ເຈົ້າແຂວງຈຳປາສັກ ເປັນປະທານກອງປະຊຸມກຽມຄວາມພ້ອມຮອບດ້ານ ສະກັດກັ້ນພະຍາດໂຄວິດ-19 ໂດຍຄົ້ນຄວ້າສ້າງໂຮງໝໍສະໜາມໃຫ້ໄດ້400ຕຽງ

673

ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານການລະບາດພະຍາດ COVID-19 ແຂວງ ຈຳປາສັກ ໄດ້ໄຂກອງປະຊຸມຂຶ້ນເພື່ອກຽມພ້ອມຮອບດ້ານ ເພື່ອປ້ອງກັນສະກັດກັ້ນ ຄວບຄຸມ ຕ້ານການລະບາດພະຍາດ COVID-19 ໂດຍເຫັນດີໃຫ້ຍົກລະດັບໂຮງໝໍເມືອງໂພນທອງ ແລະ ໂຮງໝໍ 106 ທີ່ເປັນສູນກາງປີ່ນປົວຫລັກ ໃຫ້ໄດ້ 100 ຕຽງ ແລະ ຄົ້ນຄວ້າ ໂຮງໝໍສະໜາມ ເພື່ອສຳຮອງ ຫາກມີການລະບາດພະຍາດຢ່າງຮ້າຍແຮງ ໃຫ້ໄດ້ 400 ຕຽງ.

ກອງປະຊຸມ ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານການລະບາດພະຍາດ COVID-19 ແຂວງ ຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2021 ທີ່ສຳນັກງານຫ້ອງວ່າການແຂວງຈຳປາສັກ, ພາຍໃຕ້ການເປັນປະທານ ຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ.

ມີບັນດາ ຄະນະປະຈຳພັກແຂວງ, ຄະນະຊີ້ນຳ, ຄະນະກຳມະການສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນຊີ້ນຳໃຫ້ ຄະນະກຳມະການສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ ຈະຕ້ອງໄດ້ ເພີ່ມທະວີ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ເລກທີ 87/ຄລສພ ລົງວັນທີ 25 ເມສາ 2021 ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ ໃນການສືບຕໍ່ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19; ເຫັນດີໃຫ້ຍົກລະດັບໂຮງໝໍເມືອງໂພນທອງ ແລະ ໂຮງໝໍ 106 ທີ່ເປັນສູນກາງປີ່ນປົວຫລັກ ໃຫ້ໄດ້ 100 ຕຽງ ແລະ ຄົ້ນຄວ້າ ໂຮງໝໍສະໜາມ ເພື່ອສຳຮອງ ຫາກມີການລະບາດພະຍາດຢ່າງຮ້າຍແຮງ ໃຫ້ໄດ້ 400 ຕຽງ.

ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ຕື່ມບາງວຽກງານ ເປັນຕົ້ນ ແມ່ນໃຫ້ເພີ່ມທະວີ ການໂຄສະນາເຜີຍແຜ່ ແລະ ປະຕິບັດ ບັນດາມາດຕະການທີ່ລັດຖະບານ ກໍຄື ຄະນະສະເພາະກິດແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ ເຮັດໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມອັນຕະລາຍ ແລະ ຜົນກະທົບຕາມມາ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.

ຂ່າວ: ທັດຊະນະ