ໂຄວິດເຮັດໃຫ້ເສຍຊີວິດລາຍວັນຫຼັກ 2 ຕົວເລກມາຫຼາຍວັນ ຫຼ້າສຸດ 13 ຄົນໃນມື້ດຽວ

126

ບ້ານເຮົາທຸກວັນນີ້ເວົ້າໄດ້ວ່າ ໂຄວິດກາຍເປັນເລື່ອງປົກກະຕິຂອງທຸກຄົນໄປແລ້ວ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເພາະພະຍາດຊະນິດນີ້ຄົງບໍຈາງລົງງ່າຍໆຈິ່ງຕ້ອງຮຽນຮູ້ທີ່ຈະຢູ່ກັບມັນໃຫ້ໄດ້ ແຕ່ນັ້ນບໍ່ແມ່ນປະເດັນບັນຫາໃຫຍ່ຄື ໂຄວິດໄດ້ມາພາກເອົາຊີວິດຂອງຄົນບໍລິສຸດຫລາຍຄົນໃນແຕ່ລະວັນ ຫລ້າສຸດມື້ນີ້ 13 ກໍລະນີ ຖືວ່າບໍໜ້ອຍເລີຍ.

ຕາມລາຍງານຂ່າວໜ້າສຸດ ສປປ ລາວ ກວດພົບຜູ້ຕິດເຊື້ອ 1.042 ຄົນ ໃນນັ້ນມີຜູ້ຕິດເຊື້ອພາຍໃນ 1.040ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ, ມີຜູ້ເສຍຊີວິດ 13 ຄົນ ແລະ ສຳລັບແຂວງທີ່ມີຜູ້ຕິດເຊື້ອແມ່ນນະຄອນຫຼວງ 419 ຄົນ, ຫຼວງນໍ້າທາ 127 ຄົນ, ອຸດົມໄຊ 92 ຄົນ, ໄຊສົມບູນ 51 ຄົນ, ຫຼວງພະບາງ 44 ຄົນ, ວຽງຈັນ 42 ຄົນ, ເຊກອງ 42 ຄົນ, ບໍ່ແກ້ວ 42 ຄົນ, ຊຽງຂວາງ 40 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວປະຈຳວັນທີ 29 ທັນວາ 2021 ວ່າ: ວັນທີ 28 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.714 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.042 ຄົນ (ຕິດເຊື້ອພາຍໃນ ມີ 1.040ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ).


ເຮັດໃຫ້ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 108.782 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 355 ຄົນ (ເສຍຊີວິດໃໝ່ 13 ຄົນ). ສຳລັບຜູ້ເສຍຊີວິດໃໝ່ 13 ຄົນແມ່ນມາຈາກແຂວງ ບໍລິຄຳໄຊ 1 ຄົນ, ຫຼວງພະບາງ 1 ຄົນ, ຫຼວງນ້ຳທາ 3 ຄົນ, ແຂວງວຽງຈັນ 3 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ, ຫົວພັນ 1 ຄົນ, ບໍ່ແກ້ວ 1 ຄົນ ແລະ ຊຽງຂວາງ 1 ຄົນ.


ໄລຍະນີ້ກ້າວເຂົ້າສູ່ຊ່ວງຂ້າມຜ່ານປີເກົ່າສູ່ປີໃໝ່ຈະມີການພົບປະສັງສັນຫັນຫຼາຍ ຖ້າຮູ້ສຶກບໍສະບາຍຕ້ອງໄປວກດເຊື້ອທັນທີ ສຳລັບຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດຖ້າຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.ສ່ວນນະຄອນຫຼວງວຽງຈັນ ຈຸດກວດມີ 1 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້: ຈຸດກວດຄົງທີ່ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ: ມສ ເຈົ້າອານຸວົງ, ໜ່ວຍກວດເຄື່ອນທີ່: ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ, ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 2 ທີມ.