ແຈ້ງ! ປີນີ້ງົດສູດມົນຂ້າມປີ 2022

220

ເປັນປີທີສອງຕິດຕໍ່ກັນທີ່ບັນຫາຜູ້ຮັກໃນການເຂົ້າວັດສູດມົນຂ້າມປີຕ້ອງອົດໄປນັ່ງສະມາທິຟັງເທດ ແລະສູດມົນຂ້າມປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ປີນີ້ກໍ່ເຊັ່ນດຽວກັນຈະບໍໄດ້ໄປອີກເຊັ່ນເຕີຍພວກເຮົາກໍ່ພາກັນສູດນຳຢູທຸບ ນັ່ງສະມາທິຢູາເຮືອນໃນຄືນຂ້າມຜ່ານປີເກົ່າສູ່ໄປໃໝ່ໄປພ້ອມໆກັນ.

ສຳລັບການຈັດກິດຈະກຳສູດມົນຂ້າມປີ ຕ້ອນຮັບສິ່ງດີໆໃຫ້ຊີວິດ ເປັນການປະຕິບັດກັນມາແຕ່ຍາວນານ ເຊິ່ງປະຊາຊົນຄົນຊາວພຸດ ມັກພາກັນໄປ ເນື່ອງຈາກ, ມີຄວາມເຊື່ອໃນການເສີມຄວາມເປັນສິລິມົງຄຸນໃຫ້ຕົນເອງ ແລະ ຕ້ອນຮັບສິ່ງດີໆໃນການໃຊ້ຊີວິດສຳລັບປີໃໝ່ ແລະ ຕະຫຼອດປີ.

ແຕ່ວ່າຫຼ້າສຸດນີ້, ທາງອົງການພຸດທະສາສະໜາສຳພັນລາວ ນະຄອນຫຼວງວຽງຈັນແມ່ນໄດ້ອອກໜັງສືແຈ້ງການເລກທີ 060/ອພສ.ນວ ລົງວັນທີ 29 ທັນວາ 2021 ສຳລັບການຈັດງານພິທີສູດມົນຂ້າມປີ 31 ທັນວາ 2021-1 ມັງກອນ 2022.

ໂດຍຕາມແຈ້ງການລະບຸວ່າ: ອີງໃສ່ການລະບາດຂອງພະຍາດໂຄວິດ19 ໂດຍສະເພາະທີ່ນະຄອນຫຼວງວຽງຈັນ ຍັງມີຜູ້ຕິດເຊື້ອໃນຕົວເລກທີ່ສູງ ສະນັ້ນ ເພື່ອເປັນການຫຼຸດຜ່ອນຄວາມສ່ຽງ ທີ່ອາດເກີດຂຶ້ນຕໍ່ສຸຂະພາບ ຊີວິດພະສົງ-ສຳມະເນນ ຕະຫຼອດເຖິງປະຊາຊົນທີ່ເດີນທາງມາ ທີ່ມີຄວາມແອອັດ.


ດັ່ງນັ້ນ, ສຳລັບກິດຈະກຳພິທີສູດມົນຂ້າມປີ ແມ່ນໃຫ້ງົດໄວ້ກ່ອນ ເພື່ອຄວາມປອດໄພ ແລະ ທັງເປັນການຮ່ວມແຮງຮ່ວມໃຈກັນ ປະຕິບັດຕໍ່ມາດຕະການຢ່າງເຂັ້ມງວດ ຊ່ວຍຫຼຸດຈຳນວນຜູ້ຕິດເຊື້ອຫຼຸດຄວາມສ່ຽງການເສຍຊີວິດ..