ບໍລິສັດ ຫົວເຫວີຍລາວ ໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນປະຈຳປີ 2021 ແລະ ໄດ້ຮັບການຍ້ອງຍໍຈາກນາຍົກລັດຖະມົນຕີແຫ່ງ ສປປ ລາວ

238

ທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈໍາກັດຜູ້ດຽວ ໄດ້ຂຶ້ນຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນຂອງ ສຄອຊ ໃນໄລຍະໂຄວິດ-19 ປະຈຳປີ 2021 ມອບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 29 ທັນວາ ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ.


ໃນງານຂອງ ສຄອຊ ຄັ້ງນີ້ ກໍໄດ້ມີການຈັດຫ້ອງວາງສະແດງຂອງຫຼາຍໆບໍລິສັດ ເຊິ່ງ ບໍລິສັດ ຫົວເຫວີຍລາວ ກໍໄດ້ນໍາເອົານະວັັດຕະກໍາທີ່ທັນສະໄໝເຂົ້າຮ່ວມສະແດງ ເປັນຕົ້ນແມ່ນການສະແດງໂຊລູຊັ່ນຜະລິດຕະພັນພະລັງງານດິຈີຕອນຂອງຫົວເຫວີຍເຊັ່ນ: ປໍ້າສາກໄຟ EV charger, ໂຊລູຊັ່ນສຳລັບໂຊລາເຊວ Fusion Solar, ໂຊລູຊັ່ນດ້ານພະລັງງານສູນຂໍ້ມູນ ແລະ ອື່ນໆ.


ໃນຂະນະດຽວກັນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະກໍໄດ້ຢ້ຽມຢາມຫ້ອງວາງສະແດງ ຫົວເຫວີຍ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມຕີລາຄາສູງຕໍ່ ຫົວເຫວີຍ ທີ່ໄດ້ຜະລິດນະວັດຕະກຳອັນທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ຈະສາມາດຕອບສະໜອງຄວາມຮຽກຮ້ອງຂອງລັດຖະບານໄດ້ຢ່າງວ່ອງໄວ ໂດຍການວາງຮາກຖານທີ່ດີສຳລັບການນຳໃຊ້ພະລັງງານໄຟຟ້າບໍ່ວ່າຈະເປັນລົດໄຟຟ້າ ແລະ ອຸປະກອນພະລັງງານແສງອາທິດໃນຕະຫຼາດລາວ ພ້ອມທັງຈະຊ່ວຍໃຫ້ລາວບັນລຸການເປັນກາງຂອງຄາບອນອີກດ້ວຍ.