ບັນດາປະເທດຮ່ວມສົນທະນາກ່ຽວກັບເຕັກໂນໂລຊີດິຈິຕອນ ແລະ ການພັດທະນາແບບຍືນຍົງໃນເວທີ ” ການເຊື່ອມຕໍ່ເພື່ອແບ່ງປັນຄວາມຈະເລີນຮຸ່ງເຮືອງ “

131

ໃນວັນທີ 22 ກຸມພາ 2021 ທີ່ນະຄອນຊຽງໄຮ້ ປະເທດຈີນ ລັດຖະມົນຕີທີ່ກ່ຽວຂ້ອງຈາກຫຼາຍປະເທດໄດ້ເຕົ້າໂຮມກັນທີ່ເວທີການເຊື່ອມຕໍ່ ເພື່ອແບ່ງປັນ ຄວາມຈະເລີນຮຸ່ງເຮືອງ, ເປັນເຈົ້າພາບໂດຍຫົວເຫວີຍ, GSMA, ສູນການສຶກສາເສດຖະກິດສິ່ງແວດລ້ອມມະຫາວິທະຍາໄລຟູຕານ ແລະ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNESCO ເຊິ່ງເປັນສ່ວນໜຶ່ງຂອງ MWC Shanghai 2021.

ທ່ານ María Reyes Maroto ລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ທ່ອງທ່ຽວສະເປນ, ກໍມີສ່ວນຮ່ວມໃນການກ່າວຄຳປາໄສໃນງານດັ່ງກ່າວ.

ຜູ້ສະແດງຄວາມຄິດເຫັນທັງຫຼາຍໄດ້ເຫັນເປັນເອກະພາບ ວ່າ: ການຟື້ນຕົວຂອງເສດຖະກິດໂລກກຳລັງເພີ່ມຂຶ້ນຢ່າງໄວວາ ດ້ວຍການບັງຄັບໃຊ້ມາດຕະການຄວບຄຸມພະຍາດລະບາດຫຼາຍຂຶ້ນ, ພວກເຂົາຍັງໄດ້ຕົກລົງເຫັນດີວ່າການຫຼຸດຜ່ອນການປ່ອຍອາຍພິດ, ວຽກເຮັດງານທຳ ແລະ ການລິເລີ່ມຫຼາຍຂຶ້ນໃນການອຳນວຍຄວາມສະດວກໃຫ້ແກ່ຄວາມຈະເລີນຮຸ່ງເຮືອງແມ່ນຄວາມຈຳເປັນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ( SDGs ) ສຳລັບປີ 2030 ແລະ ເປົ້າໝາຍໄລຍະຍາວຂອງສັນຍາປາຣີ, ທ່ານໄດ້ລະບຸວ່າ ເຕັກໂນໂລຊີດິຈິຕອນ ແລະ ການຮ່ວມມືທົ່ວໂລກແມ່ນມີຄວາມຈຳເປັນໃນຂະບວນການນີ້.

ທ່ານ ນາງ Catherine Chen ຮອງປະທານຜູ້ອາວຸໂສ ແລະ ກໍາມະການບໍລິຫານຝ່າຍອົງກອນຂອງບໍລິສັດຫົວເຫວີຍ ໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມດັ່ງກ່າວ, ທ່ານໄດ້ກ່າວເຖິງຄວາມເຊື່ອຂອງຫົວເຫວີຍ ວ່າ: ເປົ້າໝາຍສຸດທ້າຍຂອງເຕັກໂນໂລຊີແມ່ນເພື່ອປະໂຫຍດແກ່ມະນຸດທຸກຄົນ ແລະ ເຕັກໂນໂລຊີດິຈິຕອນ ສາມາດສ້າງຄວາມສະດວກໃຫ້ແກ່ SDGs ຂອງ UN, ທ່ານຮຽກຮ້ອງໃຫ້ບັນດາວິສາຫະກິດຈົ່ງມີຄວາມກະຕືລືລົ້ນໃນການນຳໃຊ້ເຕັກໂນໂລຊີ ເພື່ອສ້າງຄຸນຄ່າໃຫ້ແກ່ທົ່ວໂລກ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ບໍລິສັດຫົວເຫວີຍ ໄດ້ເປັນຜູ້ສະໜັບສະໜູນຄວາມກ້າວໜ້າທາງດ້ານເຕັກໂນໂລຊີມາດົນແລ້ວ, ໃນປີ 2020 ຫົວເຫວີຍ ໄດ້ນຳໃຊ້ຂີ້ເຫຍື້ອເອເລັກໂຕຣ ນິກຫຼາຍກວ່າ 4.500 ໂຕນ ໂດຍຜ່ານຫຼາຍຂະບວນການ ລວມທັງການຫຼຸດຜ່ອນພລາສຕິກໃນການຫຸ້ມຫໍ່ໂທລະສັບຂອງພວກເຂົາ ( 1,8 ລ້ານຖົງຢາງໃນໂທລະສັບ 10 ລ້ານໜ່ວຍ ) ແລະ ຫຼຸດຜ່ອນການປ່ອຍກາກບອນ 148 ລ້ານໂຕນ ຜ່ານການນຳໃຊ້ວິທີແກ້ໄຂ FusionSolar ຂອງພວກເຂົາໃນຫຼາຍກວ່າ 60 ປະເທດ ແລະ ຂົງເຂດ ( ທຽບເທົ່າກັບການປູກຕົ້ນໄມ້ຫຼາຍກວ່າ 200 ລ້ານຕົ້ນ ). ບໍລິສັດ ຫົວເຫວີຍ ໄດ້ຊ່ວຍສ້າງໂຮງງານຜະລິດໄຟຟ້າ PV ທີ່ໃຫຍ່ທີ່ສຸດໃນໂລກ ແລະ ໂຮງງານຜະລິດໄຟຟ້າ PV ການປະມົງໃນໜິງຊຽງ ແລະ ຊານຕົ່ງ ເຊິ່ງທັງສອງບໍລິສັດໄດ້ປະກອບສ່ວນຢ່າງຫຼາຍເຂົ້າໃນຄວາມພະຍາຍາມໃນການປົກປັກຮັກສາສິ່ງແວດລ້ອມໃນທ້ອງຖິ່ນ.

” ການຮັບປະກັນການສຶກສາທີ່ມີຄຸນນະພາບ, ສະເໝີພາບ ແລະ ສົ່ງເສີມໂອກາດການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ ” ໄດ້ຖືກກຳນົດໃຫ້ເປັນໜຶ່ງໃນເປົ້າໝາຍການພັດທະນາທີ່ຍືນຍົງຂອງອົງການສະຫະປະຊາຊາດ; ໃນທ້າຍ ປີ 2020 ໂຄງການເຊື່ອມຕໍ່ໂຮງຮຽນ ແລະ ໂຄງການ DigiTruck ຂອງຫົວເຫວີຍ ໄດ້ຖືກນຳໄປໃຊ້ໃນໂຮງຮຽນຫຼາຍກວ່າ 200 ແຫ່ງ ເຊິ່ງໄດ້ຮັບຜົນປະໂຫຍດມີຫຼາຍກວ່າ 60.000 ຄົນ ທັງອາຈານ ແລະ ນັກຮຽນ; ໃນໂຄງການທີ່ກ່ຽວຂ້ອງ ຫົວເຫວີຍ ຍັງໄດ້ຮ່ວມມືກັບ UNESCO ເປີດໂຮງຮຽນໃນໂຄງການ 3 ປີ ຢູ່ປະເທດອີຊີບ, ເອທິໂອເປຍ ແລະ ການາ ເຊິ່ງຈະຊ່ວຍໃຫ້ໂຮງຮຽນປັບປຸງທັກສະດິຈິຕອນ ແລະ ສະໜັບສະໜູນການສຶກສາທາງອິນເຕີເນັດ.

ທ່ານ Stefania Giannini ຜູ້ຊ່ວຍຜູ້ອຳນວຍການດ້ານການສຶກສາຂອງ UNESCO ໄດ້ກ່າວວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ( ICT ) ມີບົດບາດສຳຄັນໃນການຮັບປະກັນການສຶກສາຢ່າງຕໍ່ເນື່ອງ, ເຮັດໃຫ້ການສຶກສາມີຄວາມເປັນເອກະພາບ ແລະ ໃຫ້ວິທີແກ້ໄຂການຮຽນຮູ້ຕະຫຼອດຊີວິດຜ່ານເວັບໄຊ, ຫ້ອງສະໝຸດອອນລາຍ ແລະ ແບບວິດີໂອ.

อาจเป็นรูปภาพของ 1 คน

ແຂກຫຼາຍກວ່າ 1.000 ຄົນ ມາຈາກ 50 ກວ່າປະເທດ ໄດ້ເຂົ້າຮ່ວມເວທີສົນທະນາອອນລາຍ ແລະ ຖ່າຍທອດສົດ 8 ພາສາ, ບັນດາຜູ້ເຂົ້າຮ່ວມໄດ້ເຫັນດີວ່າ: ເຕັກໂນໂລຊີດິຈິຕອນ ໄດ້ກາຍເປັນພື້ນຖານຂອງການພັດທະນາແບບຍືນຍົງ ແລະ ຈະເປັນປະໂຫຍດໃຫ້ແກ່ປະຊາຊົນໃນຫຼາຍດ້ານ.
ທ່ານ Siddharth Chat terjee ຜູ້ປະສານງານຄົນໃໝ່ຂອງອົງການສະຫະປະຊາຊາດ ປະຈຳຈີນ ກ່າວວ່າ: ” ເຕັກໂນໂລຊີດິຈິຕອນສາມາດຊ່ວຍພວກເຮົາໃນການສ້າງສາ ແລະ ສຳຄັນກວ່ານັ້ນຄືການເລັ່ງລັດການຫັນປ່ຽນກາກບອນຕໍ່າສູ່ອະນາຄົດ ເຊິ່ງເປັນສິ່ງທ້າທາຍທີ່ທົ່ວໂລກຈໍາເປັນຕ້ອງຕອບສະໜອງ, ພວກເຮົາຕ້ອງຄິດທົບທວນຄືນໃໝ່ເຖິງວິທີການດຳເນີນທຸລະກິດ ແລະ ການດຳເນີນງານ, ພວກເຮົາຕ້ອງຂັບຂີ່ເຕັກໂນໂລຊີເພື່ອສັງຄົມທີ່ດີ, ພວກເຮົາຕ້ອງໄດ້ຍົກລະດັບນະໂຍບາຍ ແລະ ການປະຕິບັດເພື່ອເລັ່ງເປົ້າໝາຍການພັດທະນາແບບຍືນຍົງ “.

ສະມາຊິກລັດຖະສະພາເອີຣົບ ທ່ານ Frances Fitzgerald ໄດ້ໃຫ້ຂໍ້ສັງເກດວ່າ: ດ້ວຍເຄືອຂ່າຍໄຮ້ສາຍ 5G, ໂລກກຳລັງຢູ່ໃນໄລຍະແຫ່ງການປະຕິວັດ, 5G ມີທ່າແຮງທີ່ຈະສົ່ງຜົນກະທົບໃນທາງບວກຕໍ່ຊີວິດ ແລະ ສະຫວັດດີການໃນຂົງເຂດຕ່າງໆ ເຊັ່ນ: ສຸຂະພາບ, ການສຶກສາ, ການຜະລິດອາຫານ ແລະ ເຕັກໂນໂລຊີດິຈິຕອນຈະອຳນວຍຄວາມສະດວກໃຫ້ແກ່ເປົ້າໝາຍການພັດທະນາແບບຍືນຍົງ.

ຜູ້ອຳນວຍການໃຫຍ່ GSMA, Mats Granryd ກ່າວວ່າ: ” ປີ 2016 ອຸດສາຫະກຳໂທລະສັບແມ່ນຜູ້ທຳອິດທີ່ໄດ້ໃຫ້ຄຳໝັ້ນສັນຍາຕໍ່ 17 ເປົ້າໝາຍການພັດທະນາທີ່ຍືນຍົງ ແລະ ພວກເຮົາໄດ້ເຮັດວຽກຕັ້ງແຕ່ນັ້ນມາສະແດງອອກໃນການປະກອບສ່ວນເຂົ້າໃນທຸກໆ 17 ເປົ້າໝາຍ ລວມທັງກ່ຽວກັບສະພາບອາກາດ, ການລວມເອົາດິຈິຕອນ ແລະ ຄວາມຍືນຍົງ “.

ທ່ານ Zhang Wenhong ຜູ້ອຳນວຍການມະຫາວິທະຍາໄລຟູ ໂຮງໝໍຫົວຊານ ພະແນກການຕິດເຊື້ອພະຍາດຕິດຕໍ່ ຍັງໄດ້ກ່າວເຖິງຄວາມຈຳເປັນທີ່ຈະຕ້ອງສືບຕໍ່ສະໜັບສະໜູນການພັດທະນາແບບບໍ່ມີຂອບເຂດ ໂດຍທັງກ່າວເຖິງຄວາມສາມັກຄີໃນສັງຄົມ ແລະ ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີແມ່ນມີຄວາມສຳຄັນໃນການຕ້ານພະຍາດລະບາດ; ທ່ານກ່າວຕໍ່ວ່າການລະບາດໃນປັດຈຸບັນນີ້ ຕ້ອງເນັ້ນໜັກເຖິງ ຄວາມຈຳເປັນທີ່ພວກເຮົາຕ້ອງແກ້ໄຂບັນຫາ ກ່ຽວກັບການພັດທະນາທີ່ສິ່ງແວດລ້ອມ.

ທ່ານ Li Zhiqing ຜູ້ອຳນວຍການສູນການສຶກສາດ້ານເສດຖະກິດສິ່ງແວດລ້ອມຂອງມະຫາວິທະຍາໄລຟູຕານ ໄດ້ກ່າວປິດງານດັ່ງກ່າວໂດຍລະບຸວ່າ: ” ຈີນກຳລັງຊຸກຍູ້ການຫັນປ່ຽນສີຂຽວ ເພື່ອການພັດທະນາເສດຖະກິດ – ສັງຄົມ, ການປ່ອຍກາກບອນ ແລະ ບັນລຸ ຄວາມເປັນກາງຂອງກາກບອນແມ່ນສິ່ງສໍາຄັນໃນການຫັນປ່ຽນ, ພວກເຮົາຄວນຊຸກຍູ້ນະວັດຕະກຳໃນສາຂາວິຊາຕ່າງໆ ເຊັ່ນ: ເສດຖະກິດ, ການເງິນ ແລະ ສະພາບແວດລ້ອມດ້ານນິເວດວິທະຍາ ເຊິ່ງກວມເອົາດ້ານສິລະປະ ແລະ ວິສະວະກຳ ເພື່ອເປັນການຕື່ມຊ່ອງວ່າງໃນການພັດທະນາແບບຍືນຍົງໃນອະນາຄົດ “.

MWC Shanghai 2021 ດຳເນີນແຕ່ວັນທີ 23 ເຖິງວັນທີ 25 ກຸມພາ ທີ່ນະຄອນຊຽງໄຮ້ ປະເທດຈີນ. ຫົວເຫວີຍ ໄດ້ວາງສະແດງຜະລິດຕະພັນ ແລະ ໂຊລູຊັນທີ່ບູ໊ດ E10, E50 ແລະ E90 ໃນ Hall N1 ໃນສູນວາງສະແດງສາກົນຊຽງໄຮ້ໃໝ່ ( SNIEC ).