ເຄື່ອງມືທາງການເງິນໃນຕະຫຼາດການເງິນ ( ຕະຫຼາດເງິນ ແລະ ຕະຫຼາດທຶນ )

22

ຕະຫຼາດການເງິນ ແມ່ນຊ່ອງທາງໃນການລະດົມທຶນຈາກບຸກຄົນ ຫຼື ຫົວໜ່ວຍທຸລະກິດທີ່ບໍ່ມີໂອກາດໃນການລົງທຶນ ( ຜູ້ໃຫ້ກູ້ ) ໃຫ້ກັບຜູ້ທີ່ມີໂອກາດໃນການລົງທຶນ ( ຜູ້ທີ່ກູ້ຢືມ ) ໂດຍວັດຖຸປະສົງທີ່ສໍາຄັນຂອງຕະຫຼາດການເງິນຄື ການໂອນເງິນຈາກຜູ້ທີ່ມີເງິນເຫຼືອໄປໃຫ້ກັບຜູ້ທີ່ຕ້ອງການເງິນຢ່າງມີປະສິດທິພາບ ແລະ ມີສະພາບຄ່ອງຫຼາຍທີ່ສຸດ ເຊິ່ງໃນຕະຫຼາດການເງິນແມ່ນລວມເອົາທັງ 2 ຕະຫຼາດ ຄື: ຕະຫຼາດເງິນ ( Money Market ) ແລະ ຕະຫຼາດທຶນ ( Capital Market ) ໂດຍທັງ 2 ຕະຫຼາດແມ່ນມີຄວາມແຕກຕ່າງທາງດ້ານໄລຍະເວລາຂອງເຄື່ອງມືທາງການເງິນ ຄື:

อาจเป็นรูปภาพของ ‎ข้อความพูดว่า "‎B0OO 7000 6000 5000 )) 4000 3000 >>>ל CECCC 2000 1000 COOIC 02 «C +04‎"‎

ຕະຫຼາດເງິນ ໝາຍເຖິງການຢືມ ແລະ ໃຫ້ຢືມເປັນເວລາໜຶ່ງປີ ຫຼື ໜ້ອຍກວ່າ ເຊັ່ນ:

  • ໃບເງິນຄັງ: ໃບເງິນປະເພດໜີ້ໄລຍະສັ້ນບໍ່ເກີນໜຶ່ງປີຂອງຄັງເງິນທີ່ອອກໂດຍລັດຖະບານຂອງປະເທດໃດໜຶ່ງ ເຊິ່ງມີຈຸດປະສົງໃນການອອກຈໍາໜ່າຍເພື່ອຫາເງິນທຶນໄລຍະສັ້ນ ເຊັ່ນ: ໜຶ່ງເດືອນ, ສາມເດືອນ, ຫົກເດືອນ ເປັນຕົ້ນ.
  • อาจเป็นรูปภาพของ เงิน และ ข้อความพูดว่า "MONEY MARKET"
  • ໃບເງິນຝາກປ່ຽນມືໄດ້: ໃບເງິນຝາກ ເຊິ່ງເປັນເອກະສານສະແດງເຖິງເງິນຝາກປະຈຳກັບສະຖາບັນການເງິນ, ໃບດັ່ງກ່າວໄດ້ລະບຸຈຳນວນເງິນທີ່ຝາກ, ວັນທີຄົບອາຍຸ ແລະ ອັດຕາດອກເບ້ຍເປັນຕົ້ນ.
  • ໃບເງິນການຄ້າ: ເປັນສັນຍາໃຊ້ເງິນໄລຍະສັ້ນທີ່ບໍ່ມີການຄໍ້າປະກັນ ເຊິ່ງອອກໂດຍບໍລິສັດ ແລະ ລັດຖະບານຕ່າງປະເທດທີ່ມີຂະໜາດໃຫຍ່ ແລະ ມີຄວາມໜ້າເຊື່ອຖື.
  • อาจเป็นรูปภาพของ เงิน

ເຄື່ອງມືທາງການເງິນໃນຕະຫຼາດທຶນໝາຍເຖິງຫຼັກຊັບທີ່ຜູ້ລົງທຶນໃຊ້ເພື່ອສ້າງມູນຄ່າເພີ່ມຈາກຕະຫຼາດການເງິນໄດ້ເຊັ່ນ:

  • ຮຸ້ນ ເປັນເຄື່ອງມືທາງການເງິນປະເພດໜຶ່ງທີ່ຜູ້ຖືຄອງນັ້ນມີຖານະໃນການເປັນເຈົ້າຂອງບໍລິສັດ, ໄດ້ຮັບເງິນປັນຜົນ ແລະ ສິດອື່ນໆຕາມສັດສ່ວນການຖືຄອງຮຸ້ນ.
  • ພັນທະບັດ ແມ່ນກາສານໜີ້ທີ່ອອກຈຳໜ່າຍໂດຍລັດຖະບານ ຫຼື ບໍລິສັດທີ່ມີຄວາມໜ້າເຊື່ອຖືສູງ ເພື່ອຈຸດປະສົງໃນການຈັດຫາເງິນທຶນ ຫຼື ເພີ່ມທຶນໄລຍະຍາວຈາກຜູ້ລົງທຶນ.
  • อาจเป็นรูปภาพของ ‎ข้อความพูดว่า "‎70% ?% WE _ חל € そもも SN CAPITAL MARKET Solutton سا サき 30= 75% WL LOBo‎"‎

• ກາສານສືບເນື່ອງ ເປັນຫຼັກຊັບປະເພດໜຶ່ງ ເຊິ່ງລາຄາຂອງຫຼັກຊັບດັ່ງກ່າວຂຶ້ນກັບ ຫຼື ສືບເນື່ອງມາຈາກຊັບສິນຖານເຄົ້າໃດໜຶ່ງ ຫຼື ຫຼາຍກວ່າໜຶ່ງຂຶ້ນໄປ. ກາສານສືບເນື່ອງດັ່ງກ່າວແມ່ນເປັນພຽງສັນຍາໃດໜຶ່ງລະຫວ່າງຄູ່ກໍລະນີສອງຝ່າຍ ຫຼື ຫຼາຍຝ່າຍເທົ່ານັ້ນ.