ຢາກລວຍຕ້ອນຮັບປີໃໝ່ມື້ນີ້ເລີຍ ເພາະ 3 ມັງກອນ 2022 ງົດອອກຫວຍ

174

ສຳລັບຄົນທີ່ມັກສ່ຽງໂຊກສ່ຽງດວງ ແມ່ນຮູ້ກັນດີວ່າ ຫວຍພັດທະນາລາວ ທຸກປະເພດແມ່ນອອກ 3 ຄັ້ງຕໍ່ອາທິດ ນັ້ນໄດ້ແກ່ ຈັນ, ພຸດ ແລະ ສຸກ ແລະ ໃນຊ່ວງໄລຍະນີ້ກໍ່ແມ່ນເປັນທີ່ນິຍົມຂອງຄົນໃນສັງຄົມຢ່າງຫຼວງຫຼາຍ ໃນການລຸ້ນລາງວັນໃຫຍ່ເລກ 6 ໂຕ.

ແຕ່ຫຼ້າສຸດທາງ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແມ່ນໄດ້ອອກແຈ້ງການ ເລກທີ 1478/ຫພນ ລົງວັນທີ 24 ທັນວາ 2021 ທີ່ຈະໄດ້ໂຈະການອອກເລກລາງວັນຫວຍພັດທະນາທຸກປະເພດ ໃນວັນຈັນ ວັນທີ 03 ມັງກອນ 2022 ນີ້.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາຈະໄດ້ໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາທຸກປະເພດ ໃນວັນຈັນ, ວັນທີ 03 ມັງກອນ 2022 ເນື່ອງຈາກເປັນວັນພັກຊົດເຊີຍທາງລັດຖະການປີໃໝ່ສາກົນ 2022.

ເຊິ່ງວ່າໃນການໂຈະດັ່ງກ່າວນັ້ນ, ແມ່ນຈະບໍ່ມີການອອກທົດແທນ ແລະ ຈະສືບຕໍ່ຈໍາໜ່າຍ ແລະ ອອກເລກລາງວັນ ເລີ່ມແຕ່ວັນພຸດ, ວັນທີ 05 ມັງກອນ 2022 ເປັນຕົ້ນໄປຕາມແຜນການປົກກະຕິ.