Monthly Archives: April, 2021

ພາກສ່ວນຕ່າງໆ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19

ຕອນແລງວັນທີ 30 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 6 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ...

ດ່ວນ! ເຈົ້າໜ້າທີ່ ໄປຮັບ ນາງ ພາວະດີ ວິພາກອນ (ເອື້ອຍຮັກກໍລະນີຜູ້ຕິດເຊື້ອ59) ກັບລາວ ເພື່ອມາດຳເນີນຄະດີຕາມກົດໝາຍ

ເຈົ້າໜ້າທີ່ສປປລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ເອື້ອຍຮັກຜູ້ຕິດເຊື້ອໂຄວິດ-19 ກໍລະນີ59) ຢູ່ປະເທດໄທ ເພື່ອກັບມາດຳເນີນຄະດີຕາມກົດໝາຍ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ  ເຊິ່ງອາດເປັນໜຶ່ງໃນສາເຫດ ໃນການນໍາເອົາເຊື້ອພະຍາດ ໂຄວິດ-19 ມາແຜ່ລາມຢູ່ ສປປ ລາວ. ອີງຕາມຂ່າວຈາກ ຂປລ ໃຫ້ຮູ້ວ່າ: ...

ສະໜາມກິລາໃນຮົມລ້ານຊ້າງເຊັນເຕີ ໂຮງໝໍສະໜາມກຽມພ້ອມຮອງຮັບຜູ້ຕິດເຊື້ອໂຄວິດ-19

ຄະນະສະເພາະກິດ  ໄດ້ກຽມພ້ອມໂຮງໝໍທີ່ມີແລ້ວ ແລະ ໂຮງໝໍສະໜາມ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ລວມ1.200ຕຽງ ເພື່ອຮອງຮັບກໍລະນີຜູ້ຕິດເຊື້ອໂຄວິດ-19 ມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ. ໂດຍມາຮອດວັນທີ 30 ເມສາ 2021 ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໂຄວິດ-19 ທີ່ກຳລັງນອນປິ່ນປົວຕາມໂຮງໝໍທີ່ກຳນົດໄວ້ 508 ຄົນ(ວັນທີ30 ເມສາ ມີກໍລະນີໃໝ່69ຄົນ). ທ່ານ. ຮສ. ດຣ. ພູທອນ ເມືອງປາກ...

ໂຄວິດລະບາດ ທຸກທີມງານຮອດບໍໄດ້ພັກ

ເຊື່ອເລີຍວ່າທຸກມື້ນີ້ຄອບຄົວທີ່ມີສະມາຊິກຄອບຄົວເປັນແພດໝໍຄືຊິບໍ່ຄ່ອຍເຫັນໜ້າກັນ ຫຼື ມີໂອກາດເຫັນກໍ່ຢູ່ຫ່າງໆຕະຫຼອດໃນຊ່ວງນີ້, ໝໍທີ່ຍັງມີລູກນ້ອຍກໍ່ຕ້ອງຫ່າງລູກໂຕເອງຈາກທີ່ຕ້ອງອຸ້ມ, ຫອມ ກອດໃນທຸກໆວັນຕ້ອງປະໃຫ້ພໍ່ແມ່ພີ່ນ້ອງເບິ່ງແທນ ເພື່ອໄປເຮັດໜ້າທີ່ທີ່ຊາດ ແລະປະຊາຊົນມອບໝາຍໃຫ້. ເຊັ່ນດຽວກັບທີມງານຕອບໂຕ້ແບບໄວ ລວມທັງທີມງານປະສານງານ, ທີມງານສອບສວນ, ທີມງານຕິດຕາມກຸ່ມສໍາຜັດໃກ້ຊິດ, ທີມງານປ້ອນຂໍ້ມູນ ຂອງສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບອົງການອະນາໄມໂລກ ແລະ ພາກສ່ວນອື່ນ ໃນຂະນະທີ່ທຸກຄົນຈຳກັດຕົນເອງຢູ່ເຮືອນພວກເພີ່ນເຮັດວຽກຢ່າງຂະຫຍັນຂັນແຂງ ເພື່ອຕີຕ້ານສັດຕູໂຄວິດ. ທຸກໆມື້ ທີມງານຕ້ອງໄດ້ປະຊຸມລາຍງານຄວາມຄຶບຫນ້າ ແລະ ວາງແຜນວຽກໃນມື້ຕໍ່ໄປ ສໍາລັບການເຝົ້າລະວັງ...

30 ເມສາ 2021 ລາວ ມີຜູ້ຕິດເຊື້ອ +85 ຄົນ ລວມຕົວເລກສະສົມ 757 ຄົນ

ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ແມ່ນນັບມື້ນັບເພີ່ມຂຶ້ນ ມາຮອດໃນວັນທີ 30 ເມສາ 2021 ກວດພົບຜູ້ຕິດເຊື້ອເພີ່ມອີກ 85 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 69 ຄົນ; ຈຳປາສັກ 1 ຄົນ; ແຂວງວຽງຈັນ 2 ຄົນ; ບໍ່ແກ້ວ...

ວິທີປູກຜັກບົ້ງໄດ້ກິນໄວເໝາະກັບໄລຍະ Lock down ແບບນີ້

ຜັກບົ້ງເປັນພືດທີ່ປູກງ່າຍ ຈະເລີນເຕີບໃຫຍ່ໄວ ວ່າແຕ່ມີພື້ນທີ່ປູກ ແລະ ສະພາບດິນມີຄວາມຊຸ່ມຊື່ນພໍສົມຄວນຍິ່ງເຮັດໃຫ້ຜັກບົ້ງມີຄວາມຈະເລີນເຕີບໂຕໄດ້ໄວ. ຄໍລຳກະສິກຳໃນມື້ນີ້ ຈະນຳພາທ່ານຜູ້ອ່ານໄປຮູ້ຈັກກັບຂັ້ນຕອນໃນການປູກຜັກບົ້ງແບບງ່າຍໆ ທີ່ທຸກທ່ານສາມາດນຳເອົາຂັ້ນຕອນ ຫຼື ວິທີການປູກໄປປະຕິບັດໄດ້ຕາມພື້ນທີ່ວ່າງບໍລິເວນສະຖານບ້ານເຮືອນ ຂອງຕົນເພື່ອເປັນສິນຄ້າ ຫຼື ໄວ້ກິນເອງ. 1. ການກະກຽມໜານປູກ. ໄຖ ຫຼື ຂຸດດິນເລິກປະມານ 15-20 ຊັງຕີແມັດ, ຈາກນັ້ນໃຫ້ຫວ່ານປູນຂາວ ທົ່ວໜານປະໄວ້ປະມານ 5-7 ມື້ ແລ້ວພວນດິນໃຫ້ລະອຽດເພື່ອຈະໄດ້ແປງເປັນໜານກວ້າງປະມານ 1-1,5 ແມັດ...

ໜັກ! ອິນເດຍຕິດເຊື້້ອໂຄວິດມື້ດຽວ 3,8 ແສນ ຄົນ

ອິນເດຍພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວຫຼາຍກວ່າ 386.000 ຄົນ ກາຍເປັນສະຖິຕິຄັ້ງໃໝ່ ຂະນະທີ່ ຜູ້ຜະລິດອົກຊີເຈນພາຍໃນປະເທດເລັ່ງດຳເນີນການຜະລິດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນສຸກ ທີ 30 ເມສາ ວ່າ ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງ​ຜ່ານມາ. ຢັ້ງຢືນພົບຜູ້ຕິດເຊື້ອໃໝ່ 386.452 ຄົນ ກາຍເປັນສະຖິຕິໃໝ່ ທີ່ມີຜູ້ຕິດເຊື້ອປະຈຳສູງທີ່ສຸດ ໃນປະເທດ ແລະ...

ຄຣິສຕິນາ ລາສະສິມມາ ອອກເດີນທາງໄປປະກວດ Miss Universe ທີ່ ສະຫະລັດອາເມຣິກາ

‘’ຄຣິສຕິນາ ລາສະສິມມາ’’ ຜູ້ທີ່ໄດ້ຄອບຄອງ ມຸງກຸດທີ4 ຂອງ Miss Universe Laos 2020 ເຊິ່ງເປັນແມ່ຍິງລາວຜູ້ມີຄວາມງາມ, ຄວາມຮູ້ ແລະ ຄວາມສາມາດເໝາະສົມກັບຕໍາແໜ່ງອັນຊົງກຽດ ໃນຄໍ່າຄືນຂອງວັນທີ 29 ເມສານີ້ ຄຣິດຕິນາ ກໍ່ໄດ້ເດີນທາງຈາກ ສປປ ລາວໄປຍັງ ຟຣໍລິດ້າ ສະຫະລັດອາເມຣິກາ ເພື່ອເຮັດໜ້າທີ່ຕົວແທນຂອງສາວລາວຊີງມຸງກຸດ Miss...

ບາບີ້ ປີຍະມາດ Miss international Laos 2018 ມອບເຄື່ອງການແພດໃຫ້ແພດໝໍ ປ້ອງກັນໂຄວິດ-19

ບາບີ້ ປີຍະມາດ ພູນປະເສີດ Miss international Laos 2018 ອີກໜຶ່ງສາວງາມທີ່ມີຈິດໃຈເອື້ອເພື້ອ ມັກຊ່ວຍເຫຼືອສັງຄົມ ໃນຊ່ວງວິກິດແບບນີ້ ບາບີ້ ແລະ ຄອບຄົວໄດ້ສົມທົບທຶນກັນຊື້ອຸປະກອນຊ່ວຍແພດຫມໍ ເພື່ອຊ່ວຍໃນການປ້ອງກັນ ພ້ອມທັງຮ່ວມກັນຖະຫວາຍເຂົ້າສານອາຫານແຫ້ງ ໃຫ້ວັດຕ່າງໆທີ່ເພິ່ນປະສົບບັນຫາໃນຍາມວິກິດນີ້ ສິ່ງໃດຊ່ວຍໄດ້ກໍຢາກຈະຊ່ວຍ ແລະ ບີ້ ກໍໄດ້ເຂົ້າຮ່ວມກຸ່ມຫນຶ່ງທີ່ສ້າງຂຶ້ນມາເພື່ອເປັນກະບອກສຽງໃຫ້ກັບສັງຄົມໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ນອກນີ້ ບີ້ ຍັງໄດ້ເຫັນນ້ຳໃຈຄົນລາວທີ່ພ້ອມຊ່ວຍເຫຼືອກັນ...

6 ນິໄສ ທີ່ຄົນປະສົບຄວາມສໍາເລັດ ປະຕິເສດຈະບໍ່ມີເດັດຂາດ

ຄົນທີ່ປະສົບຄວາມສໍາເລັດ ສ່ວນຫຼາຍ ໃຫ້ຄໍານິຍາມ ຄວາມສໍາເລັດ ຄືຄວາມມສຸກ, ຄວາມສະຫງົບ, ການໄດ້ຊ່ວຍເຫຼືອຄົນອື່ນ; ສ່ວນເລື່ອງເງິນຄໍາ ແລະ ຄວາມມັ່ງຄັ່ງຮັ່ງມີນັ້ນ ມີຜົນພຽງຊື້ຄວາມສະບາຍ ແລະເປີດໂອກາດໃຫ້ພວກເຂົາຫຼາຍຂຶ້ນເທົ່ານັ້ນ. ແນວໃດກໍຕາມ ມື້ນີ້ຜູ້ຂຽນຈະພາມາຮູ້ຈັກ 6ນິໄສ ທີ່ຄົນປະສົບຄວາມສໍາເລັດ ປະຕິເສດທີ່ຈະບໍ່ມີ ບໍ່ເຮັດນິໄສເຫຼົ່ານີ້ເດັດຂາດ. 1 ບໍ່ໃຫ້ຄໍານິຍາມຄວາມສໍາເລັດຈາກ ເງິນ ຄົນທີ່ປະສົບຄວາມສໍາເລັດ ສ່ວນຫຼາຍ ໃຫ້ຄໍານິຍາມ ຄວາມສໍາເລັດ ຄືຄວາມສຸກ, ຄວາມສະຫງົບ,...
- Advertisment -
Slide
Slide

Most Read

error: Content is protected !!