ໂຊກດີປີໃໝ່! ປະທານປະເທດສົ່ງພອນປີໃໝ່ພໍ່ແມ່ພີ່ນ້ອງປວງຊົນລາວທັງຊາດ

85

ມື້ນີ້ກໍ່ເປັນມື້ສຸດທ້າຍຂອງປີ ແລະ ສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ກໍ່ຈະໄດ້ມາແທນທີ່. ສຳລັບປີ 2021 ຜ່ານມານັ້ນ, ມີຫລາຍເຫດການສໍາຄັນໄດ້ເກີດຂຶ້ນ ໃນປະເທດຂອງພວກເຮົາ ທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຢ່າງທີ່ເຫັນປະຈັກຕາ ນີ້ເປັນຄຳກ່າວເບື້ອງຕົ້ນ ຂອງທ່ານ ປະທານປະເທດ.

ເຊິ່ງວ່າທ່ານ ຍັງກ່າວຕື່ມວ່າ: ເຖິງວ່າປີຜ່ານມາ ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການກໍ່ຕາມ, ແຕ່ປະເທດເຮົາກໍ່ຍັງສາມາດປົກປັກຮັກສາສະເຖຍລະພາບ ທາງການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມໃນລະດັບອັນແນ່ນອນ, ເສດຖະກິດ ກໍ່ມີບາດກ້າວຂະຫຍາຍຕົວຕາມທີ່ວາງແຜນເອົາໄວ້, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນລາວ ໃນທົ່ວປະເທດ

ພ້ອມກັນໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າ ບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ດ້ວຍຄວາມເປັນເຈົ້າ, ປະຊາຊົນລາວໃນທົ່ວປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ນະໂຍບາຍຂອງລັດ, ຂໍ້ຕົກລົງຂອງສະພາແຫ່ງຊາດ ແລະ ແຜນປະຕິບັດງານຂອງລັດຖະບານ ໄດ້ເປັນຢ່າງດີ.

ປີໃໝ່ 2022 ນີ້ ຈະເປັນປີໜຶ່ງທີ່ປະເທດຊາດເຮົາ ຈະມີທັງຄວາມສະດວກ, ມີເງື່ອນໄຂຫລາຍຂຶ້ນ ໃນການພັດທະນາປະເທດອັນແສນຮັກຂອງພວກເຮົາ ໃຫ້ມີບາດກ້າວໃໝ່ທີ່ດີຂຶ້ນຕື່ມອີກ, ແຕ່ເວລາດຽວກັນ ພວກເຮົາກໍ່ຍັງຈະປະເຊີນກັບອຸປະສັກ ແລະ ຄວາມທ້າທາຍຕ່າງໆ ທີ່ບໍ່ອາດຈະຫລີກລ່ຽງໄດ້.

ດັ່ງນັ້ນ, ປີໃໝ່ 2022 ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນໜ້າ ຈົ່ງສຸມທຸກກຳລັງແຮງ, ກຳລັງໃຈ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເຮົາ ໃຫ້ບັນລຸຈຸດໝາຍທີ່ວາງໄວ້, ນໍາເອົາປະເທດຊາດ ຂອງພວກເຮົາໄປສູ່ບາດກ້າວໃໝ່ຂອງການພັດທະນາ ເຮັດໃຫ້ປະຊາຊົນ ມີຄວາມຮົ່ມເຢັນເປັນສຸກ, ສັງຄົມມີຄວາມສະຫງົບ, ສັນຕິຕໍ່ໄປ.

ຂໍອວຍພອນອັນປະເສີດ ໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກສົມບູນທັງກາຍ ແລະ ໃຈ, ມີຜົນສຳເລັດໃນໜ້າທີ່ການງານ, ປາຖະໜາສິ່ງໃດກໍ່ໃຫ້ໄດ້ດັ່ງຄວາມມຸ້ງຫວັງທຸກປະການ!
ຂໍໃຫ້ການຕ້ອນຮັບປີໃໝ່ ປີ ຄສ 2022 ນີ້ ຈົ່ງເບີກບານມ່ວນຊື່ນ ແລະ ມີສະຕິຕໍ່ການປ້ອງກັນໄພອັນຕະລາຍຈາກ Covid-19 ດ້ວຍເທີ້ນ.