ກອງພັນທະຫານຮາບທີ 7 ສະຫວັນນະເຂດເປີດຫັດແອບການເມືອງ, ການທະຫານປະຈຳປີ

619

ບໍ່ວ່າຍາມສົງຄາມ ຫຼື ສັນຕິພາບ ວຽກງານວິຊາສະເພາະຕ້ອງເດີນໜ້າບໍ່ຢຸດ ເພື່ອກຽມພ້ອມສະເໝີເມື່ອປະເທດຊາດຕ້ອງການ ສຳລັບກອງພັນທະຫານຮາບທີ 7 ທີ່ຂຶ້ນກັບກອງພົນທີ4 ໄດ້ ຈັດຕັ້ງພິທີເປີດຊຸດອົບຮົມ – ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກປະຈຳປີ 2021 ແລະ ເປີດຊຸດອົບຮົມທະຫານໃໝ່ ປະຈຳປີ 2021 ເມື່ອວັນທີ 19 ກຸມພາຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4, ມີສະຫາຍພັນຕີ ຄຳຕັນ ບົວລະພາ ຮອງພະແນກອົບຮົມກອງພົນທີ 4, ມີຄະນະພັກ-ຄະນະບັນຊາກົມກອງ, ພະນັກງານ – ນັກຮົບ, ຄູອາຈານຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ພັນໂທ ສີສະຫັວນ ເຄນຈັນຫອມ ຄະນະພັກຮາກຖານຮອງຫົວໜ້າການທະຫານກອງພັນທີ 7 ໄດ້ຂຶ້ນຜ່ານແຜນການອົບຮົມ – ຫັດແອບ ການເມືອງ, ການທະຫານ, ພະລາທິການ – ເຕັກນິກປະຈຳປີ 2021 ແລະ ຜ່ານແຜນການອົບຮົມຫັດແອບການເມືອງ, ການທະຫານ, ພາລາທິການ – ເຕັກນິກໃຫ້ທະຫານໃໝ່ໄລຍະ 90 ວັນຂອງກອງພັນທີ 7 ປີ2021, ເພື່ອປັບປຸງລະບຽບແບບແຜນຝຶກຝົນຫຼໍ່ຫຼອມກຳລັງແຮງກາຍປະຈຳປີ2021 ຂຶ້ນ, ຕາມແຜນການແມ່ນແບ່ງອອກເປັນ 3 ພາກຄື: ພາກການເມືອງ, ການທະຫານ, ພະລາທິການ – ເຕັກນິກ: ອົບຮົມການເມືອງ 5 ວັນ, ອົບຮົມການທະຫານ125 ວັນ, ພະລາທິການ – ເຕັກນິກ 10 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າລົບ 10 ວັນ,ໃນການອົບຮົມ-ຫັດແອບຈະໄດ້ດຳເນີນໃປເປັນເວລາ 150 ວັນ ແບ່ງອອກເປັນ 2 ໄລຍະຄື: ໄລຍະທີI ແມ່ນເລີ່ມແຕ່ເດືອນກຸມພາຫາເດືອນພຶດສະພາ ປີ 2021,ໄລຍະທີII ເລີ່ມແຕ່ເດືອນກໍລະກົດຫາເດືອນພະຈິກ ປີ 2021.

ສຳລັບການອົບຮົມທະຫານໃໝ່:ໃນພາກການເມືອງຈະໄດ້ຮຽນຮູ້ກ່ຽວກັບກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບໃນກອງທັບປະຊາຊົນລາວ, ພາກການທະຫານຈະໄດ້ຮຽນຮູ້ກ່ຽວກັບຂໍ້ກຳນົດກົດລະບຽບຂອງກອງທັບ, ຄຳປະຕິຍານ 8 ຂໍ້,ວິໄນ 8 ຂໍ້, ກົດລະບຽບ 12 ຂໍ້ຕໍ່ປະຊາຊົນ ,ຫັດກາຍມືເປົ່າ 2 ບົດ 24ຈັງຫວະ,ຫັດກາຍມີປືນ, ຫັດກາຍແທງກະບີ 4 ທິດ 28 ຈັງຫວະລວມໄປເຖິງສິນລະຍຸດ-ຍຸດທະວິທີ ແລະ ການຫັດແອບຍິ່ງລູກປືນເເທ້ ແລະ ພາກພາລາທິການຈະໄດ້ຮຽນກ່ຽວກັບວຽກງານ 4 ປູກ 4 ລ້ຽງ, ເຕັກນິກການແພດ ແລະ ອື່ນໆ..ການອົບຮົມ-ຫັດແອບດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 90 ວັນຈຶ່ງຈະສຳເລັດ.


ໂອກາດນີ້ສະຫາຍພັນໂທ ບຸນຊົມ ເຮືອງສະຫ່ວາງ ຮອງຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4 ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເໜັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ, ຄະນະຮັບຜິດຊອບໃກ້ສິດຕິດແທດຢ່າງທົ່ວເຖິງ, ສຸມທຸກຄວາມຮູ້ຄວາມສາມາດໃນເວລາສິດສອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ໃຫ້ເຂົ້າໃຈເນື້ອໃນບົດຮຽນ, ສາມາດເກັບກຳໄດ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ເພຶ່ອນຳເອົາເອົາເນື້ອໃນແຕ່ລະພາກວິຊາຮຽນ ໄປຈັດຕັ້ງປະຕິບັດຢູ່ກົມກອງໃຫ້ຖືກຕາມຂໍ້ກຳນົດຕົວຈິງຂອງກອງທັບ. ຕອນທ້າຍພິທີຍັງໄດ້ຮັບຊົມການສວນສະໜາມ, ການສະແດງຫັດກາຍມວຍ 16 ຈັງຫວະ, ຫັດກາຍມືເປົ່າ 2 ບົດ 24ຈັງຫວະ, ຫັດກາຍມີປືນ, ຫັດກາຍແທງກະບີ 4 ທິດ 28 ທ່າຂອງແຕ່ລະກອງຮ້ອຍທີ່ຂຶ້ນກັບກອງພັນທະຫານຮາບທີ 7 ຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ.


ຂ່າວໂດຍ ໄພວັນ ແທນຄຳມາ (ກອງພັນທີ7 ກອງພົນທີ4)