ວຽງຈັນ ເອັຟຊີ ເສີມຄວາມແຂງແກ່ນຄວ້ານັກເຕະໃໝ່ຮ່ວມທີມຫຼາຍຄົນ ກຽມພ້ອມລຸຍລາວລີກ 1

350

ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ປີນີ້ທຸ່ມໜັກຄວ້ານັກເຕະຫຼາຍຄົນທີ່ໜ້າຕິດຕາມເຂົ້າຮ່ວມທີມ ເພື່ອກຽມພ້ອມລຸຍການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ທີ່ຈະເປີດສາກຂຶ້ນໃນຕົ້ນເດືອນມີນາ 2021 ໂດຍມີ 6 ທີມເຂົ້າຮ່ວມຊີງໄຊແຂ່ງຂັນ 3 ຮອບ.

ທ່ານ ພຸດປະສົງ ແສງດາລາວົງ ຫົວໜ້າຄູຝຶກສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ເປີດເຜີຍວ່າ: ວຽງຈັນ ເອັຟຊີ ແມ່ນກະກຽມຄັດເລືອກນັກກີລາມາຕັ້ງແຕ່ຕົ້ນເດືອນມັງກອນ ເຊິ່ງໃນເບື້ອງຕົ້ນໄດ້ມີນັກກີລາເຂົ້າຮ່ວມຄັດເລືອກ 50 ກວ່າຄົນ, ຫຼັງຈາກນັ້ນຕັດຕົວນັກກີລາເປັນແຕ່ໄລຍະ ແລະ ເລີ່ມເຂົ້າຝຶກຊ້ອມໃນຕົ້ນເດືອນກຸມພາ 2021.

อาจเป็นรูปภาพของ 1 คน, กำลังยืน, กำลังเล่นฟุตบอล และพื้นหญ้า

ສຳລັບນັກກີລາ ວຽງຈັນ ເອັຟຊີ ໃນປີນີ້ ໄດ້ເສີມນັກກີລາໜ້າໃໝ່ມາຈາກຫຼາຍສະໂມສອນ ຄື:

  1. ຈັນທະຈອນ ທິໂນລາດ ຈາກສະໂມສອນ ຊ້າງນ້ອຍ ເອັຟຊີ ທີມຈາກລາວລີກ 1

  2. ໄຊຍະສິດ ສິງສະຫວ່າງ ຈາກສະໂມສອນ ລາວໂຕໂຢຕ້າ ເອັຟຊີ ທີມຈາກລາວລີກ 1

  3. ສອນໄຊ ພັນທະໄຊ ຈາກສະໂມສອນ ວຽງຈັນ ເອັຟທີ ທີມຈາກລາວລີກ 1

  4. ກິຕ້າ ສີສະຫວາດ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ ທີມຈາກລາວລີກ 2

  5. ແສງວິໄລ ຈັນທະສິລິ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ ທີມຈາກລາວລີກ 2

  6. ເພັດອຸບົນ ມະນີວົງ ຈາກສະໂມສອນ ກະຣຸດາ ເອັຟຊີ ທີມຈາກ ລາວລີກ 2

  7. ແສງດາວວີ ຫານທະວົງ ຈາກສະໂມສອນ ກະຣຸດາ ເອັຟຊີ ທີມຈາກລາວລີກ 2

  8. ພູວຽງ ພູມສະຫວັດ ຈາກສະໂມສອນ ກະຣຸດາ ເອັຟຊີ ທີມຈາກລາວລີກ 2

  9. ຊິດຕີ້ ຊານິກອນ ຈາກສະໂມສອນ ວິທະຍາໄລ ລາວ – ທ໋ອບ ເອັຟຊີ ທີມຈາກລາວລີກ 2

ສໍາລັບການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປີ 2021 ມີທັງໝົດ 6 ສະໂມສອນ ເຂົ້າຮ່ວມປະກອບມີ: ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ປກສ ເອັຟຊີ, ຊ້າງນ້ອຍ ເອັຟຊີ, ເອັສຣາ ເອັຟຊີ, ວຽງຈັນ ເອັຟຊີ ແລະ ກອງທັບ ເອັຟຊີ ( ເລື່ອນຂຶ້ນມາຈາກແຊັມລີກ 2 ).

อาจเป็นรูปภาพของ 5 คน, ผู้คนกำลังยืน, ผู้คนกำลังเล่นฟุตบอล และกลางแจ้ง

ສ່ວນການແຂ່ງຂັນກໍານົດເປີດສາກໃນວັນທີ 6 ມີນາ 2021 ຮູບແບບການແຂ່ງຂັນ ແມ່ນຈະແຂ່ງແບບ 3 ຮອບ ຄື: ຮອບຂາໄປ, ຮອບຂາກັບ ແລະ ຮອບ 3, ສ່ວນເງິນລາງວັນອັນດັບ 1 ໄດ້ຮັບເງິນລາງວັນ 300 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ, ອັນດັບ 2 ໄດ້ຮັບເງິນລາງວັນ 150 ລ້ານກີບ, ອັນດັບ 3 ໄດ້ຮັບເງິນລາງວັນ 80 ລ້ານກີບ, ອັນດັບ 4 ໄດ້ຮັບເງິນລາງວັນ 40 ລ້ານກີບ ແລະ ອັນດັບ 5 ໄດ້ຮັບເງິນລາງວັນ 30 ລ້ານກີບ.

ນອກນັ້ນ, ຍັງມີລາງວັນອື່ນໆໄດ້ແກ່ ລາງວັນນັກກີລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຜູ້ຮັກສາປະຕູດີເດັ່ນໄດ້ຮັບຂັນລາງວັນ 1 ໜ່ວຍ, ຄູຝຶກດີເດັ່ນໄດ້ຮັບຂັນລາງວັນ 1 ໜ່ວຍ ແລະ ນັກກີລາດີເດັ່ນປະຈໍາການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ ຂະນະທີ່ທີມເຂົ້າຮ່ວມຈະໄດ້ຮັບເງິນອຸດໜູນເປັນ ຈໍານວນ 50 ລ້ານກີບ.

[ ຮູບຈາກ: ວຽງຈັນ ເອັຟຊີ ]