກວ່າເຮັກຕາ

164

ຂຶ້ນຊື່ວ່າສິ່ງທີ່ຜິດກົດໝາຍ ຕ້ອງໄດ້ກຳຈັດໃຫ້ໝົດກ້ຽງ ເພື່ອຄວາມສະຫງົບສຸກຂອງສັງຄົມ ປາສະຈາກສິ່ງທີ່ສ້າງຄວາມຫຍໍ້ທໍ້ໃຫ້ກັບສັງຄົມ, ກອງບັນຊາການ ປກສ ແຂວງບໍລິຄຳໄຊ ນຳກຳລັງສົມທົບກັບພາກສ່ວນກ່ຽວຂ້ອງເຂົ້າທຳລາຍສວນກັນຊາ ທີ່ມີພໍ່ແມ່ປະຊາຊົນ ລັກລອບປູກ ໃນເຂດຫ່າງໄກສອກຫຼີກໄດ້ ຈຳນວນ 140 ຕອນ ປະມານ 135 ກວ່າເຮັກຕາ.

ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ເປີດເຜີຍວ່າ: ພາຍຫຼັງມີການສືບຮູ້ ວ່າມີການລັກລອບປູກກັນຊາ ປກສ ແຂວງ ສົມທົບນຳກໍາລັງ ປກຊ, ໄອຍະການ ແລະ ປ່າໄມ້ ເຂົ້າທຳລາຍ 4 ຄັ້ງຄື:

ໃນຄັ້ງທີ 1, ໃນວັນທີ 27 ພະຈິກ 2021 ເຂົ້າທຳລາຍຢູ່ເຂດໜອງກອກສາມາດທໍາລາຍສວນກັນຊາໄດ້ 45 ສວນປະມານ 32,2 ເຮັກຕາ, ໃນຄັ້ງວັນທີ 5 ທັນວາ 2021 ເຂົ້າທຳລາຍສວນກັນ
ຊາ ໄດ້ 62 ສວນ ປະມານ 43,58 ເຮັກຕາ, ໃນຄັ້ງວັນທີ 11 ທັນວາ 2021 ເຂົ້າທຳລາຍ 3 ຈຸດ: ຈຸດຄື: ຈຸດໜອງກອກ ຄຸ້ມໂພນຕານ ທໍາລາຍສວນກັນຊາໄດ້ 10 ສວນ ປະມານ16,2 ເຮັກຕາ, ຈຸດທີ 2, ທໍາລາຍສວນກັນຊາໄດ້ 15 ສວນ ປະມານ 28,7 ເຮັກຕາ ແລະ ຈຸດທີ 3 ທໍາລາຍສວນກັນຊາໄດ້ 10 ສວນ ປະມານ 16,2 ເຮັກຕາ.

ໃນຄັ້ງວັນທີ 26 ທັນວາ 2021 ໄດ້ແບ່ງອອກ ເປັນ 3 ຈຸດຄື: ຈຸດທີ 1 ນຳກຳລັງທຳລາຍເຂດໜອງກອກ ບ້ານນາຄໍາ ທໍາລາຍສວນກັນຊາໄດ້ 8 ສວນ 7 ເຮັກຕາ ແລະ ຈຸດທີ 2 ກຸ້ມຄໍາມວ່ນ ບ້ານໂພນທອງ ສາມາດທໍາລາຍສວນກັນຊາໄດ້ 10 ສວນ 8 ເຮັກຕາ ລວມທັງໜົດ 140 ສວນ, ປະມານ 135,68 ເຮັກຕາ.