ງານນີ້ສາຍກິນຢ່າພາດ! ມີ 100ກວ່າຮ້ານອາຫານລໍຖ້າໃຫ້ໄປຊິມໃນງານເທສະການອາຫານລາວທີ່ແຄມຂອງ

690

ໝູນວຽນມາຮອດອີກຄັ້ງສໍາລັບເທສະການອາຫານລາວປະຈໍາປີ ເຊິ່ງເປັນງານທີ່ເໝາະແກ່ນັກຊິມ ຫຼື ສາຍກິນທັງຫຼາຍ ຄວນລອງເຂົ້າໄປສໍາຜັດ ເພາະພາຍໃນງານຈະມີຮ້ານອາຫານຕ່າງໆຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນອາຫານລາວ ເຂົ້າມາຮ່ວມວາງສະແດງ ແລະ ລໍຖ້າໃຫ້ທຸກທ່ານເຂົ້າໄປລອງຊິມເຖິງ 120ຮ້ານ.


ພິທີເປີດງານຢ່າງເປັນທາງການມີຂຶ້ນໃນຕອນເຊົ້າວັນທີ 23 ກຸມພາ 2021 ທີ່ ສວນເຈົ້າອານຸວົງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາຫົວໜ່ວຍນັກທຸລະກິດ ເຂົ້າຮ່ວມ.


ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ທັງເປັນປະທານຜູ້ຈັດງານ ໄດ້ກ່າວເປີດງານວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານການກິນ, ການດຳລົງຊີວິດ, ຮີດຄອງປະເພນີດັ້ງເດີມຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວ. ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງສັດ, ຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ໃນນະຄອນຫຼວງວຽງຈັນ ໄດ້ນໍາສິນຄ້າຂອງຕົນເອງມາວາງສະແດງ ພ້ອມຄ້າຂາຍແລກປ່ຽນກັນ.

.

ນອກຈາກນີ້ ຍັງເປັນການໂຄສະນາເຜີຍແຜ່ການຫຼຸດຜ່ອນໃຊ້ຖົງຢາງພລາສຕິກ, ຫັນມານິຍົມໃຊ້ວັດຖຸເປັນມິດກັບສິ່ງແວດລ້ອມ ແລະ ບໍລິໂພກອາຫານພື້ນເມືອງລາວຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.


ທັ້ງນີ້, ພາຍໃນງານຈະມີບັນດາຮ້ານອາຫານລາວ; ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນບັນດາປະເທດອາຊຽນ; ຮ້ານຂາຍເຄື່ອງຫັດຖະກຳ, ກະສິກຳຕ່າງໆ ລວມທັງໝົດ 120 ຮ້ານເຂົ້າຮ່ວມ.


ງານນີ້ຈະດຳເນີນໄປເປັນເວລາ 5 ວັນ ນັບແຕ່ວັນທີ 23 ຫາ 27 ກຸມພາ 2021 ແລະ ໃນທຸກໆວັນກໍຈະມີກິດຈະກໍາຕ່າງໆຫຼາກຫຼາຍເຊັ່ນ: ຈັດຕັ້ງໂຄສະນາ ປຸກລະດົມຜູ້ມາວາງຂາຍເຄື່ອງ ໃຫ້ນຸ່ງຖືແບບບູຮານ ( ວັດທະນະທຳຢ້ອນຍຸກສະໄໝປູ່ຍ່າຕາຍາຍ); ຈັດໃຫ້ມີມູມຂາຍອາຫານລາວເດີມ ເພື່ອແຂກທີ່ມາທ່ຽວງານສາມາດຖ່າຍຮູບໄວ້ເປັນທີ່ລະນຶກໄດ້, ຈັດໃຫ້ມີການສາທິດປຸງແຕ່ງອາຫານພື້ນເມືອງ, ມີການສຳມະນາ, ສາທິດການສານກະຕ່າໄມ້, ຈັດການປະກວດຕົກແຕ່ງຮ້ານແບບລາວໆ ໂດຍໃຫ້ໃຊ້ອຸປະກອນຈາກທໍາມະຊາດ ປອດສານເຄມີ ແລະ ຈັດຕັ້ງກວດສຸຂະພາບແບບບໍ່ເສຍຄ່ານໍາອີກ.