ສົ່ງທ້າຍປີເກົ່າ ມື້ນີ້ພົບຜູ້ເສຍຊີວິດໃໝ່ 12 ຄົນ, ຕິດເຊື້ອທັງໝົດ 1.006 ຄົນ

140

ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນທີ 31 ທັນວາ 2021 ວ່າ ມາຮອດວັນທີ 31 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.100 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.006 ຄົນ (ຕິດເຊື້ອພາຍໃນ ມີ 1.005 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.005 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 394 ຄົນ, ອຸດົມໄຊ 114 ຄົນ, ຫຼວງນໍ້າທາ 52 ຄົນ, ວຽງຈັນ 35 ຄົນ, ຊຽງຂວາງ 28 ຄົນ, ບໍ່ແກ້ວ 58 ຄົນ, ຫຼວງພະບາງ 22 ຄົນ, ບໍລິຄໍາໄຊ 29 ຄົນ, ຜົ້ງສາລີ 12 ຄົນ, ເຊກອງ 30 ຄົນ, ໄຊສົມບູນ 37 ຄົນ


ໄຊຍະບູລີ 23 ຄົນ, ສະຫັວນນະເຂດ 18 ຄົນ, ຄໍາມ່ວນ 20 ຄົນ, ຫົວພັນ 3 ຄົນ, ຈໍາປາສັກ 21 ຄົນ, ສາລະວັນ 106 ຄົນ, ອັດຕະປື 3 ຄົນ


ສ່ວນກໍລະນີນຳເຂົ້າແມ່ນມີ 1 ຄົນ ຈາກ ແຂວງສະຫວັນນະເຂດ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 111.060 ກໍລະນີ, ອອກໂຮງໝໍວານນີ້ 930 ຄົນ ແລະ ກຳລັງປິ່ນປົວ 9.060 ຄົນ ແລະ ເສຍຊີວິດສະສົມທັງໝົດ 372 ຄົນ (ເສຍຊີວິດໃໝ່ 12 ຄົນ)