ຜົນຕອບແທນຕາມລັກສະນະການລົງທຶນຂອງແຕ່ລະບຸກຄົນ

55

ການເສີມສ້າງຄວາມອຸດົມຮັ່ງມີ ການລົງທຶນແມ່ນເປັນສິ່ງສຳຄັນຢ່າງຍິ່ງໃນການທີ່ຈະລົງທຶນໃຫ້ປະສົບຜົນສຳເລັດນັ້ນແມ່ນຕ້ອງມີການວາງແຜນການລົງທຶນ ແລະ ການບໍລິຫານຈັດສັນການລົງທຶນເປັນສິ່ງທີ່ສຳຄັນຢ່າງຍິ່ງ, ນອກຈາກນັ້ນແລ້ວ ການທີ່ຈະໄດ້ຮັບຜົນຕອບແທນຈາກການລົງທຶນຫຼາຍ ຫຼື ໜ້ອຍນັ້ນ ກໍແມ່ນຂຶ້ນກັບລັກສະນະຂອງການລົງທຶນຂອງແຕ່ລະບຸກຄົນ ເຊິ່ງໃນອາທິດນີ້ເຮົາຈະມາຍົກໃຫ້ເຫັນວ່າ ຜົນຕອບແທນທີ່ໄດ້ຈາກການລົງທຶນແມ່ນເປັນໄປຕາມລັກສະນະໃນການລົງທຶນຂອງແຕ່ລະບຸກຄົນ ຄືແນວໃດ.

อาจเป็นรูปภาพของ 1 คน และ ข้อความ

ກຸ່ມທີ 1 ແມ່ນກຸ່ມທີ່ມີລັກສະນະການບໍລິຫານເງິນດ້ວຍການຖືເງິນສົດ ແລະ ຝາກເງິນແບບປະຢັດ ເປັນການລົງທຶນທີ່ບໍ່ຄ່ອຍເນັ້ນການສ້າງມູນຄ່າເພີ່ມແຕ່ຈະມີລັກສະນະໂອນອ່ຽງໄປທາງດ້ານການສະສົມເງິນຫຼາຍກວ່າ ໂດຍຄາດຫວັງຜົນຕອບແທນຈາກອັດຕາດອກເບ້ຍ ເຊິ່ງສະເລ່ຍແລ້ວກຸ່ມນີ້ມີອັດຕາຜົນຕອບແທນ ຕ່ຳກວ່າ 3%.

ຕົວຢ່າງ: ຖ້າເຮົາມີເງິນໜຶ່ງກ້ອນຈຳນວນ 10 ລ້ານກີບ, ໄດ້ຖືເປັນເງິນສົດໄວ້ 5 ລ້ານກີບ ແລະ ຝາກທະນາຄານ 5 ລ້ານກີບ ໃນຮູບແບບຝາກປະຢັດ ເຊິ່ງມີອັດຕາດອກເບ້ຍຢູ່ທີ່ 3% ຕໍ່ປີ. ພາຍຫຼັງຄົບກຳນົດເວລາ ລາວກໍຈະໄດ້ຮັບພຽງແຕ່ດອກເບ້ຍຈາກເງິນຝາກທະນາຄານໃນຮູບແບບຝາກປະຢັດເພີ່ມອີກ ຈຳນວນ 3% ຫຼື 150.000 ກີບ.

อาจเป็นรูปภาพของ 4 คน และ ข้อความ

ກຸ່ມທີ 2 ແມ່ນກຸ່ມທີ່ມີລັກສະນະການບໍລິຫານເງິນດ້ວຍການຈັດສັນເງິນເປັນສ່ວນ ເພື່ອຝາກເງິນກັບທະນາຄານໃນຮູບແບບຝາກປະຢັດ ແລະ ຝາກປະຈໍາທີ່ມີກຳນົດ ແຕ່ 1 ປີລົງໄປ ໂດຍຄາດຫວັງຜົນຕອບແທນຈາກອັດຕາດອກເບ້ຍເຊັ່ນດຽວກັບກຸ່ມທີ 1 ແຕ່ກຸ່ມນີ້ ຈະມີຜົນຕອບແທນໃນອັດຕາທີ່ສູງກວ່າ ເຊິ່ງສາມາດສະເລ່ຍ 3 – 6%.

ຕົວຢ່າງ: ຖ້າເຮົາຈັດສັນເງິນຈໍານວນ 10 ລ້ານກີບ ໂດຍເອົາໄປຝາກທະນາຄານໃນຮູບແບບຝາກປະຢັດ 5 ລ້ານກີບ ເຊິ່ງມີອັດຕາດອກເບ້ຍຢູ່ທີ່ 3% ຕໍ່ປີ ແລະ ຝາກປະຈຳ 1 ປີລົງມາ 5 ລ້ານກີບ ເຊິ່ງມີອັດຕາດອກເບ້ຍຢູ່ທີ່ 8% ຕໍ່ປີ. ພາຍຫຼັງຄົບກຳນົດເວລາ ກໍຈະໄດ້ຮັບດອກເບ້ຍຈາກເງິນຝາກປະຢັດ 3% ຫຼື 150.000 ກີບ ແລະ ຈາກເງິນຝາກປະຈຳ 8% ຫຼື 400.000 ກີບ ລວມເປັນ 550.000 ກີບ.

อาจเป็นรูปภาพของ 2 คน, ผู้คนกำลังอ่านหนังสือ และ ข้อความ

ກຸ່ມທີ 3 ເປັນກຸ່ມທີ່ມີລັກສະນະການບໍລິຫານເງິນ ດ້ວຍການລົງທຶນທີ່ຈິງຈັງກວ່າສອງກຸ່ມທີ່ຜ່ານມາ ໂດຍການຈັດສັນເງິນເປັນສ່ວນເພື່ອຝາກເງິນກັບທະນາຄານໃນຮູບແບບຝາກປະຈໍາທີ່ມີກໍານົດ ແຕ່ 1 ປີຂຶ້ນໄປ ແລະ ລົງທຶນໃນກາສານໜີ້ ເຊິ່ງປະກອບມີ ພັນທະບັດລັດຖະບານ ແລະ ຮຸ້ນກູ້ວິສາຫະກິດ ເຮັດໃຫ້ກຸ່ມນີ້ມີອັດຕາຜົນຕອບແທນສະເລ່ຍຢູ່ທີ່ 8 – 12%.

ຕົວຢ່າງ: ຖ້າເຮົາຈັດສັນເງິນຈຳນວນ 10 ລ້ານກີບ ໂດຍເອົາໄປຝາກທະນາຄານໃນຮູບແບບປະຈໍາ 1 ປີຂຶ້ນໄປ 4 ລ້ານກີບ ເຊິ່ງມີອັດຕາດອກເບ້ຍຢູ່ທີ່ 12% ຕໍ່ປີ, ລົງທຶນໃນພັນທະບັດ 3 ລ້ານກີບ ເຊິ່ງມີອັດຕາຜົນຕອບແທນ 9% ຕໍ່ປີ ແລະ ລົງທຶນໃນຮຸ້ນກູ້ວິສາຫະກິດ 3 ລ້ານກີບ ເຊິ່ງມີອັດຕາຜົນຕອບແທນ 13% ຕໍ່ປີ. ພາຍຫຼັງຄົບກຳນົດເວລາ ກໍຈະໄດ້ຮັບຜົນຕອບແທນຈາກດອກເບ້ຍຈາກເງິນຝາກປະຈຳ 12% ຫຼື 480.000 ກີບ, ຈາກພັນທະບັດ 9% ຫຼື 270.000 ກີບ ແລະ ຈາກຮຸ້ນກູ້ 13% ຫຼື 390.000 ກີບ ລວມເປັນ 1.140.000 ກີບ.

ກຸ່ມທີ 4 ແມ່ນກຸ່ມທີ່ມີລັກສະນະການລົງທຶນຫຼາກຫຼາຍຮູບແບບ ດ້ວຍການຈັດສັນເງິນເປັນສ່ວນເພື່ອຝາກປະຈໍາທີ່ມີກໍານົດແຕ່ 1 ປີຂຶ້ນໄປ, ລົງທຶນໃນພັນທະບັດລັດຖະບານ, ຮຸ້ນກູ້ວິສາຫະກິດ, ຮຸ້ນທຶນລວມທັງການລົງທຶນໃນກິດຈະການ ແລະ ອະສັງຫາລິມະຊັບຕ່າງໆ; ເປັນກຸ່ມທີ່ມີຄວາມຄາດຫວັງກ່ຽວກັບຜົນຕອບແທນທີ່ຈະໄດ້ຮັບອັດຕາດອກເບ້ຍຂອງທະນາຄານພຽງແຕ່ຢ່າງດຽວສູງກວ່າ ໂດຍສາມາດສະເລ່ຍອັດຕາຜົນຕອບແທນຂອງກຸ່ມນີ້ໄດ້ຢູ່ທີ່ 12%ຂຶ້ນໄປ.

ຕົວຢ່າງ: ຖ້າເຮົາຈັດສັນເງິນຈໍານວນ 10 ລ້ານກີບ ໂດຍເອົາໄປຝາກທະນາຄານໃນຮູບແບບປະຈໍາ 1 ປີຂຶ້ນໄປ 2 ລ້ານກີບ ດ້ວຍອັດຕາດອກເບ້ຍ 12% ຕໍ່ປີ, ລົງທຶນໃນພັນທະບັດ 2 ລ້ານກີບ ອັດຕາຜົນຕອບແທນ 9% ຕໍ່ປີ, ລົງທຶນໃນຮຸ້ນກູ້ວິສາຫະກິດ 2 ລ້ານກີບ ອັດຕາຜົນຕອບແທນ 13% ຕໍ່ປີ ແລະ ອີກ 4 ລ້ານເອົາໄປລົງທຶນໃນຮຸ້ນທຶນ ໂດຍໄດ້ຮັບຜົນຕອບແທນເປັນເງິນປັນຜົນ ແລະ ສ່ວນຕ່າງຈາກການແລກປ່ຽນຊື້ – ຂາຍ. ພາຍຫຼັງຄົບກຳນົດເວລາກໍຈະໄດ້ຮັບຜົນຕອບແທນຈາກດອກເບ້ຍຈາກເງິນຝາກປະຈຳ 12% ຫຼື 240.000, ຈາກພັນທະບັດ 9% ຫຼື 180.000, ຈາກຮຸ້ນກູ້ 13% ຫຼື 260.000  ແລະ ຈາກເປັນເງິນປັນຜົນ ແລະ ສ່ວນຕ່າງຈາກການແລກປ່ຽນຊື້ – ຂາຍຮຸ້ນທຶນສະເລ່ຍປະມານ 27,1% ຫຼື 1.084.113 ລວມເປັນເງິນທັງໝົດ 1.764.133 ກີບ.

ໂດຍ: ຕລຊລ