ອີກ 2 ເດືອນເທົ່ານັ້ນສາລະວັນ ຈະສົ່ງກ້ວຍສູ່ຕະຫຼາດ ສປ ຈີນແລ້ວ

184

ສຳລັບເມືອງສາລະວັນແມ່ນມີທ່າແຮງໃນການປູກກ້ວຍສົ່ງອອກຂາຍເປັນສິນຄ້າໃຫ້ສປຈີນ,ໂດຍສະເພາະແມ່ນຢູ່ບ້ານຫາງພູນ້ອຍທີ່ມີເນື້ອທີ່ປູກກ້ວຍຫຼາຍເຖິງ 300 ເຮັກຕາ ຕາມແຜນແລ້ວປະມານ 2 ເດືອນຂ້າງໜ້າສວນກ້ວຍໃນສາລະວັນຈະສາມາດເກັບກ່ຽວຜົນກະລິດສົ່ງສູ່ຕະຫຼາດ ສປ ຈີນແລ້ວ.

ໃນໂອກາດຕ້ອນຮັບການມາເຄື່ອນໄຫວຊຸກຍູ້ການພັດທະນາຢູ່ເມືອງສາລະວັນຂອງທ່ານໂພໄຊ ໄຊຍະສອນເຈົ້າແຂວງສາລະວັນ ໃນວັນທີ 29 ທັນວາ 2021 ທີ່ຜ່ານມານີ້ ທ່ານ ຖາວອນ ພົມວິບຸດ ຜູ້ປະສານງານໂຄງການປູກກ້ວຍຢູ່ເມືອງສາລະວັນໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງເຊັນບົດທຶກຄວາມເຂົ້າໃຈແລ້ວບໍລິສັດເຈຊິງພັດທະນາກະສິກໍາ ແລະ ເຕັກໂນໂລຊີ ກໍໄດ້ລົງມືບຸກເບີກເນື້ອທີ່ເພື່ອດຳເນີນໂຄງການໃນການຜະລິດ ຊຶ່ງໄດ້ເລີ່ມລົງມືໃນເດືອນ ມີນາ 2021 ແລະ ລົງມືປູກກ້ວຍ ໃນລະຫວ່າງເດືອນ ມິຖຸນາ 2021 ໃນໄລຍະພຽງ 4 ເດືອນ, ໃນເນື້ອທີ່ທັງໝົດ 300 ກວ່າເຮັກຕາ, ເປັນໂຄງການປູກກ້ວຍ ທີ່ສະອາດ, ປອດສານພິດ.

ປັດຈຸບັນ, ໄດ້ປະມານ 6 ເດືອນ ແລະ ຄາດຄະເນອີກ 2 ເດືອນ ຈະສາມາດເກັບຜົນຜະລິດ ເພື່ອສົ່ງອອກໄປຂາຍທີ່ ສປ.ຈີນ ແລະ ຈະສ້າງເປັນຫຍີ່ຫໍ້ຂອງແຂວງສາລະວັນ, ຄາດວ່າຈະເກັບຜົນຜະລິດໄດ້ 30 ໂຕນຕໍ່ເຮັກຕາ. ສໍາລັບໂຄງການດັ່ງກ່າວໄດ້ນຳໃຊ້ແຮງງານ ປະມານ 300 ຄົນ ຊຶ່ງແມ່ນແຮງງານພາຍໃນທັງໝົດ.

ໃນໂອກາດນີ້, ທ່ານ ເຈົ້າແຂວງສາລະວັນໄດ້ສະແດງຄວາມຊົມເຊີຍຕໍ່ກັບບໍລິສັດ ທີ່ໄດ້ທຸ່ມເທ ແລະ ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ, ທັງໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນອີກດ້ວຍ. ຊຶ່ງທ່ານໄດ້ເນັ້ນໃຫ້ບໍລິສັດ ສືບຕໍ່ເອົາໃຈໃສ່ພັດທະນາໂຄງການຂອງຕົນ ໃຫ້ມີບາດກ້າວໃໝ່, ສ້າງແຜນການອັນລະອຽດຕື່ມອີກ ເປັນຕົ້ນ: ແຜນນຳໃຊ້ແຮງງານ, ນຳເຂົ້າວັດຖຸຕ່າງໆ, ແຜນປ້ອງກັນດ້ານສິ່ງແວດລ້ອມ.

.

ທັງນີ້, ເພື່ອບໍ່ໃຫ້ມີຜົນກະທົບພາຍຫຼັງ, ທັງເປັນການເສີມສ້າງພັດທະນາໂຄງການ ທີ່ຈະເປັນທ່າແຮງໃຫ້ກັບພາກລັດ ໃນໄລຍະຍາວ, ປະເມີນຄືນ ຄວນສົ່ງເສີມ ປະຊາຊົນ ໃນຂອບເຂດດັ່ງກ່າວ ມີສ່ວນຮ່ວມຫຼາຍຂຶ້ນ, ສິ່ງສຳຄັນເອົາໃຈໃສ່ປະຕິບັດຕາມສັນຍາ ແລະ ສືບຕໍ່ຊ່ວຍພັດທະນາພື້ນຖານໂຄງລ່າງ ກໍຄືການດຳລົງຊີວິດປະຊາຊົນ ໃນຂອບເຂດດັ່ງກ່າວໃຫ້ດີຂຶ້ນ.

ຂ່າວຈາກ: ໜັງສືພິມປະຊາຊົນ.