ຄັງເງິນແຫ່ງຊາດ ມອບໃຫ້ ທນບ ບໍລິການລາຍຮັບ-ລາຍຈ່າຍ ຢູ່34ເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດ

326

ໃນວັນທີ 23 ກຸມພາ 2021 ຜ່ານມາ ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດ ໄດ້ມີພິທີເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານນະໂຍບາຍ (ທນບ) ວ່າດ້ວຍການໃຫ້ບໍລິການຮັບຝາກເງິນ-ຖອນເງິນ ແລະ ໂອນເງິນຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ.


ຕາງໜ້າລົງນາມໂດຍທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນກັບທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການທະ ນາຄານນະໂຍບາຍ; ມີຄະນະຄັງເງິນແຫ່ງຊາດ, ຄະນະອໍານວຍການທະນາຄານນະໂຍບາຍ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ວັນພອນ ພົມມະສອນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນພັດທະນາຂະແໜງຄັງເງິນໃນໄລຍະ 5 ປີຕໍ່ໜ້າ (2021-2025) ໃນການຫັນຂະແໜງຄັງເງິນໄປສູ່ທັນສະໄໝ, ໂດຍການນໍາໃຊ້ການບໍລິການຜ່ານລະບົບທະນາຄານ, ພ້ອມກັນນັ້ນເປັນການປະຕິບັດຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 3204/ກງ, ລົງວັນທີ 05 ສິງຫາ 2019 ກ່ຽວກັບການຄຸ້ມຄອງເງິນສົດຢູ່ຄັງເງິນແຫ່ງຊາດປະຈໍາແຂວງ, ນະຄອນຫຼວງ, ເມືອງ, ນະຄອນໃນຂອບເຂດທົ່ວປະເທດ ແລະ ຂໍ້ຕົກລົງສະບັບເລກທີ 3041/ກງ, ລົງວັນທີ 13 ພະຈິກ 2020 ວ່າດ້ວຍການຮັບຮອງເອົາການໃຫ້ບໍລິການຂອງທະນາຄານນະໂຍບາຍໃນການຮັບຝາກ-ຖອນ ແລະ ໂອນເງິນຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ.


ເພື່ອເປັນການຫັນວຽກງານຂອງຂະແໜງຄັງເງິນໄປສູ່ທັນສະໄໝ, ໂດຍການນໍາໃຊ້ການບໍລິການຜ່ານລະບົບ ທະນາຄານ ແລະ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານຂັ້ນເມືອງຜ່ານລະບົບທະນາ ຄານ, ປັດຈຸບັນໃນ 148 ເມືອງທົ່ວປະເທດຍັງມີ 34 ເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ; ສໍາລັບການໃຫ້ບໍລິການຂອງທະນາຄານນະໂຍບາຍເບື້ອງຕົ້ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 10 ເມືອງທົ່ວປະເທດ, ຫຼັງຈາກນັ້ນຈະໄດ້ສືບຕໍ່ຜັນຂະຫຍາຍໄປສູ່ບັນດາ 24 ເມືອງທີ່ຍັງເຫຼືອ.


ສໍາລັບການໃຫ້ບໍລິການຂອງທະນາຄານນະໂຍບາຍເບື້ອງຕົ້ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 10 ເມືອງຄື: ເມືອງຫົວເມືອງ, ເມືອງກວັນ ແຂວງຫົວພັນ; ເມືອງພູກູດ, ເມືອງຜາໄຊ ແຂວງຊຽງຂວາງ; ເມືອງສະໜາມໄຊ ແຂວງອັດຕະປື; ເມືອງສຳພັນ ແຂວງຜົ້ງສາລີ; ເມືອງເມິງ ແຂວງບໍ່ແກ້ວ; ເມືອງແມດ ແຂວງວຽງຈັນ; ເມືອງລ້ອງແຈ້ງ, ເມືອງຮົ່ມແຂວງໄຊສົມບູນ.