ຂອບໃຈ ລັດຖະບານ ສປ ຈີນ ສົ່ງວັກຊິນອີກ 300.000 ໂດສຊ່ວຍລາວຕ້ານໂຄວິດ

846

 

ການສັກວັກຊິນ ເພື່ອສ້າງພູມຕ້ານທານໃນຮ່າງກາຍແມ່ນຄວາມພະຍາຍາມຂອງລັດຖະບານ ຢາກໃຫ້ປະຊາຊົນໄດ້ເຂົ້າເຖິງວັກຊິນໄດ້ຫຼາຍທີ່ສຸດ ແລະລັດຖະບານ ສປ ຈີນ ປະເທດຄູ່ຮ່ວມມືຍຸດທະສາດໄດ້ຫຼິງເຫັນຄວາມຕ້ອງການ ແລະຄວາມຈຳເປັນຂອງປະເທດເຮົາ ຈິ່ງຈັດສົ່ງວັກຊີນມາຊ່ວຍ ສປປ ລາວເຮົາອີກ 300.000 ໂດສ.


ວັກຊີນປ້ອງກັນໂຄວິດ-19 ຊະນິດຊີໂນຟາມ( Sinopharm Vaccines) ຈໍານວນ 300.000 ໂດສ ເຊິ່ງເປັນຊຸດທີ 3 ຕິດຕໍ່ກັນທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວເຮົາ ໄດ້ມາຮອດປະເທດລາວ ໃນຕອນຄໍ່າ ຂອງວັນທີ 26 ເມສາ 2021ນີ້.

ໂດຍມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ ແລະຜູ້ຕາງໜ້າຈາກສະຖານທູດຈີນປະຈຳລາວຮ່ວມກັນຕ້ອນຮັບຢູ່ທີ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ.


​ ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ຮັບການຊວ່ຍເຫຼືອລ້າຈາກ ສປ ຈີນຮອບທຳອິດລວມມີ 300.000 ໂດສໄດ້ຖືກມອບ-ຮັບເມື່ອຕົ້ນເດືອນກຸມພາ ແລະຮອບສອງຈຳນວນ 800.000 ໂດສໄດ້ຈັດພິທີມອບ-ຮັບເມື່ອທ້າຍເດືອນມີນາຂອງປີນີ້ ເຊິ່ງລວມການຊ່ວຍເຫຼືອທັງ 3 ຄັ້ງ ແລ້ວ ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກ ສປ ຈີນແລ້ວລວມເປັນ 1.400.000 ໂດສ.

ໃນໄລຍະຜ່ານມາທາງການລາວໄດ້ຈັດຕັ້ງປະຕິບັດສັກວັກຊີນເຫຼົ່ານັ້ນ ໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງໃນການປະຕິບັດງານເຊັ່ນ ເຈົ້າໜ້າທີ່ສາທາລະນະສຸກ, ເຈົ້າໜ້າທີ່ຕ່າງໆຂອງລັດ ແລະການນໍາຂັ້ນສູງ ລວມທັງປະຊາຊົນລາວຈໍານວນຫຼວງຫຼາຍ ທີ່ມີຄວາມຈໍາເປັນຕ້ອງການສັກວັກຊີນ ເຊິ່ງເຫັນວ່າວັກຊີນຊີໂນຟາມຂອງຈີນແມ່ນມີປະສິດທິພາບ ແລະມີຄວາມປອດໄພສູງ ຈົນຮອດປັດຈຸບັນທາງການລາວຍັງໄດ້ປະກາດໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ຢາກສັກຢາວັກຊີນດັ່ງກ່າວ ສາມາດໄປສັກໄດ້ຢູ່ຕາມໂຮງຫມໍທີ່ລັດໄດ້ກໍານົດໄວ້.

ສ່ວນວັກຊິນທີ່ສົ່ງມາຮອດລາວມື້ນີ້ແມ່ນຍັງຈະມີພິທີມອບ-ຮັບຢ່າງເປັນທາງການອີກຄັ້ງໜຶ່ງ
ຂ່າວ: CRI, ຮູບ ຂປລ