ຕະຫຼາດການເງິນ ( Financial Market )

23

ຕະຫຼາດການເງິນ ແມ່ນຊ່ອງທາງໃນການລະດົມທຶນຈາກບຸກຄົນ ຫຼື ຫົວໜ່ວຍທຸລະກິດທີ່ບໍ່ມີໂອກາດໃນການລົງທຶນ (ຜູ້ໃຫ້ກູ້ ເປັນຕົ້ນແມ່ນປະຊາຊົນ, ບໍລິສັດ, ລັດຖະບານ ແລະ ຊາວຕ່າງຊາດ), ໃຫ້ກັບຜູ້ທີ່ມີໂອກາດໃນການລົງທຶນ (ຜູ້ທີ່ກູ້ຢືມ ເປັນຕົ້ນແມ່ນ ບໍລິສັດ, ລັດຖະບານ, ປະຊາຊົນ ແລະ ຊາວຕ່າງຊາດ). ໃນຄວາມໝາຍເສດຖະກິດ ຕະຫຼາດການເງິນ ແມ່ນກົນໄກໃນການສ້າງ ຄວາມສະດວກສະບາຍໃຫ້ຜູ້ລົງທຶນໃນການແລກປ່ຽນຊື້-ຂາຍຫຼັກຊັບ. ຕົວຢ່າງ: ຮຸ້ນ, ພັນທະບັດ, ຜະລິດຕະພັນ ແລະ ສິນຄ້າອື່ນໆ ເພື່ອຍົກລະດັບເສດຖະກິດໃຫ້ມີປະສິດທິພາບສູງຂຶ້ນ.

อาจเป็นรูปภาพของ เงิน

ຕະຫຼາດການເງິນ ແມ່ນມີ ຄວາມຈໍາເປັນໃນການເຄື່ອນຍ້າຍຈັດສັນທຶນໃຫ້ມີປະສິດທິພາບ ໂດຍການລະດົມທຶນຈາກຜູ້ທີ່ມີສ່ວນເກີນທາງດ້ານເງິນທຶນທີ່ບໍ່ມີໂອກາດໃນການລົງທຶນ ໃຫ້ແກ່ຜູ້ທີ່ຂາດເຂີນທາງດ້ານເງິນທຶນທີ່ມີໂອກາດໃນການລົງທຶນ. ເວົ້າລວມແລ້ວ ຕະຫຼາດການເງິນແມ່ນເປັນປັດໄຈອັນສຳຄັນໃນການພັດທະນາລະບົບເສດຖະກິດຂອງປະເທດ ໂດຍສະເພາະຕະຫຼາດການເງິນທີ່ມີປະສິດທິພາບ ແມ່ນຈຳເປັນໃນການສ້າງຄວາມສະຖຽນລະພາບໃຫ້ເສດຖະກິດຂອງຊາດໂດຍກະຈາຍທຶນໃຫ້ກວ້າງຂວາງໃນລະບົບເສດຖະກິດ, ສ້າງໂອກາດໃຫ້ລັດຖະບານ, ບໍລິສັດຫ້າງຮ້ານ, ເອກະຊົນ, ບຸກຄົນ ແລະ ສະຖາບັນການເງິນຕ່າງໆສາມາດລະດົມທຶນໄດ້ທັງໄລຍະສັ້ນ, ກາງ ແລະ ຍາວ ເພື່ອພັດທະນາທຸລະກິດຕົນເອງກໍຄືພັດທະນາເສດຖະກິດຂອງຊາດ.

ນອກນັ້ນຄຳວ່າ ຕະຫຼາດການເງິນ ແມ່ນຍັງໝາຍເຖິງຕະຫຼາດແຫ່ງແຫຼ່ງເງິນທຶນທາງດ້ານການເງິນ ເຊິ່ງລວມມີທັງແຫຼ່ງເງິນທຶນໄລຍະສັ້ນ, ກາງ ແລະ ຍາວ ຫຼື ແຍກຕາມປະເພດຕະຫຼາດ ແມ່ນລວມເອົາທັງ ຕະຫຼາດເງິນ (Money Market) ແລະ ຕະຫຼາດທຶນ (Capital Market).

ຕະຫຼາດເງິນ (Money Market) ແລະ ຕະຫຼາດທຶນ (Capital Market) ທັງ 2 ລ້ວນແຕ່ເປັນໂຄງປະກອບສ້າງຕົ້ນຕໍຂອງຕະຫຼາດການເງິນ ແຕ່ກໍມີບົດບາດທີ່ແຕກຕ່າງກັນດັ່ງນີ້:

อาจเป็นรูปภาพของ 1 คน, เงิน และ ข้อความ

ຕະຫຼາດເງິນ (Money Market) ແມ່ນເປັນແຫຼ່ງລະດົມເງິນທຶນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີໄລຍະເວລາໃນການຊຳລະເງິນຄືນບໍ່ເກີນໜຶ່ງປີ ເຊິ່ງຜູ້ທີ່ມີບົດບາດສໍາຄັນໃນຕະຫຼາດເງິນໄດ້ແກ່ ທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ ທີ່ໃຊ້ເຄື່ອງມືທາງການດ້ານເງິນ ເຊັ່ນ: ການປ່ອຍກູ້, ທຸລະກຳຄ້າຂາຍຫຼັກຊັບໄລຍະສັ້ນເປັນຕົ້ນແມ່ນ ໃບເງິນທະນາຄານຕ່າງໆ, ໃບສັນຍາຊື້ຄືນ, ໃບສັນຍາໃຊ້ໜີ້ ແລະ ທຸລະກໍາທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ. ສ່ວນຜົນຕອບແທນຈາກການລົງທຶນໃນຕະຫຼາດເງິນແມ່ນຢູ່ໃນຮູບແບບຂອງອັດຕາດອກເບ້ຍທີ່ຄົງທີ່.

ຕະຫຼາດທຶນ (Capital Market) ເປັນໜຶ່ງໃນປະເພດຂອງຕະຫຼາດການເງິນທີ່ເປັນແຫຼ່ງລະດົມທຶນໄລຍະຍາວຂອງທັງພາກລັດ ແລະ ພາກເອກະຊົນດ້ວຍການອອກຈຳໜ່າຍຫຼັກຊັບໄລຍະຍາວເພື່ອຂາຍໃຫ້ແກ່ສະຖາບັນການເງິນ, ຜູ້ລົງທຶນລາຍໃຫຍ່, ມວນຊົນທົ່ວໄປທັງພາຍໃນປະເທດ ແລະ ຕ່າງປະເທດ.

ໂດຍ: ຕລຊລ