ຈັດຈຳລອງເຫດການ ຮັບນັກທ່ອງທ່ຽວທີ່ເດີນທາງເຂົ້າມາລາວ ໃນເຂດທ່ອງທ່ຽວສີຂຽວ

156

ໃນວັນທີ 30 ທັນວາ 2021 ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳພາຄະນະ ແລະ ຂະແໜງກງານກ່ຽວຂ້ອງເຂົ້າຮ່ວມ ຈັດຈຳລອງເຫດການ ເພື່ອຮັບມືໃນກໍລະນີ ພົບນັກທ່ອງທ່ຽວຕິດເຊື້ອ ໂຄວິດ-19 ແລະ ບັນຫາອື່ນໆ ທີ່ເກີດຂຶ້ນໃນເວລາເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ຂຶ້ນທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ການຈັດຈຳລອງເຫດການຄັ້ງນີ້ ກໍເພື່ອເປັນການກະກຽມຄວາມພ້ອມຮອບດ້ານ ແລະ ກະກຽມແຜນຮັບມືເຫດການທີ່ຈະເກີດຂຶ້ນໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂດວິດ-19 ໃນເວລາເດີນທາງມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວໃນໄລຍະທີ1 ເຊິ່ງຈໍາລອງເຫດການດັ່ງນີ້:

I. ຈຸດເລີ່ມຕົ້ນຈາກການຕ້ອນຮັບນັກທ່ອງທ່ຽວ ທີ່ ສະໜາມບິນສາກົນວັດໄຕ

– ຂັ້ນຕອນການເກັບຕົວຢ່າງເພື່ອກວດຫາເຊື້ອ (ກະຊວງສາທາລະນະສຸກ)

– ຂັ້ນຕອນການອອກວິຊາກັບດ່ານ-ສະໜາມບິນສາກົນວັດໄຕ (ກະຊວງການຕ່າງປະເທດ)

– ຂັ້ນຕອນຜ່ານຕຳຫຼວດກວດຄົນ ເຂົ້າ – ອອກເມືອງ (ກະຊວງປ້ອງກັນຄວາມສະຫງົບ)

II. ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ໂດຍບໍລິສັດທ່ອງທ່ຽວ ແລະ ພະນັກງານນໍາທ່ຽວ

– ຂັ້ນຕອນພະນັກງານນໍາທ່ຽວ ນຳພານັກທ່ອງທ່ຽວຂຶ້ນລົດ ເພື່ອໄປສົ່ງນັກທ່ອງທ່ຽວຢູ່ສະຖານທີ່ພັກເຊົາ

III. ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວເມື່ອນັກທ່ອງທ່ຽວມາຮອດໂຮງແຮມ, ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວເຂົ້າພັກໂຮງແຮມ ແລະ ການບໍລິການດ້ານສຸຂະນາໄມຢູ່ໂຮງແຮມ ຫຼື ຕາມມາດຕະຖານ Lao safe, ນັກທ່ອງທ່ຽວພັກຜ່ອນຢູ່ ໂຮງແຮມ ເພື່ອລໍຖ້າຜົນກວດເຊື້ອໂຕວິດ-19

IV. ຂັ້ນຕອນໃນກໍລະນີຜົນກວດຂອງນັກທ່ອງທ່ຽວເປັນຜົນບວກ (ກະຊວງສາທາລະນະສຸກ ກໍານົດສະຖານທີ່ເປົ້າໝາຍ), ກໍລະນີພົບນັກທ່ອງທ່ຽວມີຜົນກວດອອກມາເປັນບວກ ແມ່ນຂັ້ນຕອນນໍາສົ່ງເພື່ອປິ່ນປົວຢູ່ໂຮງໝໍ ຫຼື ໂຮງໝໍສະໜາມ.

ກໍລະນີພົບນັກທ່ອງທ່ຽວທີ່ມີອາການສົງໄສ ຫຼື ມີຄວາມສ່ຽງຕໍ່ການຕິດເຊື້ອໂຄວິດ-19 ໃນໄລຍະເວລາທີ່ພວມກຳລັງທ່ອງທ່ຽວຕາມລາຍການຢູ່ເຂດທ່ອງທ່ຽວສີຂຽວ.

V. ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວທີ່ມີຜົນກວດເປັນລົບ (ປອດໄພ) ແລະ ນຳພານັກທ່ອງທ່ຽວໄປ ທ່ອງທ່ຽວໃນເຂດການທ່ອງທ່ຽວສີຂຽວ, ຂັ້ນຕອນການຕ້ອນຮັບນັກທ່ອງທ່ຽວ ເດີນທາງໄປທ່ອງທ່ຽວຕາມລາຍການທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ເຊັ່ນ: ຮ້ານອາຫານ-ເຄື່ອງດື່ມ ທີ່ປອດໄພ, ຫ້ອງນ້ຳສະອາດ ແລະ ສະຖານທີ່ທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ແລະ ອື່ນໆ ທີ່ໄດ້ຮັບການຢັ້ງຢືນຕາມມາດຕະຖານ Lao safe.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດວ່າ: ກິດຈະກຳມື້ນີ້ແມ່ນ ເພື່ອເບິ່ງຄວາມພ້ອມຂອງ ທຸກຂະແໜງການ ໂດຍສະເພາະການກວດຄົນເຂົ້າ-ອອກເມືອງ ຂອງເຈົ້າໜ້າທີ່ຂະແໜງ ການຕ່າງໆ ເຊັ່ນກະຊວງການຕ່າງປະເທດ ມີຄວາມພ້ອມການອອກວິຊາ, ກະຊວງສາທາລະນະສຸກ ມີຄວາມພ້ອມໃນການກວດ ແລະຮັກສາສຸຂະພາບຂອງນັກທ່ອງ ທ່ຽວ ແລະຂະແໜງການທີ່ກ່ຽວຂ້ອງອື່ນໆຕື່ມອີກ.

ສປປລາວ ກຳນົດເປີດເຂດທ່ອງທ່ຽວສີຂຽວໄລຍະທີ 1 ໃນວັນທີ 1 ມັງກອນ 2022 ໂດຍມີ 3 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ ແລະເມືອງວັງວຽງ ແຂວງວຽງຈັນ.ນັກທ່ອງທ່ຽວທີ່ຈະເຂົ້າມາແມ່ນຕ້ອງຜ່ານບໍລິສັດທ່ອງທ່ຽວເທົ່ານັ້ນ ແລະ ຕ້ອງມີການແຈ້ງລາຍຊື່ນັກທ່ອງທ່ຽວທີ່ຈະເຂົ້າມາຜ່ານກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຜ່ານກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ຜ່ານ (ຕມ) ຕາມຂັ້ນຕອນພວກເຮົາ ແລະ ໄປຕາມລາຍການທ່ອງທ່ຽວ ແລະ ໂຮງແຮມທີ່ພວກເຮົາກຳນົດໄວ້.