Monthly Archives: February, 2021

ກອງພັນທະຫານຮາບທີ 7 ສະຫວັນນະເຂດເປີດຫັດແອບການເມືອງ, ການທະຫານປະຈຳປີ

ບໍ່ວ່າຍາມສົງຄາມ ຫຼື ສັນຕິພາບ ວຽກງານວິຊາສະເພາະຕ້ອງເດີນໜ້າບໍ່ຢຸດ ເພື່ອກຽມພ້ອມສະເໝີເມື່ອປະເທດຊາດຕ້ອງການ ສຳລັບກອງພັນທະຫານຮາບທີ 7 ທີ່ຂຶ້ນກັບກອງພົນທີ4 ໄດ້ ຈັດຕັ້ງພິທີເປີດຊຸດອົບຮົມ - ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກປະຈຳປີ 2021 ແລະ ເປີດຊຸດອົບຮົມທະຫານໃໝ່ ປະຈຳປີ 2021 ເມື່ອວັນທີ 19 ກຸມພາຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ...

ດີໃຈນຳ ແຮງງານຕັດຫຍິບກວ່າ 17.000ຄົນທີ່ຖືກກະທົບຈາກໂຄວິດຈະໄດ້ຮັບເງິນອຸດໝູນ

ຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດໃນຂົງເຂດໂຮງງານ ຕັດຫຍິບປະມານ 17,000 ກວ່າຄົນໃນ ສປປລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ຈະໄດ້ຮັບອຸດໜູນລາຍຮັບໄລຍະສັ້ນຜູ້ລະ 900,000 ກີບ ຖືເປັນການຊົດເຊີຍລາຍຮັບທີ່ເສຍໄປຍ້ອນຕ້ອງຢຸດວຽກໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19. ໂດຍວັນທີ 23 ກຸມພາ 2021, ອົງການປະກັນສັງຄົມແຫ່ງຊາດໄດ້ປະກາດໃຫ້ເງິນອຸດໜູນໄລຍະສັ້ນໃນຈຳນວນເງິນມູນຄ່າ 1,8 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອແຮງງານໃນຂົງເຂດຕັດຫຍິບທີ່ສູນເສຍລາຍຮັບ ແລະ ເພື່ອເປັນການສະໜັບໃຫ້ໂຮງງານໃນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການຊ່ວຍເຫລືອຜູ້ອອກແຮງງານ ແລະ ສາມາດສືບຕໍ່ດຳເນີນທຸລະກິດ, ໂດຍໄດ້ ຮັບທຶນຊ່ວຍເຫລືອຈາກກະຊວງ ການຮ່ວມມືດ້ານເສດຖະກິດ...

ບັນດາປະເທດຮ່ວມສົນທະນາກ່ຽວກັບເຕັກໂນໂລຊີດິຈິຕອນ ແລະ ການພັດທະນາແບບຍືນຍົງໃນເວທີ ” ການເຊື່ອມຕໍ່ເພື່ອແບ່ງປັນຄວາມຈະເລີນຮຸ່ງເຮືອງ “

ໃນວັນທີ 22 ກຸມພາ 2021 ທີ່ນະຄອນຊຽງໄຮ້ ປະເທດຈີນ ລັດຖະມົນຕີທີ່ກ່ຽວຂ້ອງຈາກຫຼາຍປະເທດໄດ້ເຕົ້າໂຮມກັນທີ່ເວທີການເຊື່ອມຕໍ່ ເພື່ອແບ່ງປັນ ຄວາມຈະເລີນຮຸ່ງເຮືອງ, ເປັນເຈົ້າພາບໂດຍຫົວເຫວີຍ, GSMA, ສູນການສຶກສາເສດຖະກິດສິ່ງແວດລ້ອມມະຫາວິທະຍາໄລຟູຕານ ແລະ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNESCO ເຊິ່ງເປັນສ່ວນໜຶ່ງຂອງ MWC Shanghai 2021. ທ່ານ María Reyes Maroto ລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ...

ຄັງເງິນແຫ່ງຊາດ ມອບໃຫ້ ທນບ ບໍລິການລາຍຮັບ-ລາຍຈ່າຍ ຢູ່34ເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດ

ໃນວັນທີ 23 ກຸມພາ 2021 ຜ່ານມາ ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດ ໄດ້ມີພິທີເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານນະໂຍບາຍ (ທນບ) ວ່າດ້ວຍການໃຫ້ບໍລິການຮັບຝາກເງິນ-ຖອນເງິນ ແລະ ໂອນເງິນຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ. ຕາງໜ້າລົງນາມໂດຍທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນກັບທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການທະ ນາຄານນະໂຍບາຍ; ມີຄະນະຄັງເງິນແຫ່ງຊາດ,...

ຈຳປາສັກແຕ່ງຕັ້ງທ່ານ ຄຳມ່ວນ ພິລາພອນເດດ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ

ຕອນເຊົ້າມື້ນີ້(23ກຸມພາ 2021) ທີ່ຫ້ອງວ່າການນະຄອນປາກເຊໄດ້ມີພິທີປະກາດການຈັດຕັ້ງ ແລະ​ ມອບຮັບໜ້າທີ່ລະຫວ່າງ ຫົວໜ້າອົງການໄອຍະການປະຊາຊົນແຂວງ​ຈໍາປາສັກ ຜູ້ເກົ່າ ແລະ​ ຜູ້ໃໝ່ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ​ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,​ ທ່ານ​ ມະໄລທອງ​ ກົມມະສິດ ກຳມະການ​ສຳຮອງ​ສູນກາງ​ພັກ, ຮອງ​ເລຂາພັກແຂວງ,​ ຜູ້ຊີ້ນຳວຽກງານການເມືອງແນວຄິດ ແລະ​ ວຽກງານພັກ-ພະນັກງານພ້ອມນີ້ຍັງມີ ທ່ານ​ ເມກສະຫວັນ​ ພົມພິທັກ​...

ງານນີ້ສາຍກິນຢ່າພາດ! ມີ 100ກວ່າຮ້ານອາຫານລໍຖ້າໃຫ້ໄປຊິມໃນງານເທສະການອາຫານລາວທີ່ແຄມຂອງ

ໝູນວຽນມາຮອດອີກຄັ້ງສໍາລັບເທສະການອາຫານລາວປະຈໍາປີ ເຊິ່ງເປັນງານທີ່ເໝາະແກ່ນັກຊິມ ຫຼື ສາຍກິນທັງຫຼາຍ ຄວນລອງເຂົ້າໄປສໍາຜັດ ເພາະພາຍໃນງານຈະມີຮ້ານອາຫານຕ່າງໆຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນອາຫານລາວ ເຂົ້າມາຮ່ວມວາງສະແດງ ແລະ ລໍຖ້າໃຫ້ທຸກທ່ານເຂົ້າໄປລອງຊິມເຖິງ 120ຮ້ານ. ພິທີເປີດງານຢ່າງເປັນທາງການມີຂຶ້ນໃນຕອນເຊົ້າວັນທີ 23 ກຸມພາ 2021 ທີ່ ສວນເຈົ້າອານຸວົງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ...

ວຽງຈັນ ເອັຟຊີ ເສີມຄວາມແຂງແກ່ນຄວ້ານັກເຕະໃໝ່ຮ່ວມທີມຫຼາຍຄົນ ກຽມພ້ອມລຸຍລາວລີກ 1

ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ປີນີ້ທຸ່ມໜັກຄວ້ານັກເຕະຫຼາຍຄົນທີ່ໜ້າຕິດຕາມເຂົ້າຮ່ວມທີມ ເພື່ອກຽມພ້ອມລຸຍການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ທີ່ຈະເປີດສາກຂຶ້ນໃນຕົ້ນເດືອນມີນາ 2021 ໂດຍມີ 6 ທີມເຂົ້າຮ່ວມຊີງໄຊແຂ່ງຂັນ 3 ຮອບ. ທ່ານ ພຸດປະສົງ ແສງດາລາວົງ ຫົວໜ້າຄູຝຶກສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ເປີດເຜີຍວ່າ:...

ເຈົ້າຖິ່ນ ຄອງແຊັມເຕະບານ 4 ສາມັກຄີ ຊີງຂັນເຈົ້າເມືອງໄຊທານີ ຕ້ອນຮັບ – ຊົມເຊີຍບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9

ທີມອົງຄະນະພັກເມືອງໄຊທານີ ເອົາຊະນະ ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ໄປແບບສຸດມ່ວນ 3 - 1 ປະຕູ ໃນນັດຊີງຊະນະເລີດການແຂ່ງຂັນເຕະບານ 4 ສາມັກຄີ ຊີງຂັນເຈົ້າເມືອງໄຊທານີ ເມື່ອທ້າຍອາທິດຜ່ານມາ. ການແຂ່ງຂັນເຕະບານ 4 ສາມັກຄີຮັກແພງ ລະຫວ່າງ ທີມອົງຄະນະພັກເມືອງໄຊທານີ, ທີມຝ່າຍການຂາຍ ແລະ...

ບໍລິສັດ Manignom Auto Group Company Limited ໄດ້ລົງນາມຂໍ້ຕົກລົງກັບ Geely Auto Group ໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ

ການເຊັນສັນຍາໄດ້ຈັດຂຶ້ນໃນ ວັນພະຫັດ ທີ່ຜ່ານມາ ລະຫວ່າງ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທ່ານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພະຍານ. ຂໍ້ຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ...

ປະກາດແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນ ຜູ້ໃໝ່

ແຂວງ​ສາ​ລະ​ວັນ​ໄດ້​ຈັດພິທີປະກາດແຕ່ງຕັ້ງ ທ່ານ ວິໄລ ສີລາດວງໃຈ ກຳມະການພັກແຂວງ ປະທານສານປະຊາຊົນແຂວງສາລະວັນຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າອົງການໄອຍະການປະຊາຊົນ ແຂວງສາລະວັນຜູ້ໃໝ່. ວັນທີ 22 ກຸມພາ 2021 ໄດ້ມີພິທີປະກາດແຕ່ງຕັ້ງທ່ານ ວິໄລ ສີລາດວງໃຈ ກໍາມະການພັກແຂວງ ປະທານສານປະຊາຊົນແຂວງສາລະວັນຜູ້ເກົ່າ, ມາຮັບໜ້າທີ່ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນຜູ້ໃໝ່. ພິທີປະກາດແຕ່ງຕັ້ງຄັ້ງນີ້ ແມ່ນປະຕິບັດຂໍ້ຕົກລົງຂອງອົງການໄອຍະການປະຊາຊົນສູງສຸດ ເລກທີ 093 ລົງວັນທີ 16 ເດຶອນ ກຸມພາ...
- Advertisment -
Slide
Slide

Most Read

error: Content is protected !!