ຈຳປາສັກແຕ່ງຕັ້ງທ່ານ ຄຳມ່ວນ ພິລາພອນເດດ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ

329

ຕອນເຊົ້າມື້ນີ້(23ກຸມພາ 2021) ທີ່ຫ້ອງວ່າການນະຄອນປາກເຊໄດ້ມີພິທີປະກາດການຈັດຕັ້ງ ແລະ​ ມອບຮັບໜ້າທີ່ລະຫວ່າງ ຫົວໜ້າອົງການໄອຍະການປະຊາຊົນແຂວງ​ຈໍາປາສັກ ຜູ້ເກົ່າ ແລະ​ ຜູ້ໃໝ່ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ​ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ,​ ທ່ານ​ ມະໄລທອງ​ ກົມມະສິດ ກຳມະການ​ສຳຮອງ​ສູນກາງ​ພັກ, ຮອງ​ເລຂາພັກແຂວງ,​ ຜູ້ຊີ້ນຳວຽກງານການເມືອງແນວຄິດ ແລະ​ ວຽກງານພັກ-ພະນັກງານພ້ອມນີ້ຍັງມີ ທ່ານ​ ເມກສະຫວັນ​ ພົມພິທັກ​ ປະທານສະພາປະຊາຊົນແຂວງຈໍາປາສັກ​ ພ້ອມດ້ວຍການນຳຂອງແຂວງ,​ ການນຳນະຄອນປາກເຊ​ ແລະ​ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.


ໃນພິທີຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຍົກຍ້າຍ​ ທ່ານ​ ແກ້ວລັດຕະນະ​ ສີຫາວົງ​ ຄະນະປະຈໍາ​ພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງຈໍາປາສັກ ໄປປະຈໍາການຢູ່ສະພາປະຊາຊົນແຂວງຈໍາປາສັກ​.

ແລະ​ ຕົກລົງ ຮັບເອົາ​ ທ່ານ​ ຄຳມ່ວນ ພິລາພອນເດດ ກຳມະການພັກແຂວງ, ຮອງປະທານຄະນະກຳມະການ​ຍຸຕິທຳ​ ແລະ​ ປກຊ-ປກສ​ ສະພາປະຊາຊົນແຂວງ​ ໄປປະຈໍາການຢູ່ອົງການໄອຍະການປະຊາຊົນແຂວງ ແລະ​ ແຕ່ງຕັ້ງເປັນຫົວໜ້າອົງການໄອຍະການປະຊາຊົນແຂວງຈໍາປາສັກ.