ຫຼາຍພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ຕ້ານພະຍາດໂຄວິດ-19 ລວມມູນຄ່າ 9,6 ລ້ານໂດລາ ແລະ 1,75 ຕື້ກີບ

1440

ໃນວັນທີ 26 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 9,6 ລ້ານໂດລາສະຫະລັດ ແລະ 1,75 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.


ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ; ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ການນໍາຂັ້ນສູງ ຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 12 ພາກສ່ວນ ຄື: ບໍລິສັດພົງຊັບທະວີກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ;

ບໍລິສັດຈະເລີນເຊກອງ ພະລັງງານຈໍາກັດ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອສັກໃຫ້ບັນດາຄູ-ອາຈານໃນຂອບເຂດທົ່ວປະເທດ.

ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ;

ບໍລິສັດ ເອໄອເອັຟ (AIF) ມອບວັກຊີນ ຈໍານວນ 60.000 ໂດສ ມູນຄ່າ 1,5 ລ້ານໂດລາສະຫະລັດ;

ບໍລິສັດ PT Sole LTD ມອບເງິນຊ່ວຍເຫຼືອຈໍານວນ 1,5 ລ້ານໂດລາສະຫະລັດ;

ກຸ່ມບໍລິສັດພອນສັກ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 20.000 ໂດສ ມູນຄ່າ 5 ແສນໂດລາສະຫະລັດ ໃຫ້ບັນດາຄູ-ອາຈານໃນຂອບເຂດທົ່ວປະເທດ;

ລັດວິສາຫະກິດໄຟຟ້າລາວ ມອບຜ້າປິດປາກ-ດັງ ຈຳນວນ 50.000 ກ່ອງ ມູນຄ່າ 1,3 ຕື້ກີບ;

ບໍລິສັດລ້ານຊ້າງມິເນໂຣນສ໌ ລິມິເຕັດ ບໍ່ຄຳເຊໂປນ ມອບເງິນສົດຈໍານວນ 1 ແສນໂດລາສະຫະລັດ; ສະມາຄົມນັກທຸລະກິດຍິງ ມອບເງິນສົດ ແລະ ອຸປະກອນຮັບໃຊ້ທາງການແພດ ຈໍານວນ 190 ລ້ານກວ່າກີບ;

ບໍລິສັດລາວວີໄອພີພັດທະນາການລົງທຶນ ຈໍາກັດຜູ້ດຽວ ມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ;

ບໍລິສັດຈະເລີນຊັບຍິ່ງຈະເລີນ ມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ ແລະ ສະມາຄົມມິດຕະພາບ ລາວ-ຈີນ ມອບຕຽງ ພ້ອມໝອນ ມູນຄ່າ 66 ລ້ານກວ່າກີບ.


ໂອກາດດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ທີ່ໃຫ້ການຊ່ວຍເຫຼືອ ແລະ ຖືເປັນການປະກອບສ່ວນສໍາຄັນ ເຂົ້າໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດລົງ ແລະ ສັນຍາວ່າ ຈະນໍາໃຊ້ການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໄປພ້ອມກັບການຈັດສັນງົບປະມານຂອງລັດ ເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ, ຊຶ່ງກໍລະນີ ບຸກຄົນ ຫຼື ພາກສ່ວນໃດ ຫາກມີຈຸດປະສົງ ໃນການປະກອບສ່ວນຊ່ວຍເຫຼືອຕື່ມ ລັດຖະບານ ແມ່ນຍິນດີຮັບ.

ນອກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ໃນການເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ລວມທັງ ຊ່ວຍຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອໃຫ້ການແຜ່ລະບາດ ຫຼຸດລົງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ