ບົດບາດຂອງຕະຫຼາດທຶນ

29

ຕະຫຼາດທຶນ ເປັນຕະຫຼາດແຫ່ງການລະດົມເງິນທຶນໃຫ້ແກ່ທັງພາກລັດ ແລະ ເອກະຊົນ ອັນຖືເປັນກົນໄກສຳຄັນໃນການຂັບເຄື່ອນ ແລະ ພັດທະນາເສດຖະກິດ – ສັງຄົມ. ໃນນັ້ນ, ຕະຫຼາດທຶນລາວ ກໍເລີ່ມມີບົດບາດເຂົ້າມາຂັບເຄື່ອນເສດຖະກິດລາວຂຶ້ນເທື່ອລະກ້າວ ດ້ວຍບົດບາດທີ່ສຳຄັນຕໍ່ລະບົບເສດຖະກິດຫຼາຍຢ່າງ ດັ່ງນີ້:

อาจเป็นรูปภาพของ 1 คน, โรงพยาบาล และ ข้อความ

ບົດບາດໃນການສົ່ງເສີມ ແລະ ເພີ່ມທາງເລືອກໃນການສະສົມ; ການສະສົມເງິນຂອງປະຊາຊົນ ແລະ ໜ່ວຍເສດຖະກິດຕ່າງໆບໍ່ຈຳເປັນຕ້ອງຝາກເງິນໃນທະນາຄານທຸລະກິດພຽງຢ່າງດຽວ, ການລົງທຶນຊື້ຫຼັກຊັບກໍຖືເປັນທາງເລືອກໃນການສະສົມເງິນ ໂດຍມີໂອກາດໄດ້ຮັບຜົນຕອບແທນໃນລັກສະນະຕ່າງກັນອອກໄປ.

ບົດບາດໃນການສະໜັບສະໜູນເງິນລົງທຶນ; ຕະຫຼາດທຶນຊ່ວຍໃຫ້ຫົວໜ່ວຍທຸລະກິດມີທຶນໃນການຜະລິດສິນຄ້າ ແລະ ບໍລິການ ເພື່ອຕອບສະໜອງຄວາມຕ້ອງການໃນລະບົບເສດຖະກິດ ແລະ ຊ່ວຍໃຫ້ໜ່ວຍທຸລະກິດສາມາດບັນລຸເປົ້າໝາຍທາງເສດຖະກິດໃນການຈັດສັນຊັບພະຍາກອນ. ຕະຫຼາດທຶນມີບົດບາດສໍາຄັນຕໍ່ລະບົບເສດຖະກິດພາກຜະລິດຕົວຈິງ ( Real Sector ) ເມື່ອທຸລະກິດມີຄວາມຕ້ອງການເງິນທຶນເປັນຈຳນວນຫຼາຍ ການກູ້ຢືມເງິນຈາກທະນາຄານທຸລະກິດອາດບໍ່ພຽງພໍຕໍ່ຄວາມຕ້ອງການ, ໃນຂະນະດຽວກັນ ຍັງເຮັດໃຫ້ບໍລິສັດຕ້ອງແບກຫາບພາລະໃນການຈ່າຍດອກເບ້ຍ ໂດຍສະເພາະໃນເວລາທີ່ດອກເບ້ຍມີທ່າອ່ຽງສູງຂຶ້ນ. ການລະດົມທຶນຈາກຕະຫຼາດທຶນຈຶ່ງເປັນຊ່ອງທາງໜຶ່ງທີ່ຊ່ວຍໃຫ້ບໍລິສັດສາມາດບໍລິຫານຕົ້ນທຶນ ແລະ ປັບໂຄງສ້າງຂອງບໍລິສັດໄດ້ຢ່າງມີປະສິດທິພາບ.

อาจเป็นรูปภาพของ เงิน

ບົດບາດໃນການສ້າງ ແລະ ຮັກສາຄວາມໝັ້ນຄົງ: ການລົງທຶນໃນຕະຫຼາດທຶນມີຫຼາກຫຼາຍຮູບແບບທີ່ຊ່ວຍຮັກສາ ແລະ ຕໍ່ຍອດຄວາມຮັ່ງມີໄດ້ ເນື່ອງຈາກມີລະດັບຜົນຕອບແທນ ແລະ ຄວາມສ່ຽງຕ່າງກັນ ເຊິ່ງຜູ້ລົງທຶນສາມາດເລືອກໄດ້ຕາມລະດັບ ຄວາມສ່ຽງທີ່ຕົນເອງຍອມຮັບໄດ້. ຍ້ອນວ່າຕະຫຼາດທຶນກ່ຽວຂ້ອງກັບປະຊາຊົນຈໍານວນຫຼາຍ; ດັ່ງນັ້ນ ການເຕີບໂຕຢ່າງແຂງແກ່ນ ແລະ ຍືນຍົງຂອງຕະຫຼາດທຶນຍ່ອມສ້າງຜົນຕອບແທນອັນດີໃຫ້ແກ່ບັນດາຜູ້ຖືຮຸ້ນ.

อาจเป็นรูปภาพของ ‎ข้อความพูดว่า "‎B0OO 7000 6000 5000 )) 4000 3000 >>>ל CECCC 2000 1000 COOIC 02 «C +04‎"‎

ບົດບາດໃນການເປັນແຫຼ່ງສ້າງວຽກເຮັດງານທຳຂະໜາດໃຫຍ່ຂອງປະເທດ: ເນື່ອງຈາກຕະຫຼາດທຶນເປັນສູນລວມຂອງບໍລິສັດຈົດທະບຽນທີ່ເຂົ້າມາລະດົມທຶນເພື່ອໄປໃຊ້ໃນການຜະລິດສິນຄ້າ ແລະ ບໍລິການ, ລວມເຖິງບັນດາບໍລິສັດທີ່ກ່ຽວຂ້ອງກັບຕະຫຼາດທຶນ ເປັນຕົ້ນແມ່ນບໍລິສັດຫຼັກຊັບ, ຕະຫຼາດຫຼັກຊັບ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ( ສຄຄຊ ) ເຊິ່ງນຳໄປສູ່ການຈ້າງງານທີ່ເພີ່ມຂຶ້ນ.

อาจเป็นรูปภาพของ ‎ข้อความพูดว่า "‎?% そもも @ 70% ת' € CAPITAL mnil MARKET 九0和口 Solutton ا 30: 75% D KM‎"‎

ບົດບາດໃນການສະໜັບສະໜູນການດຳເນີນນະໂຍບາຍຂອງລັດຖະບານ: ການເປັນທັງແຫຼ່ງລະດົມທຶນ, ທາງເລືອກໃນການສະສົມ ແລະ ການຈ້າງງານເຮັດໃຫ້ຕະຫຼາດທຶນມີບົດບາດໃນການຂັບເຄື່ອນເສດຖະກິດ ທັງໃນລະດັບຈຸລະພາກ ແລະ ມະຫາພາກ, ລັດຖະບານຈຶ່ງສາມາດໃຊ້ນະໂຍບາຍເສດຖະກິດຕ່າງໆຜ່ານຕະຫຼາດທຶນ ເພື່ອໃຫ້ກະທົບໄປຍັງສ່ວນອື່ນໆຂອງລະບົບເສດຖະກິດໃຫ້ເກີດການປ່ຽນແປງໄປໃນທິດທາງທີ່ຕ້ອງການໄດ້. ຕະຫຼາດທຶນເປັນແຫຼ່ງສ້າງລາຍໄດ້ທາງດ້ານອາກອນໃຫ້ແກ່ລັດຖະບານ ຍ້ອນວ່າບໍລິສັດທີ່ເຂົ້າມາລະດົມທຶນໃນຕະຫຼາດທຶນນັ້ນ ເປັນບໍລິສັດທີ່ມີຜົນການດຳເນີນງານທີ່ດີ ແລະ ເນື່ອງຈາກຕ້ອງປະຕິບັດຕາມຫຼັກການເປີດເຜີຍຂໍ້ມູນ ໃນຖານະເປັນບໍລິສັດຈົດທະບຽນສາມາດກວດສອບໄດ້ ເຊິ່ງຈະຊ່ວຍຫຼຸດຜ່ອນການຫຼີກລ່ຽງອາກອນຂອງບໍລິສັດໄດ້.