ທາບທາມເປີດກວ້າງ ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025

243

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມທາບທາມເປີດກວ້າງ ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫລື ຈວນກ ປີ 2021-2025 ຂຶ້ນ ໃນວັນທີ 29 ທັນວາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ, ມີຜູ້ເຂົ້າຮ່ວມຈາກບັນດາກົມກະຊວງກ່ຽວຂ້ອງ, ທະນາຄານແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການສົ່ງເສີມ ຈວນກ ເຂົ້າຮ່ວມ.


ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສຸມໃສ່ປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ສ້າງຄວາມເອກະພາບ ຕໍ່ກັບຮ່າງແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ປີ 2021-2025. ພາຍຫຼັງໄດ້ຮັບຄຳຄິດເຫັນຈາກກອງປະຊຸມໃນຄັ້ງນີ້ ຄະນະຮັບຜິດຊອບຈະດຳເນີນການປັບປຸງດ້ານເນື້ອໃນຂອງຮ່າງດັ່ງກ່າວໃຫ້ສົມບູນ ກ່ອນນຳສະເໜີລັດຖະບານພິຈາລະນາຮັບຮອງໃນຂັ້ນຕໍ່ໄປ.


ທ່ານ ບຸນເຖິງ ດວງສະຫວັນ ກ່າວໃນພິທີເປີດກອງປະຊຸມວ່າ: ຈຳນວນ ຈວນກ ຢູ່ ສປປ ລາວ ແມ່ນກວມເອົາເຖິງ 99,8% ຂອງຈຳນວນວິສາຫະກິດໃນທົ່ວປະເທດ ເຊິ່ງປະກອບສ່ວນໃນການສ້າງວຽກເຮັດງານທຳຫລາຍກວ່າ 80% ຂອງຈຳນວນແຮງງານທັງໝົດ. ໃນນີ້, ສະເພາະຈຳນວນ ຈຸນລະວິສາຫະກິດ ທີ່ມີແຮງງານຕໍ່າກວ່າ 5 ຄົນ ແມ່ນກວມອັດຕາສ່ວນເຖິງ 94,20%. ສະນັ້ນ, ພັກ ແລະ ລັດຖະບານ ຍາມໃດກໍເຫັນໄດ້ເຖິງຄວາມສຳຄັນຂອງການສົ່ງເສີມ ຈວນກ ແລະ ໄດ້ມອບໝາຍໃຫ້ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນເຈົ້າການຄົ້ນຄວ້າສ້າງແຜນພັດທະນາ ຈວນກ 2021-2025 ເຊິ່ງເປັນແຜນພັດທະນາ ຈວນກ 5 ປີ ສະບັບທີ 4 ໂດຍແຜນພັດທະນາສະບັບດັ່ງກ່າວ ແນໃສ່ສົ່ງເສີມ ແລະ ພັດທະນາ ຈວນກ ຂອງ ສປປ ລາວ ໃຫ້ມີຄວາມເຂັ້້ມແຂງ, ຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19, ສາມາດປັບປຸງຕົນເອງໃຫ້ຄົງຕົວ, ເຂັ້ມແຂງ ແລະ ສາມາດເຊື່ອມໂຕເຂົ້າໃນຕ່ອງໂສ້ການຜະລິດຂອງພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ, ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ເຂົ້າຮ່ວມໃນກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ ເພື່ອເຮັດໃຫ້ແຜນພັດທະນາສະບັບດັ່ງກ່າວ ມີຄວາມສົມບູນ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍໄດ້ຢ່າງມີປະສິດທິຜົນ.


ທ່ານ ຄຳພັດ ບູລົມ ຊ່ຽວຊານສ້າງແຜນພັດທະນາ ຈວນກ 2021-2025 ໄດ້ລາຍງານວ່າ: ແຜນພັດທະນາ ຈວນກ 2021-2025 ປະກອບມີ 7 ຂົງເຂດນະໂຍບາຍ, 59 ມາດຕະການ ແລະ 19 ໂຕຊີ້ວັດ ເຊິ່ງ 7 ຂົງເຂດນະໂຍບາຍດັ່ງກ່າວ ປະກອບດ້ວຍ ນະໂຍບາຍພັດທະນາຜູ້ປະກອບກິດຈະການ, ນະໂຍບາຍສົ່ງເສີມການເຂົ້າເຖິງແຫຼ່ງທຶນ, ນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກຳ, ນະໂຍບາຍສົ່ງເສີມການເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ, ນະໂຍບາຍສົ່ງເສີມການເຂົ້າເຖິງ ແລະ ຂະຫຍາຍຕະຫລາດ, ນະໂຍບາຍສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສ້າງຕັ້ງ ແລະ ດໍາເນີນທຸລະກິດ ແລະ ນະໂຍບາຍພາສີ-ອາກອນ ແລະ ດ້ານການເງິນ.

ນອກຈາກນີ້, ແຜນພັດທະນາ ສະບບດັ່ງກ່າວ ຍັງໄດ້ກຳນົດນະໂຍບາຍ ແລະ ມາດຕະການຈຸດສຸມຈຳນວນໜຶ່ງໃນການສົ່ງເສີມ ຈວນກ ເພື່ອໃຫ້ທັນກັບທ່າອ່ຽງການດຳເນີນທຸລະກິດໃນປະເທດ ແລະ ໃນພາກພື້ນ ເຊັ່ນ: ການສົ່ງເສີມສະຕາດອັບ, ເຕັກໂນໂລຊີທາງດ້ານການເງິນ (Fintech), ທຸລະກິດແບບທົ່ວເຖິງ (inclusive business), ການຫັນເປັນທຸລະກິດສີຂຽວ ແລະ ການປັບປຸງການລິເລີ່ມທຸລະກິດ ເປັນຕົ້ນ.