ນາຍົກ ເນັ້ນ4 ຈຸດສຳຄັນ ໃນງານມອບລາງວັນທຸລະກິດຊັ້ນນຳດີເດັ່ນປີ 2021 ໃຫ້ພາກລັດ ແລະ ທຸລະກິດ ເອົາໃຈໃສ່ຮ່ວມກັນ ເພື່ອເສີມຂະຫຍາຍຈຸດແຂງ ເຮັດໃຫ້ເສດຖະກິດມີການຂະຫຍາຍໂຕ

235

106 ບໍລິສັດ ຈາກທົ່ວປະເທດ ຈາກ 13 ຂະແໜງການໄດ້ຮັບລາງວັນທຸລະກິດຊັນນຳດີເດັ່ນປີ 2021 ໂດຍໄດ້ມີພິທີມອບລາງວັນຢ່າງເປັນທາງການໃນຕອນບ່າຍວັນທີ 29 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ຂະນະທີ່ ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນ 4 ຈຸດສຳຄັນ ໃຫ້ພາກລັດ ແລະ ທຸລະກິດ ເອົາໃຈໃສ່ຮ່ວມກັນ ເພື່ອເສີມຂະຫຍາຍຈຸດແຂງທີ່ເຮົາມີ ເຮັດໃຫ້ເສດຖະກິດມີການຂະຫຍາຍໂຕ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຢືນຢັນອີກເທື່ອໜຶ່ງວ່າພາກລັດ ແລະ ພາກທຸລະກິດ ແມ່ນຫຸ້ນສ່ວນສຳຄັນຮ່ວມກັນ ແລະ ຕັດແຍກອອກຈາກກັນບໍ່ໄດ້ໃນຂະບວນການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ, ຈາກນີ້ພາກລັດຕ້ອງຫັນປ່ຽນທັດສະນະແນວຄິດ ແລະ ການກະທຳຂອງຕົນ ຈາກທີ່ຊິນເຄີຍເປັນຜູ້ຄວບຄຸມແຕ່ດ້ານດຽວ ມາເປັນຜູ້ບໍລິຫານຈັດການ ຊຶ່ງໃນນັ້ນມີໜ້າທີ່ເຮັດການບໍລິການຮັບໃຊ້ປະຊາຊົນເປັນອັນສຳຄັນ, ພາກທຸລະກິດ ແລະ ຜູ້ປະກອບການກໍ່ຕ້ອງຫັນປ່ຽນປັບປຸງ ແກ້ໄຂຂອດອ່ອນ, ພັດທະນາຍົກສູງຄວາມອາດສາມາດຂອງຕົນເອງໃຫ້ຫຼາຍຂຶ້ນກວ່າເກົ່າໃນຫຼາຍດ້ານ.


ທ່ານ ນາຍົກ ຍັງໄດ້ເນັ້ນບາງບາງຈຸດສຳຄັນ ທີ່ພາກລັດ ແລະ ທຸລະກິດ ຄວນເອົາໃຈໃສ່ຮ່ວມກັນ ເຊັ່ນ:
1). ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ ແລະ ກຸ່ມທຸລະກິດ ຕ້ອງໄດ້ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ ເຂົ້າເປັນສະມາຊິກ, ເຕົ້າໂຮມຄວາມສາມັກຄີ, ປັບປຸງກົງຈັກການຈັດຕັ້ງຂອງສະພາການຄ້າ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງ ໄປຄຽງຄູ່ກັບການພັດທະນາ, ສົ່ງເສີມ ແລະ ສ້າງຄວາມອາດສາມາດ ໃຫ້ຫົວຫນ່ວຍທຸລະກິດຂອງພວກເຮົາ ມີຄວາມເປັນມືອາຊີບຫຼາຍຂຶ້ນ.
2. ນັກທຸລະກິດ ແລະ ຜູ້ປະກອບການ ຂອງພວກເຮົາ ຕ້ອງໄດ້ປັບປຸງຮູບແບບ ແລະ ວິທີການດໍາເນີນທຸລະກິດ ໃຫ້ແທດເໝາະກັບສະພາບການປ່ຽນແປງໃໝ່, ຫັນປ່ຽນຈິນຕະນາການເພື່ອໃຫ້ແທດເໝາະກັບວິຖີຊີວິດໃໝ່, ແຂ່ງຂັນກັນເພື່ອສ້າງຜົນງານ, ປັບປຸງຄຸນນະພາບ ແລະ ປະສິດທິພາບໃຫ້ສູງຂຶ້ນ ລວມທັງກຳຈັດປັດເປົ່າແນວຄິດຄັບແຄບ, ໃຈນ້ອຍ, ອິດສາບັງບຽດກັນ, ຂີ້ສຽດຍ້ານລື່ນຍ້ານເຫຼືຶອກັນ, ທັບຖົມໂຈມຕີກັນ, ຕ້ອງຮັກແພງສາມັກຄີຊ່ວຍເຫຼືອກັນ, ແຂ່ງຂັນກັນພັດທະນາຄວາມດີເພື່ອຊາດບ້ານເມືອງ, ອັນສຳຄັນຕ້ອງຮ່ວມມືກັບພາຍໃນ ແລະ ຕ່າງປະເທດ.


3. ໃນໄລຍະເປີດກວ້າງ ແລະ ເຊື່ອມໂຍງກັບພາກພື້ນ, ນັກທຸລະກິດຂອງພວກເຮົາ ຕ້ອງໄດ້ປັບປຸງຕົນເອງ ໃຫ້ສາມາດຜະລິດ ເພື່ອສົ່ງອອກ ແລະ ຖືເອົາກາລະໂອກາດ ໃນການຂະຫຍາຍທຸລະກິດຂອງຕົນໄປຍັງພາກພື້ນ ແລະ ສາກົນໃຫ້ເພີ່ມຂຶ້ນ ໂດຍນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຊຶ່ງມີຄວາມຈຳເປັນຕ້ອງຮ່ວມມືກັນຈັດຕັ້ງການຜະລິດຄືນໃໝ່, ທັງຫາຄູ່ຮ່ວມພັດທະນາ ກັບ ນັກທຸລະກິດຕ່າງປະເທດ. ນອກຈາກນັ້ນ, ກໍສົ່ງເສີມນັກທຸລະກິດ ເຂົ້າມີສ່ວນຮ່ວມໃນການພັດທະນາຊົນນະບົດ ຕິດພັນກັບການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນຫຼາຍຂຶ້ນ ຊຶ່ງລັດຖະບານ ຈະສ້າງໂອກາດໃຫ້ບັນດາວິສາຫະກິດ ລາວ-ຕ່າງປະເທດ ໄດ້ຈັບຄູ່ກັນ ເພື່ອຮ່ວມກັນຢ່າງໝັ້ນຄົງຍາວນານ ຫຼີກເວັ້ນການເປັນນາຍໜ້າ ແບບຕົວະຢົວະ ຫຼອກລວງ ຊຶ່ງຈະສ້າງຄວາມເສຍຫາຍໃຫ້ແກ່ສ່ວນລວມ ແລະ ຕົນເອງ.

4. ສືບຕໍ່ຊຸກຍູ້ສົ່ງເສີມນັກທຸລະກິດ, ຫົວໜ່ວຍທຸລະກິດທີ່ດີເດັ່ນ ແລະ ດໍາເນີນທຸລະກິດຖືກຕ້ອງ ຕາມກົດໝາຍ, ປະກອບສ່ວນພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ເພື່ອຊຸກຍູ້ການເຮັດແທ້ທຳຈິງ. ການຄັດເລືອກຍ້ອງຍໍນັກທຸລະກິດ ແລະ ຫົວໜ່ວຍທຸລະກິດດີເດັ່ນ ບໍ່ໃຫ້ມີລັກສະນະສະເລ່ຍ ຫຼື ເບິ່ງຕາມຕໍາແໜ່ງຫຼາຍກວ່າເບິ່ງຜົນງານຕົວຈິງ ຊຶ່ງໃນໄລຍະຜ່ານມາ ສຄອຊ ຈັດຕັ້ງປະຕິບັດໄດ້ດີແລ້ວ ແລະ ໃຫ້ສືບຕໍ່ປັບປຸງໃຫ້ດີຂຶ້ນ.