ບໍລິສັດ Manignom Auto Group Company Limited ໄດ້ລົງນາມຂໍ້ຕົກລົງກັບ Geely Auto Group ໃນການເປັນຕົວແທນຈຳໜ່າຍລົດ GEELY ໃນ ສປປ ລາວ

344

ການເຊັນສັນຍາໄດ້ຈັດຂຶ້ນໃນ ວັນພະຫັດ ທີ່ຜ່ານມາ ລະຫວ່າງ ປະທານບໍລິສັດ ມະນີຍົມ ໂອໂຕ ກຣຸບ ທ່ານ ສຸກສະໜອນ ສີຫາເທບ ແລະ Mr. Jun Song ຜູ້ຈັດການທົ່ວໄປຂອງ Geely Automative International Corporation ໂດຍມີຄະນະກໍາມະການຈາກທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພະຍານ.

ຂໍ້ຕົກລົງນີ້ຈະຊ່ວຍໃຫ້ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ສາມາດສຸກຍູ້ຄວາມເຂັ້ມແຂງໃຫ້ກັບທຸລະກິດລົດ ດ້ວຍຄວາມຮ່ວມມືກັບແບຣນລົດອັນດັບ 1 ຂອງ ສປ ຈີນ ເຊິ່ງຈະຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນໃນຕະຫລາດລົດ ຂອງ Manignom Group ໃນປີ 2021 ລວມທັງສະເໜີທາງເລືອກໃຫມ່ໃຫ້ກັບຜູ້ທີ່ສົນໃຈໃນນະວັດຕະກຳລົດໃຫມ່ ແລະ ປະສົບການດ້ານການເຄື່ອນໄຫວທີ່ເໜືອຄວາມຄາດໝາຍ.

อาจเป็นรูปภาพของ 6 คน

ການເຊັນສັນຍາໃນຄັ້ງນີ້ຈະເຮັດໃຫ້ Manignom Group ສາມາດຂະຫຍາຍທຸລະກິດຈຳໜ່າຍ ລົດສ່ວນບຸກຄົນໃນ ສປປ ລາວ ນອກຈາກການເປັນຕົວແທນຈຳໜ່າຍ ແຕ່ພຽງຜູ້ດຽວໃນ ສປປ ລາວ ສຳລັບ ກຸ່ມບໍລິສັດ General Motor Group ເຊັ່ນ: Chevrolet ແລະ Cadillac ນັບແຕ່ປີ 2012  ບໍ່ທັນລວມເອົາ ອຸປະກອນກົນຈັກໜັກ ແລະ ລົດບັນທຸກ ທັງຍີ່ຫໍ້ລົດ ຂອງ ສ.ເກົາຫຼີ ເຊັ່ນ: Hyundai, Daewoo, Soosan, Dongyang ແລະ ລົດຈາກ ສປ ຈີນ ເຊັ່ນ: Shantui, Tongly ເປັນຕົ້ນ ເຊິ່ງຈະເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດລົດ ຂອງ ກຸ່ມ ບໍລິສັດ Manignom Group ໃນປີ 2021 ລວມທັງເປັນທາງເລືອກໃໝ່ ໃຫ້ກັບປະຊາຊົນທີ່ສົນໃຈນະວັດຕະກຳຂອງລົດໃຫມ່ ຍີ່ຫໍ້ GEELY ທີ່ຈະນຳມາສູ່ຕະຫຼາດລາວ ໃນລາຄາທີ່ສາມາດເຂົ້າເຖິງໄດ້. ພ້ອມດ້ວຍການບໍລິການຫຼັງການຂາຍທີ່ສົມບູນແບບ ລວມທັງແຜນການຂະຫຍາຍສາຂາໄປຕ່າງແຂວງ ແລະ ທົ່ວປະເທດໃນໄລຍະອັນໃກ້ນີ້.

ไม่มีคำอธิบาย

Geely Auto ແມ່ນບໍລິສັດ ໃນເຄືອຫຼັກ ຂອງກຸ່ມບໍລິສັດ Geely Holding Group (Geely Holding) ເຊິ່ງເປັນກຸ່ມຍານຍົນ ລະດັບໂລກ ທີ່ດຳເນີນງານ ກວມເອົາຄຸນນະພາບ ແລະ ມູນຄ່າຂອງຍານຍົນ ແບບຄົບວົງຈອນຕັ້ງແຕ່ການວິໄຈ, ການາພັດທະນາ ແລະ ການອອກແບບຈົນເຖິງການຜະລິດ, ການຂາຍ ແລະ ການໃຫ້ບໍລິການ Geely Holding ກໍ່ຕັ້ງຂຶ້ນໃນປີ 1986 ແລະ ເຂົ້າສູ່ອຸດສາຫະກຳລົດໃນປີ 1997. ຫຼັງຈາກນັ້ນ, ບໍລິສັດ Geely Holding ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍການຖືສັດສ່ວນຮຸ້ນໃນແບຣນຕ່າງປະເທດ ແລະ ພັນທະມິດ ທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງເຊັ່ນວ່າ: ການເປັນເຈົ້າຂອງ 99% ຮຸ້ນຂອງ Volvo, ຄອບຄຸມ 51% ໃນ Lotus ແລະ ຖືກຮຸ້ນ 9.7% ຂອງຮຸ້ນຂອງ Daimler AG ແລະ Mercedes-Benz ໃນປີ 2020 ລວມທັງ Geely Holding ປະກາດ ຈັດຕັ້ງ ບໍລິສັດຮ່ວມທືນລະດັບໂລກ “Smart Automobile Co. , Ltd. ” ຢ່າງເປັນທາງການ  ສຳລັບຍີ່ຫໍ້ ອັດສະລິຍະ Geely Holding, ບໍລິຫານແບຣນຊັ້ນນຳຫຼາຍແບຣນເຊັ່ນ: Geely Auto, Volvo, Lynk & Co, Lotus, Polestar, Proton Cars, Lotus, Geometry ແລະ London Taxi ດຳເນີນງານໂຮງງານຜະລິດ ແລະ ປະກອບ 40 ກວ່າແຫ່ງ, ສູນ R&D ຈຳນວນ 8 ແຫ່ງ ແລະ ສູນອອກແບບ 8 ແຫ່ງໃນອາເມລິກາ ເໜືອ, ເອີຣົບ, ສປ ຈີນ ແລະ ອາຊີຕາເວັນອອກສຽງໃຕ້ ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດ Geely Holding ແບຣນຕ່າງໆ ພາຍໃຕ້ການບໍລິຫານຂອງບໍລິສັດ ມີຍອດຂາຍ ຫລາຍກວ່າ 2,1 ລ້ານຄົນໃນໂລກໃນປີ 2020, ໃນປີ 2020 ບໍລິສັດ Holding ທີ່ຈົດທະບຽນຢູ່ໃນຮ່ອງກົງຂອງ Geely Auto ລວມເຖິງ Lynk & Co ແລະ Geometry ລາຍງານຍອດຂາຍປີ 2020 ຢູ່ທີ່ 1,32 ລ້ານຄັນ. Geely Auto ແບຣນເພີ່ມສ່ວນແບ່ງຕະຫຼາດ ແລະ ຮັກສາຕຳແໜ່ງ ຂອງຍີ່ຫໍ້ ສັນຊາດຈີນຂາຍດີທີ່ສຸດເປັນປີທີ່ 4ຕິດຕໍ່ກັນ,ແບຣນດັ່ງກ່າວຜ່ານຄວາມສຳເລັດຄັ້ງປະຫວັດສາດດ້ວຍຍອດຈຳໜ່າຍ 10 ລ້ານຄັນເປັນຄັ້ງທຳອິດ ສຳລັບຍີ່ຫໍ້ລົດ ສັນຊາດ ຈີນ ບໍລິສັດ Geely Holding ໄດ້ຮັບການຈັດອັດດັບໃຫ້ຢູ່ໃນ Fortune Global 500 ປະຈໍາປີ 2020 ຕິດຕໍ່ກັນເປັນເວລາ 9 ປີ, ໂດຍຢູ່ໃນອັນດັບທີ 243 ມີລາຍໄດ້ 47,8 ພັນລ້ານໂດລາສະຫະລັດໃນປີ 2020 ນັບແຕ່ເຂົ້າສູ່ Fortune Global 500 ເປັນຄັ້ງທໍາອິດ ໃນປີ 2012, Geely Holding ໄດ້ເພີ່ມຂຶ້ນເຖິງ 200 ກວ່າແຫ່ງ ສາມາດສະແດງສະກະຍະພາບຂອງແບຣນລະດັບສາກົນຈາກ ສປ ຈີນ ໄປທົ່ວໂລກ.

ไม่มีคำอธิบาย

ທ່ານ ສຸກສະໝອນ ສີຫາເທບ ກ່າວວ່າ: ມະນີຍົມ ໂອໂຕ ກຣຸບ ໄດ້ພະຍາຍາມເນັ້ນເຖິງ ສັກກະຍະພາບ ແລະ ຄວາມສາມາດດ້ານການແຂ່ງຂັນໃນຕະຫຼາດລົດໃຫມ່ ທີ່ຈະເພີ່ມເຂົ້າມາເພື່ອແຂ່ງຂັນໃນຕະຫຼາດລາວ GEELY ໄດ້ຕອບສະໜອງຄວາມຕ້ອງການທັງໝົດໃນດ້ານເຕັກໂນໂລຊີໃຫມ່ ໄດ້ຮັບການພິສູດແລ້ວຈາກການພັດທະນາຮ່ວມກັນຂອງ Volvo ຕະຫຼອດຈົນເຖິງຍອດຂາຍທົ່ວໂລກທີ່ບໍ່ມີແບຣນສັນຊາດຈີນໃດເຄີຍເຮັດໄດ້ມາກ່ອນ.

ຍອດຂາຍ ທີ່ຫຼາຍຂຶ້ນຂອງ Geely ໃນຫລາຍປີທີ່ຜ່ານມາ ເປັນການຮັບປະກັນເຖິງນະວັດຕະກຳທີ່ໄດ້ຮັບການພິສູດແລ້ວວ່າ ມີຄວາມສາມາດ ໃນການແຂ່ງຂັນ ໄດ້ຮັບການສະໜັບສະໜູນ ຈາກບໍລິສັດແມ່ ຈາກປະເທດຈີນຕະຫຼອດຈົນເຖິງພັນທະມິດຕົວແທນຈຳໜ່າຍຂອງ GEELY ໃນອາຊີ ແລະ ທົ່ວໂລກ ຜະລິດຕະພັນ ທີ່ກວມເອົາທຸກພາກສ່ວນຂອງຕະຫຼາດລົດ ລວມທັງເຕັກໂນໂລຢີໃໝ່ໆ ເຊັ່ນ: ລົດ EV Car (ລົດໄຟຟ້າ) ທີ່ຈະນຳມາໃນອະນາຄົດ ສູ່ຕະຫຼາດລາວ ຕາມຄວາມຕ້ອງການຂອງຕະຫລາດ, ທ່ານ ສຸກສະໝອນ ສີຫາເທບ ປະທານບໍລິສັດ Manignom Group ໄດ້ກ່າວກັບສື່ມ່ວນຊົນ ໃນງານພິທີເຊັນສັນຍາ.

ไม่มีคำอธิบาย

ພວກເຮົາດີໃຈຫຼາຍທີ່ທຸກທ່ານມາຮ່ວມໃນພິທີເຊັນສັນຍາໃນມື້ນີ້; ມື້ນີ້ແມ່ນວັນທີ 7 ຂອງປີໃຫມ່ຈີນ ແລະ ເປັນມື້ເຮັດວຽກມື້ທຳອິດຫຼັງຈາກພັກກຸດຈີນ ແລະ ຍັງເປັນມື້ມົງຄຸນຕາມປະເພນີຈີນອີກດ້ວຍ ກ່ອນອື່ນ ຂ້າພະເຈົ້າ ຂໍຂອບໃຈ ທີມງານບໍລິຫານຂອງບໍລິສັດ ມະນີຍົມ ໂອໂຕ ກຣຸບ ສຳລັບຄວາມຮ່ວມມື້ ໃນໄລຍະຍາວກັບ GEELY ດ້ວຍການເຮັດວຽກຢ່າງໜັກ ແລະ ຄວາມພະຍາຍາມຂອງ ມະນີຍົມ ໃນຊ່ວງຫຼາຍເດີືອນທີ່ຜ່ານມາ ຫຼັງຈາກໂອ້ລົມກັນຫຼາຍຮອບ ໂດຍທັງສອງຝ່າຍຕອນນີ້ ເຮົາມີການນັດໝາຍກັນມາເຖິງພິທີເຊັນສັນຍາ ຕົວແທນຈຳໜ່າຍຢ່າງເປັນທາງການ ຂອງລົດ GEELY ເພາະເຮົາເຊື້ອໝັ້ນກັບບໍລິສັດ ແລະ ທີມງານມືອາຊີບຂອງ ບໍລິສັດມະນີຍົມ ຈະນຳພາ GEELY ປະສົບຜົນສຳເລັດ Mr. Jun Song ກ່າວ.

ไม่มีคำอธิบาย

ພາຍໃຕ້ສະຖານະການລະບາດທົ່ວໂລກ ຄວາມທ້າທາຍ ແລະ ໂອກາດຢູ່ຮ່ວມກັນໃນອຸດສະຫະກຳລົດຍົນ ດ້ວຍກົນລະຍຸດໃນຕ່າງປະເທດຂອງ GEELY ທີ່ຊຸກຍູ້ໄປທາງໜ້າ ແລະ ຜະລິດຕະພັນ ຍຸກ 4.0 ທີ່ເປີດຕົວສູ່ໂລກ ເທື່ອລະໜ້ອຍ ພະລັງແບຼນ ແລະ ຜະລິດຕະພັນຂອງ GEELY ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປີ 2020 ຍອດຂາຍລວມຂອງ GEELY ແລະ ແບຼນຕ່າງໆ ເພີ່ມຂຶ້ນສູງເຖິງ 2,1 ລ້ານຄັນ ໂດຍມີຍອດຂາຍໃນຕ່າງປະເທດ 73,000 ຄັນ ເພີ່ມຂຶ້ນ 25% ໃນຂະບວນການເຕີບໃຫຍ່ຢ່າງວ່ອງໄວ ເຮົາກຳລັງຄົ້ນຫາພັນທະມິດ ທີ່ກຳລັງຢູ່ໃນການຈັດການຄຸນນະພາບ ແລະ ການເຕີບໃຫຍ່ຂອງມູນຄ່າ ໃນທິດທາງດຽວກັນ ດ້ວຍເບື້ອງຫຼັງຄວາມຮ່ວມມື ລະຫວ່າງ ບໍລິສັດ ມະນີຍົມ ກຣຸບ ແລະ GEELY ຈຶ່ງມີຄວາມສຳຄັນ ຫຼາຍຂຶ້ນ ໃນຖານະພັນທະມິດ ທີ່ເຮົາໄວ້ວາງໃຈ ໃນຄວາມແຂງແກ່ນ ແລະ ປະສົບການຂາຍລົດ ທີ່ມີມາຫຼາຍປີ ທີ່ເປັນຂອງມະນີຍົມ ໂອໂຕ ກຣຸບ ເຮົາຈະກ້າວໄປຂ້າງໜ້າ ແລະ ພັດທະນາຢ່າງເລິກເຊິ່ງ ໃນຕະຫຼາດ ສປປ ລາວ ຮ່ວມກັນເພື່ອມອບຜະລິດຕະພັນ ນະວັດຕະກຳ ທາງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ກັບຜູ້ບໍລິໂພກ ຄົນລາວ ແລະ ການບໍລິການທີ່ໄດ້ມາດຕະຖານ.

ບໍລິສັດ Manignom Auto Group ຈະສ້າງ Showroom GEELY ພ້ອມກັບສູນບໍລິການຫຼັງການຂາຍລະດັບ A ເພື່ອໃຫ້ຖືກກັບມາດຕະຖານຂອງ GEELY ຢູ່ທີ່ 4 ແຍກໄຟແດງ ສີດຳດວນ ຖະໜົນ  Asean Road ມີກຳນົດໃຫ້ສຳເລັດພາຍໃນ 7 ເດືອນ ນັບແຕ່ມື້ລົງນາມໃນສັນຍາຕົວແທນໃນມື້ນີ້ ເຊິ່ງໃນລະຫວ່າງຄວບຄຸມການກໍ່ສ້າງ Showroom ທາງບໍລິສັດມະນີຍົມ ອາດຈະນຳເຂົ້າລົດ GEELY ເພື່ອນຳສະເໜີພີ່ນ້ອງຊາວລາວກ່ອນ ເພື່ອບໍ່ໃຫ້ເສຍເວລາລໍຖ້າທີ່ຈະເຂົ້າສູ່ຕະຫຼາດການແຂ່ງຂັນທີ່ໜ້າຕື່ນເຕັ້ນ ໃນປີ 2021 ນີ້.

Manignom Auto Group Company Limited has signed an agreement with Geely Auto Group for distributorship of Geely cars in Laos.

The online signing ceremony was held on Thursday between the President of Manignom Auto Group, Mr Souksamone Sihathep, and the General Manager of Geely Automative International Corporation, Mr Jun Song.

The event was witnessed by the board of directors from both companies.

This agreement will allow the Manignom Auto Group to strengthen its business in passenger car section with the cooperation with the No.1 Chinese Brand. This will increase the competitiveness of the passenger car market of Manignom Group in 2021, as well as offer a new alternative to people who are interested in vehicle innovations and mobility experience that exceeds expectations.

The signing of this agreement will make Manignom Group to expand its business of parsenger car distributorship in Lao PDR apart from being a dealer but Exclusive in Lao PDR for General Motor Group such as Chevrolet and Cadillac since 2012) Excluding heavy equipment & truck types including South Korean brands such as Hyundai, Daewoo, Soosan, Dongyang. And from China such as Shantui, Tongly, etc., which will increase the competitiveness of the passenger car market of the Manignom Group in 2021, as well as a new alternative for the people. Interested in new innovation vehicles of the GEELY brand that will be brought to the Lao market at an affordable price with comprehensive after-sales service. Including a plan to expand branches to other provinces throughout the country in the near term

Geely Auto is a core subsidiary of Geely Holding Group (Geely Holding), a global automotive group with operations spanning the automotive value chain, from research, development and design to production, sales and servicing. Established in 1986 and entering the automotive industry in 1997, Geely Holding has since expanded significantly with controlling stakes in many established international brands and partnerships, such as 99% ownership of Volvo, a 51% controlling-stake in Lotus and a 9.7% stake in Daimler AG. In 2020, Mercedes-Benz and Geely Holding announced formal establishment of the global joint venture “smart Automobile Co., Ltd.” for the smart brand.

Geely Holding manages several leading brands including Geely Auto, Volvo, Lynk & Co, Lotus, Polestar, Proton Cars, Lotus, Geometry and London Taxi, operates over 40 manufacturing and assembly plants, 8 R&D centres, and 8 design centres across North America, Europe, China, and South East Asia. Through the support of Geely Holding, brands under the Group’s management sold over 2.1 million vehicles globally in 2020. In 2020, Geely Auto’s Hong Kong-listed holding company including Lynk & Co and Geometry reported 2020 sales of 1.32 million units., the Geely Auto brand increased its market share and retained its position as the best-selling Chinese brand for the fourth consecutive year. The brand passed a historic milestone with its 10 millionth vehicle sold, a first for a Chinese auto brand.

Geely Holding has been listed in the 2020 Fortune Global 500 for the past nine consecutive year, ranking 243rd with revenues of US$47.8 billion in 2020. Since first entering the Fortune Global 500 in 2012, Geely Holding has risen over 200 places. It was able to show the potential of international brand from China to the world.

Mr Souksamone Sihathep remarked, “Manignom Auto Group has made an effort to highlight the potential and competitiveness in the world market of new branded cars to be added to compete in the Lao market. Geely has responded to all those requirements in terms of proven new technology from Volvo’s joint development, as well as global sales that no Chinese brand has ever achieved before.”

Big sales volume of Geely in the past years is a guarantee of innovation that is proven. It is competitive, support from parent company from China, as well as GEELY dealer partners in Asia and around the world, products covering all segments of the car market, including new technologies like EV Car (electric car) that in the future will be brought to Laos as well according to market demand,” Mr. Suksamon Sihathep, President of Manignom Group of Companies, told reporters on the day of the contract signing ceremony.

“First, we are very glad to have everyone join in this ceremony today. Today is the seventh day of the Chinese lunar new year, but is the first working day after the Chinese New Year and also an auspicious day according to Chinese traditions as well. First of all, we would like to thank the team of Manignom Auto Group for their long-term cooperation with Geely. With Manignom’s hard work and efforts over the past several months after several rounds of discussions with both parties, we now have an appointment for the signing ceremony of Geely’s official dealer contract as we trust the company and its professional staff that Manignom will bring Geely success,” Mr Jun Song said.

Under the global epidemic, challenges and opportunities coexist in the automotive industry. With Geely’s overseas strategy pushing forward and gradual introduction of the 4.0 era of products to the world, the power of Geely’s brand and products continues to increase. In 2020, total sales of Geely brands reach 2.1 million units, with 73,000 overseas sales, 25 percent increase. In the rapid growth process, we are looking for partners who remain in management, quality and similarly value growth. With this background, the cooperation between Manignom and Geely becomes more important. As a trusted partner for the strength and many years of automotive sales experience belonging to Manignom Auto Group, we will go forward and develop deeply in the Lao market together to deliver innovative, scientific and technology to Lao consumers and thoughtful service, he said

Manignom Auto Group will build a Geely showroom with Class-A facilities, to match Geely’s standards. This will come up at the Sidamduan intersection and is scheduled for completion in the next seven months from the date of signing. During this phase, Manignom may import Geely cars to present to Lao customers, and not waste time waiting to enter the exciting competitive market of 2021, he added.