ເສຍດາຍສັກກັນບໍ່ທັນ! ໄນຈີເຣຍ ທຳລາຍວັກຊີນປ້ອງກັນໂຄວິດ-19 ໝົດອາຍຸລ້ານກວ່າໂດສ

164

ທຸກສິ່ງທຸກຢ່າງ ເຖິງວ່າຈະມີຄຸນຄ່າຫຼາຍ ກໍ່ຕ້ອງເຊື່ອມໄປຕາມການເວລາ ແມ່ນແຕ່ວັກຊິນ ປ້ອງກັນພະຍາດໂຄວິດ19 ທີ່ເປັນສິ່ງທີ່ສາມາດສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ແລະ ເປັນທີ່ຕ້ອງການຂອງຫຼາຍປະເທດໃນທົ່ວໂລກ ເພື່ອປະຊາຊົນຂອງຕົນເອງໄດ້ເຂົ້າເຖິງແຕ່ເມື່ອໝົດອາຍຸກໍ່ຕ້ອງທຳລາຍຖີ້ມ.

ຕາມຂ່າວຕ່າງປະເທດລາຍງານວ່າ ວັນທີ24ທັນວາ2021, ເຈົ້າໜ້າທີ່ ທາງການ ຂອງໄນຈີເຣຍ(Nigeria) ໄດ້ທຳລາຍ ວັກຊິນ ປ້ອງກັນໂຄວິດ-19 ຂອງແອສຕຣາ ເຊເນກາ ຫລາຍກວ່າ1ລ້ານໂດສ ຍ້ອນວັກຊິນ ໝົດອາຍຸການໃຊ້ງານແລ້ວ ຫລັງຈາກນຳໄປໃຊ້ບໍ່ທັນຕາມໄລຍະເວລາທີ່ກຳນົດ.

ພາຍຫລັງເຈົ້າໜ້າທີ່ຈາກໜ່ວຍງານພັດທະນາ ເບິ່ງແຍງສຸຂະພາບຂັ້ນພື້ນຖານແຫ່ງຊາດ(NPHCDA) ເປັນຜູ້ປະສານງານການສັກວັກຊີນປ້ອງກັນໂຄວິດ-19 ໃນໄນຈີເຣຍ ແລະ ສຳນັກບໍລິຫານ ແລະ ຄວບຄຸມອາຫານ ແລະ ຢາແຫ່ງຊາດ ຮ່ວມກັນ ເປັນຜູ້ກຳກັບ ເບິ່ງແຍງການທຳລາຍ ວັກຊີນໂຄວິດ-19 ຂອງແອສຕຣາເຊເນກາ ທີ່ເຂດກຳຈັດຂີ້ເຫຍື່ອແຫ່ງໜຶ່ງໃນເຂດຊານເມືອງ ອາບູຈາ.

ຂໍ້ມູນ: ຂປລ